ລາຍງານຜູ້ເສຍຊີວິດໃໝ່ ແລະຕິດເຊື້ອໃໝ່ ວັນທີ 3 ພະຈິກ 2021

0
2877

ຕາມການຖະແຫຼງຂ່າວ ຂອງຄະນະສະເພາະກິດ ປະຈຳວັນທີ 3 ພະຈິກ 2021 ໃຫ້ຮູ້ວ່າ: ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.602 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.062 ຄົນ (ຕິດເຊື້ອພາຍໃນ ມີ 1.053 ຄົນ ແລະ ຕິດເຊື້ອນໍາເຂົ້າ09 ຄົນ) ແລະ ເສຍຊີວິດໃໝ່ +3 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 03 ຄົນ ມີດັ່ງນີ້:

ຜູ້ທີ 1 : ເພດຊາຍ, ອາຍຸ 75 ປີ, ອາຊີບ: ປະຊາຊົນ, ບ້ານຢູ່ປະຈຸບັນ ບ້ານນາແພງ, ເມືອງທຸລະຄົມ, ແຂວງວຽງຈັນ

  • ພະຍາດປະຈໍາຕົວ: ຄົນເຈັບເປັນອໍາມະພາດ, ບໍ່ໄດ້ສະຕິ, ຍ່າງບໍ່ໄດ້ 1 ປີ ແລ້ວ, ຮ່າງກາຍຈ່ອຍຜ່ອມ
  • ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19
  • ວັນທີ 31 ຕຸລາ 2021: ພັນລະຍາຂອງຜູ້ກ່ຽວ ອາຍຸ 65 ປີ ກວດພົບເຊື້ອ
  • ວັນທີ 01 ພະຈິກ 2021: ລູກສາວ, ລູກເຂີຍ ແລະ ຫຼານຊາຍ ກວດພົບເຊື້ອໂຄວິດ-19 ເຊັ່ນກັນ
  • ວັນທີ 02 ພະຈິກ 2021 ເວລາ 11:25 ໂມງ: ທີມງານແພດ ໄດ້ເກັບຕົວຢ່າງຜູ້ກ່ຽວ ແລະ ຜົນກວດແມ່ນພົບເຊື້ອ. ຜູ້ກ່ຽວ ບໍ່ຕອບສະໜອງ, ແທກຄວາມດັນເລືອດບໍ່ໄດ້ ແລະ ມາຮອດເວລາ 11:30 ໂມງ ຜູ້ກ່ຽວກໍເສຍຊີວິດ ຢູ່ເຮືອນຜູ້ກ່ຽວເອງ 

ຜູ້ທີ 2: ເປັນເພດຊາຍ, ອາຍຸ 69 ປີ, ອາຊິບ: ຊາວນາ, ບ້ານດົງເຫັນ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ.

  • ພະຍາດປະຈໍາຕົວ: ເຄີຍເປັນພະຍາດ Ischemic Stroke ມາໄດ້ 4-5 ປີ +ຄວາມດັນເລືອດ + ພະຍາດເບົາຫວານ
  • ໄດ້ຮັບການສັກຢາວັກຊີນຄົບ
  • ວັນທີ 31 ຕຸລາ 2021: ມາກວດຢູ່ໂຮງໝໍແຂວງ ດ້ວຍອາການອິດເມື່ອຍ, ເຈັບຫົວ, ປວດຕາມຕົນໂຕ, ມືນຊາຕາມຕີນມື ເປັນມາໄດ້ 2-3 ວັນ
  • ວັນທີ 01 ຕຸລາ 2021 ເກັບຕົວຢ່າງກວດ ແລະ ຜົນກວດແມ່ນພົບເຊື້ອ ຈຶ່ງຖືກນຳສົ່ງເຂົ້າມານອນປີ່ນປົວຢູ່ໂຮງໝໍພາກສະໜາມ
  • ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 31 ຕຸລາ-02 ພະຈິກ 2021 ລວມເປັນ 03 ມື້
  • ມາຮອດເວລາ 2:40 ໂມງເຊົ້າຂອງວັນທີ 02 ພະຈິກ 2021: ຄົນເຈັບຢຸດຫາຍໃຈ, ຫົວໃຈຢຸດເຕັ້ນ, ບໍ່ຕອບສະຫນອງແລະ ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 43 ປີ, ອາຊີບ: ປະຊາຊົນ, ສັນຊາດ: ຫວຽດນາມ, ບ້ານຢູ່ປະຈຸບັນ: ໜອງທາ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

  • ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ແລະ ຄວາມດັນເລືອດສູງ
  • ວັນທີ 01 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ອິດເມືອຍ ແລະ ຖ່າຍເປັນນໍ້າ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແລະ ໃຫ້ຜົນບວກ
  • ໄລຍະເວລານອນປີ່ນປົວຄົນເຈັບ ແຕ່ວັນທີ 01-02 ພະຈິກ 2021 ລວມເປັນ 02 ມື້
  • ມາຮອດເວລາ 5:30 ໂມງຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.053 ຄົນ ຈາກ 13 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:

ນະຄອນຫຼວງ 517 ຄົນ: ມາຈາກ 247 ບ້ານ, ໃນ 9 ເມືອງ

  • ເມືອງຈັນທະບູລີ ມີ 65 ຄົນ 32 ບ້ານ
  • ເມືອງສີໂຄດ ມີ 81 ຄົນ ມີ 47 ບ້ານ
  • ໄຊເສດຖາ ມີ 107 ຄົນ ແລະ 44 ບ້ານ
  • ສີສັດຕະນາກ ມີ 75 ຄົນ ມີ 30 ບ້ານ
  • ເມືອງນາຊາຍທອງ ມີ 35 ຄົນ ມີ 16 ບ້ານ
  • ເມືອງໄຊາທານີ ມີ 82 ຄົນ ມີ 41 ບ້ານ
  • ເມືອງຫາດຊາຍຟອງ ມີ 47 ຄົນ ແລະ 31 ບ້ານ
  • ເມືອງປາກງື່ມ ມີ 03 ຄົນ 03 ບ້ານ
  • ເມືອງສັງທອງ ມີ 05 ຄົນ ມີ 03 ບ້ານ ສືບຕໍ່ເກັບກໍາຂໍ້ມູນ 17 ຄົນ

ຫຼວງພະບາງ: 122 ຄົນ ມາຈາກ 19 ບ້ານ, ໃນ 4 ເມືອງ

ບໍ່ແກ້ວ: 53 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ

ອຸດົມໄຊ: 24 ຄົນ ມາຈາກ  10 ບ້ານ, ໃນ 1 ເມືອງ

ຫຼວງນໍ້າທາ: 134 ຄົນ ມາຈາກ 35  ບ້ານ, ໃນ 4 ເມືອງ

ວຽງຈັນ: 100 ຄົນ ມາຈາກ  23 ບ້ານ, ໃນ 6 ເມືອງ

ຊຽງຂວາງ: 1 ຄົນ ມາຈາກ  1 ບ້ານ, ໃນ 1 ເມືອງ

-ໄຊສົມບູນ: 13 ຄົນ ມາຈາກ  2 ບ້ານ, ໃນ 2 ເມືອງ

ຄໍາມ່ວນ: 20 ຄົນ ມາຈາກ  9 ບ້ານ, ໃນ 2 ເມືອງ

ສາລະວັນ: 5 ຄົນ ມາຈາກ  3 ບ້ານ, ໃນ 2 ເມືອງ

ສະຫວັນນະເຂດ: 20 ຄົນ ມາຈາກ 9  ບ້ານ, ໃນ 4 ເມືອງ

-ຈໍາປາສັກ: 26 ຄົນ ມາຈາກ  11 ບ້ານ, ໃນ 5 ເມືອງເຊກອງ: 18 ຄົນ. ມາຈາກ 8 ບ້ານ, ໃນ 1ເມືອງ

ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 09 ຄົນ: 5 ຄົນຈາກແຂວງໄຊຍະບູລີ, 03 ຄົນຈາກ ນະຄອນຫຼວງວຽງຈັນ ແລະ 1 ຄົນຈາກແຂວງຈໍາປາສັກ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

ມາຮອດວັນທີ 02 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 42.891 ຄົນ, ເສຍຊີວິດສະສົມ 73ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 348 ຄົນ, ກໍາລັງປິ່ນປົວ 7.864 ຄົນ.

LEAVE A REPLY

Please enter your comment!
Please enter your name here