ລາວ ແລະ ສະຫະພາບ ເອີຣົບ ຫາລືການສະໜັບສະໜູນງົບປະມານ 210 ຕື້ກີບ ໃຫ້ແກ່ວຽກງານການສຶກສາ ແລະ ໂພຊະນາການ

0
2009

ລັດຖະບານລາວ ແລະ ສະຫະພາບ ເອີຣົບ ປຶກສາຫາລືກການສະໜັບສະໜູນງົບປະມານຈໍານວນ 210 ຕື້ກີບ ໃຫ້ແກ່ວຽກງານການສຶກສາ ແລະ ໂພຊະນາການ.

ໃນວັນທີ 2 ພະຈິກ, ສະຫະພາບ ເອີຣົບ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ໄດ້ຈັດກອງປະຊຸມຄະນະ​ຊີ້ນຳແຜນງານສະໜັບສະໜູນດ້ານ​ງົບປະມານລະຫວ່າງກະຊວງຄັ້ງທີ 4 ຂຶ້ນ. ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອທົບທວນພາບລວມຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງຂະແຫນງໂພຊະນາການ ແລະ ການສຶກສາ, ເພື່ອປະເມີນບັນດາເງື່ອນໄຂການເບີກຈ່າຍງົບປະມານທີ່ຄາດຄະເນໄວ້ສໍາລັບປີ 2021 (18,4 ລ້ານເອີໂຣ) ພາຍໃຕ້ແຜນງານດັ່ງກ່າວ.

ກອງປະຊຸມດັ່ງກ່າວໄດ້ຮັບການເປັນປະທານຮ່ວມໂດຍ ພະນະທ່ານ ດຣ. ບຸນແຟງ ພົມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ, ພະນະທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພະນະທ່ານ ນາງ ອີນາ ມາຈູລີໂອນີແຕ, ເອກອັກຄະລັດຖະທູດສະຫະພາບ ເອີຣົບ ປະຈຳ ສປປ ລາວ.

ກອງ​ປະຊຸມ​ໄດ້​ຕີ​ລາຄາ​ເຖິງຄວາມ​ຄືບ​ໜ້າ ​ແລະ ສິ່ງ​ທ້າ​ທາຍ​ໃນ​ວຽກງານ​ໂພ​ຊະ​ນາ​ການ ​ແລະ ການ​ສຶກສາ ພ້ອມທັງຕີລາຄາມາດ​ຕະການ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​ມະຫາ​ພາກ ​ແລະ ການເງິນ ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19. ​​

ຜ່ານ​ການ​ສະໜັບສະໜູນ​ງົບປະມານ​ດ້ານ​ການ​ສຶກສາ ​ແລະ ໂພຊະນາ​ການ, ສະຫະພາບ ເອີຣົບ ໄດ້ໃຫ້ການຊຸກຍູ້ຊ່ວຍເຫຼືອຄວາມ​ພະຍາຍາມ​ຂອງ​ລັດຖະບານ​ລາວ ​ໃນການ (1) ​ເພີ່ມ​ທະວີ​ການ​ເຂົ້າ​ເຖິງ​ການ​ສຶກສາ​ຂັ້ນ​ພື້ນຖານ​ທີ່​ມີ​ຄຸ​ນະພາ​ບ ​ແລະ ຈັດຕັ້ງປະຕິບັດ​ການ​ປະຕິ​ຮູບ​ດ້ານ​ການ​ຄຸ້ມ​ຄອງ​ບໍລິຫານຄູອາຈານ, ການ​ວາງ​ແຜນ​ການ​ສຶກສາ ​ແລະ ການ​ສະໜອງ​ທຶນ​ ​ແລະ (2) ປັບປຸງ​ໂພຊະນາ​ການ​ຂອງ​ແມ່ ​ແລະ ເດັກ ແລະ ສ້າງຄວາມເຂັ້ມແຂງແກ່ການຄຸ້ມຄອງດ້ານໂພຊະນາການໃນ ສປປ ລາວ. 

ໃນກອງປະຊຸມດັ່ງກ່າວ, ພະນະທ່ານ ດຣ. ບຸນແຟງ ພົມມະໄລສິດ, ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ໄດ້​ເນັ້ນ​ຢໍ້າວ່າການ​ສ້າງ​ຈິດ​ສຳ​ນຶກ ​ແລະ ສົ່ງເສີມໂຄສະນາຫຼັກການ​ປະຕິບັດ​ທີ່ດີດ້ານ​ໂພ​ຊະ​ນາ​ການ​ ແມ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນ, ສາມາດເຂົ້າເຖິງ​ບັນດາ​ກຸ່ມ​ຄົນ​ດ້ອຍ​ໂອກາດ​​ເພື່ອແກ້​ໄຂ​ບັນຫາການ​ຂາດ​ສານ​ອາຫານ​ຢູ່ ສປປ ລາວ. ໂດຍສະເພາະ ແມ່ນການຮັບຮອງເອົາ ດໍາລັດວ່າດ້ວຍ “ຜະລິດຕະພັນອາຫານ ແລະ ອຸປະກອນ ກ່ຽວກັບອາຫານສໍາລັບເດັກອ່ອນ ແລະ ເດັກນ້ອຍ” ແລະ ຄູ່ມືຄໍາແນະນໍາໃນການຈັດຕັ້ງປະຕິບັດດໍາລັດດັ່ງກ່າວ ເຊິ່ງຖືວ່າເປັນເຄື່ອງມືທາງດ້ານກົດໝາຍທີ່ໄດ້ຮັບການປັບປຸງເພື່ອປົກປ້ອງ, ສົ່ງເສີມ ແລະ ສະໜັບສະໜູນການລ້ຽງລູກດ້ວຍນົມແມ່. ໃນຂະນະທີ່ອຸປະສັກການຕໍ່ການເຕີບໂຕຂອງເດັກອາຍຸຕ່ຳກວ່າ 5 ປີ ໄດ້ຫຼຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງໃນ 2 ທົດສະວັດທີ່ຜ່ານມາ, ແຕ່ຍັງມີຄວາມແຕກໂຕນກັນຢ່າງໃຫຍ່ຫຼວງຫຼາຍຢູ່ໃນທົ່ວແຕ່ລະແຂວງ ລະຫວ່າງເດັກນ້ອຍໃນເຂດຊົນນະບົດທີ່ມີຄວາມສ່ຽງໃນການຮັບຜົນກະທົບຫຼາຍກວ່າເດັກນ້ອຍຢູ່ໃນຕົວເມືອງເຖິງ 2-3 ເທົ່າ. ດັ່ງນັ້ນ, ຈຶ່ງຕ້ອງ​ມີການສືບຕໍ່ເຮັດວຽກເພີ່ມເຕີມ​ອີກ​ເພື່ອ​ແກ້​ໄຂ​ຄວາມ​ບໍ່​ສະ​ເໝີ​ພາບດັ່ງກ່າວ. ພະນະທ່ານ ດຣ. ບຸນແຟງ ພົມມະໄລສິດ ກ່າວຕື່ມວ່າ “ຂ້າພະເຈົ້າຂໍສະແດງຄວາມຍິນດີມາຍັງ ສະຫະພາບ ເອີຣົບ ທີ່ໄດ້ຢູ່ສືບຕໍ່ຊ່ວຍເຫຼືອຄຽງຂ້າງກັບ ລັດຖະບານ ສປປ ລາວ ໃນວຽກງານໂພຊະນາການ ແລະ ການສຶກສາ”. 

ສໍາລັບຂະ​ແໜງ​ການ​ສຶກສາ, ​​ເຖິງ​ວ່າ​ພະຍາດ​ໂຄ​ວິດ-19 ຈະ​ເປັນອຸປະສັກ​ຕໍໍ່ສົກ​ຮຽນ​ຂອງປີ​ນີ້​ກໍ່ຕາມ, ​ກະຊວງ​ສຶກສາ​ທິການ ແລະ ກິລາ ​ຍັງ​ຄົງຢືດໝັ້ນຕໍ່ການປົກປ້ອງຮັກສາ​ຄວາມ​ສະ​ເໝີ​ພາບ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກສາ, ຮັກສາ​ຄຸ​ນະພາ​ບການ​ຮຽນ-ການ​ສອນ ​ແລະ ອຳນວຍ​ຄວາມ​ສະດວກການເຂົ້າເຖິງການສຶກສາ​ແບບ​ຕໍ່​ເນື່ອງ​ຂອງ​ເດັກ​ຍິງ ​ແລະ ຊາຍ. ​ເຖິງຢ່າງໃດກໍ່ຕາມ, ຄວາມ​ແຕກ​ຕ່າງ​ກັນ​ຂອງຂົງເຂດຍັງ​ຄົງ​ເປັນ​ສິ່ງ​ທ້າ​ທາຍ. ຄຸນະພາບການຮຽນການສອນແມ່ນຍັງຖືວ່າຕໍ່າໂດຍສະເພາະສໍາລັບໂຮງຮຽນທີ່ຕັ້ງຢູ່ເມືອງທີ່ຫ່າງໄກສອກຫຼີກ ແລະ ເຂດພູດອຍ. ພະນະທ່ານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: “ລັດຖະບານ ຮ່ວມກັບຄູ່ຮ່ວມມືດ້ານການສຶກສາ ມີຄວາມຕັ້ງໃຈທີ່ຈະພະຍາຍາມສະໜອງການເຂົ້າເຖິງ ແລະ ມອບການສຶກສາທີ່ມີຄຸນະພາບມາດຕະຖານໃຫ້ແກ່ທຸກຄົນ. ພະນະທ່ານຍັງເນັ້ນໜັກວ່າ: “ການສຸມໃສ່ວຽກງານຄຸ້ມຄອງລະບົບການສຶກສາທີ່ດີແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ການຄຸ້ມຄອງບໍລິຫານແຫຼ່ງງົບປະມານທີ່ຈຳກັດໃຫ້ແກ່ຂະແໜງການສຶກສາຢ່າງມີປະສິດທິພາບ, ໂດຍເພີ່ມທະວີການເຊື່ອມສານການວາງແຜນ ແລະ ຈັດສັນງົບປະມານຂັ້ນສູນກາງ, ແຂວງ ແລະ ເມືອງ; ວຽກງານດັ່ງກ່າວຍັງຈະປະກອບສ່ວນເຂົ້າໃນການນໍາໃຊ້ງົບປະມານຢ່າງມີປະສິດທິພາບອີງຕາມບູລິມະສິດ ແລະ ວຽກງານທີ່ກ່ຽວຂ້ອງ.”

ກອງປະຊຸມດັ່ງກ່າວ ຍັງໄດ້ປຶກສາຫາລືຕື່ມກ່ຽວກັບການຈັດສັນ, ຄວາມໂປ່ງໃສ ແລະ ການຄຸ້ມຄອງດ້ານງົບປະມານ ເພື່ອປະເມີນລະດັບລາຍຈ່າຍພາກລັດໃນການສະໜອງການບໍລິການທີ່ກ່ຽວຂ້ອງກັບໂພຊະນາການ ແລະ ການສຶກສາ. ພະນະທ່ານ ດຣ. ບຸນເຫຼືອ ສິນໄຊວໍຣະວົງ, ຮອງລັດຖະມົນຕີກະຊວງການເງິນ ​ໄດ້​ຊີ້​ແຈງ​ວ່າ: ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ລະດົມ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ ເຮັດ​ໃຫ້​ລັດຖະບານ​ຕ້ອງ​ຕັດ​ງົບປະມານ​ລົງ​ຢ່າງ​ຫຼວງ​ຫຼາຍ. ຂະນະດຽວກັນ​ ບັນດາແຜນງານຂອງ​ຂະ​ແໜງ​ການ​ສຶກສາ ​ແລະ ​ໂພຊະນາ​ການ​ແຫ່ງ​ຊາດ ​ກໍ່ຖືກຕັດງົບປະມານ​ລົງເຊັ່ນດຽວກັນ, ​ເຖິງຢ່າງໃດກໍ່ຕາມ ການ​ຫຼຸດງົບປະມານ​ລົງຂອງສອງຂະແໜງການ​ດັ່ງກ່າວແມ່ນ​ຖືວ່າໜ້ອຍ​​ເມື່ອ​ທຽບ​ໃສ່​ກະຊວງ​ອື່ນໆ. ເຊິ່ງໃນຄວາມຈິງແລ້ວ ອັດຕາສ່ວນການຈັດສັນງົບປະມານດັ່ງກ່າວຕໍ່ GDP ແມ່ນໄດ້ເພີ່ມຂຶ້ນກວ່າເກົ່າອີກ.” ການດໍາເນີນການຕ່າງໆໄດ້ຖືກຈັດຕັ້ງປະຕິບັດເພື່ອ​ປັບປຸງ​ການ​ເກັບ​ລາຍ​ຮັບ​ພາຍ​ໃນ​ປະ​ເທດ​​ຜ່ານ​ການ​ປັບປຸງ​ ກົດໝາຍ​ວ່າ​ດ້ວຍ​ສ່ວຍສາ​ອາກອນ, ການ​ຈັດ​ຊື້​-ຈັດຈ້າງພາກລັດ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະ ການ​ປະ​ເມີນຜົນປະໂຫຍດ ແລະ ​ຕົ້ນທຶນ​ລາຍ​ຈ່າຍດ້ານ​ພາສີ​ໃຫ້ແກ່ບັນດາ​ບໍລິສັດ​ໃຫຍ່ໆ. ມາດ​ຕະ​ການ​ຕ່າງໆເຫຼົ່າ​ນີ້​ໄດ້​ຖືກ​ເຊື່ອມເຂົ້າ​ໃນ​ແຜນ​ການ​ປະ​ຕິ​ຮູບການຄຸ້ມຄອງດ້ານການເງິນພາກລັດຂອງ​ລັດ​ຖະ​ບານ 2021-2025 ຢ່າງ​ເຕັມ​ສ່ວນ.

ພະນະທ່ານ ນາງ ອີນາ ມາຊິວລີໂອນີເຕີ, ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ກ່າວວ່າ ສະຫະພາບ ເອີຣົບ ຍັງຄົງໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນການປັບປຸງຂະແໜງການສຶກສາ ແລະ ລຶບລ້າງການຂາດສານອາຫານໃນ ສປປ ລາວ ໂດຍຜ່ານປຶກສາຫາລືດ້ານນະໂຍບາຍທີ່ເປີດກວ້າງ ແລະ ມີສ່ວນຮ່ວມ”.

“ພວກເຮົາມີຄວາມພາກພູມໃຈຕໍ່ກັບຜົນສຳເລັດທີ່ສາມາດບັນລຸໄດ້ແລະພວກເຮົາຍັງຄົງຈະສືບຕໍ່ສ້າງຄວາມຄືບໜ້າແກ່ສອງຂະແໜງການດັ່ງກ່າວ ແລະ ແກ້ໄຂບັນຫາທີ່ຍັງຄົງຄ້າງ.” 

ແຜນງານສະໜັບສະໜູນງົບປະມານດ້ານໂພຊະນາການ ແລະ ການສຶກສາຂອງສະຫະພາບເອີຣົບ ໃຫ້ແກ່ປະເທດລາວ ມີມູນຄ່າທັງໝົດ 1,120 ຕື້ກີບ (95,5 ລ້ານເອີໂຣ) ໂດຍມີເປົ້າໝາຍເພື່ອປະກອບສ່ວນເຂົ້າໃນການເຕີບໂຕແບບຍືນຍົງ ມີສ່ວນຮ່ວມ ແລະ ສະເໝີພາບ ຂອງ ສປປ ລາວ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8  ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs).

LEAVE A REPLY

Please enter your comment!
Please enter your name here