ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່

0
4153

ຕາມການລາຍງານ ຂອງສູນຂ່າວສານການແພດໃຫ້ຮູ້ວ່າ: ລາວມີຜູ້ເສຍຊີວິດຈາກໂຄວິດ-19 ສະສົມແລ້ວ 110 ຄົນ ມື້ນີ້ເສຍຊີວິດໃໝ່ +6 ຄົນ ຈາກນະຄອນຫຼວງ 5 ແລະ ຫຼວງພະບາງ +1

ລາຍລະອຽດຜູ້ເສຍຊີວິດໃໝ່ 06 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຊາຍ, ອາຍຸ 58 ປີ, ບ້ານໂພນຊຽງ, ເມືອງນໍ້າບາກ, ແຂວງຫລວງພະບາງ

  • ພະຍາດປະຈໍາຕົວ: ໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ວັນທີ 08 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດຫາເຊື້ອໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
  • ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 08-11 ພະຈິກ 2021, ເປັນເວລາ 07 ມື້
  • ວັນທີ 14 ພະຈິກ 2021 ຜູ້ກ່ຽວມີອາການອິດເມື່ອຍຫລາຍ, ນອນບໍ່ຮູ້ສະຕີ ຈົນມາຮອດເວລາ 18:30 ໂມງ ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 2: ເພດຊາຍ, ອາຍຸ 46 ປີ, ອາຊີບ: ກໍາມະກອນ, ບ້ານໂພນສະຫວາດ, ເມືອງສີໂຄດຕະບອງ, ນະຄອນຫລວງ

  • ຜູ້ກ່ຽວ ໄດ້ກັກໂຕ ໃນວັນທີ 22 ສິງຫາ 2021
  • ເວລາ 19:40 ໂມງ ຂອງວັນທີ 14 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 74 ປີ, ອາຊີບ: ປະຊາຊົນ, ບ້ານໂພນສະຫວັນເໜຶອ, ເມືອງສີສັດຕະນາກ, ນະຄອນຫລວງ

  • ພະຍາດປະຈໍາຕົວ: ບາດແຜກະເພາະ ແລະ ປະດົງ
  • ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 05 ພະຈິກ 2021: ຜູ້ກ່ຽວໄປກວດຢູ່ໂຮງໝໍມະໂຫສົດ ຍ້ອນຖ່າຍດໍາ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ
  • ມາຮອດເວລາ 16:30 ໂມງ ຂອງວັນທີ 06 ພະຈິກ 2021: ມາໂຮງໝໍເສດຖາທິລາດ ດ້ວຍອາການຖ່າຍດໍາ ແລະຫາຍໃຈຝຶດ
  • ໄລຍະເວລານອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 06-15 ພະຈິກ 2021, ເປັນເວລາ 09 ມື້
  • ມາຮອດເວລາ 15:20ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ຜູ້ທີ 4: ເພດຍິງ, ອາຍຸ 29 ປີ, ອາຊີບ ແມ່ເຮືອນ, ບ້ານໂພນສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ.

  • ຜູ້ກ່ຽວຖືພາ 36 ອາທິດ     
  • ວັນທີ 13 ພະຈິກ 2021 ຜູ້ກ່ຽວອິດເມື່ອຍ, ແໜ້ນໜ້າເອິກ, ຫາຍໃຈຍາກ ໂຮງໝໍມິດຕະພາບໄດ້ກວດຊອກຫາເຊື້ອໂຄວິດ-19 ແລະ ຜົນກວດພົບເຊື້ອ
  • ວັນທີ 14 ພະຈິກ 2021 ໄດ້ຜ່າຕັດເກີດລູກ ເປັນເດັກ ເພດຍິງ ແຂງແຮງດີ
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 13-15 ພະຈິກ 2021.
  • ຮອດເວລາ 07:10ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.

ຜູ້ທີ 5: ເພດຍິງ, ອາຍຸ 63 ປີ, ອາຊີບ: ແມ່ເຮືອນ, ບ້ານນາຊາຍທອງ, ເມືອງນາຊາຍທອງ, ນະຄອນຫລວງ.

  • ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
  • ຜ່ານມາບໍ່ໄດ້ສັກຮັບການສັກວັກຊີນກັນໂຄວິດ-19.
  • ວັນທີ 13 ພະຈິກ 2021 ມີອາການອິດເມື່ອຍ, ອ່ອນແຮງແຂນຂາເບື້ອງຂວາ, ໄອ, ກະວົນກະວາຍ ຈຶ່ງໄດ້ກວດຊອກຫາເຊື້ອໂຄວິດ-19 ຢູ່ໂຮງໝໍມິດຕະພາບ ແລະ ຜົນກວດພົບເຊື້ອ ຈຶ່ງໄດ້ຂົ້ານອນປິ່ນປົວຢູ່ໂຮງໝໍດັ່ງກ່າວ
  • ໄລຍະນອນປິ່ນປົວປົວຢູ່ໂຮງໝໍ ນັບແຕ່ວັນທີ 13-15 ພະຈິກ 2021.
  • ມາຮອດເວລາ 07:45 ໂມງຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 6: ເພດຍິງອາຍຸ 56 ປີ, ບ້ານໜອງໜ້ຽວ, ເມືອງສີໂຄດຕະບອງ, ນະຄອນຫລວງວງງຈັນ

  • ເຂົ້າໂຮງໝໍໃນວັນທີ 7 ພະຈິກ 2021: ໄດ້ປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກຳນົດໄວ້
  • ວັນທີ 13 ພະຈິກ 2021 ຮຸ້ສຶກເມື່ອຍ, ແໜ້ນໜ້າເອີກກະທັນຫັນ,  ເຫື່ອຊືມ ແລະ ຫມົດສະຕິ
  • ມາຮອດເວລາ 20:00 ໂມງ ຂອງວັນທີ 15 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ

ນະຄອນຫຼວງ 597 ຄົນ: ມາຈາກ 162 ບ້ານ ໃນ 8 ເມືອງ

  •   ເມືອງຈັນທະບູລີ ມີ 18 ບ້ານ (70 ຄົນ)
  •   ເມືອງສີໂຄດຕະບອງ ມີ 26 ບ້ານ (56 ຄົນ)
  •   ເມືອງໄຊເສດຖາ ມີ 33 ບ້ານ (111 ຄົນ)
  •   ເມືອງສີສັດຕະນາກມີ 18 ບ້ານ (57 ຄົນ)
  •   ເມືອງ ນາຊາຍທອງ ມີ 11 ບ້ານ (110 ຄົນ)
  •   ເມືອງໄຊທານີ ມີ 32 ບ້ານ (133 ຄົນ)
  •   ເມືອງຫາດຊາຍຟອງ ມີ 26 ບ້ານ (55 ຄົນ)
  •   ເມືອງປາກງື່ມ ມີ 01 ບ້ານ ( 01 ຄົນ)
  •   ຕ່າງແຂວງ (01 ຄົນ) ແຂວງວຽງຈັນ
  •   ຍັງສືບຕໍ່ເອົາຂໍ້ມູນ 12 ຄົນ

ຫຼວງພະບາງ ມີ 201 ຄົນ ໃນ 17 ບ້ານ ແລະ 6 ເມືອງ

-ແຂວງວຽງຈັນ ມີ 110 ຄົນ ໃນ 33 ບ້ານ ແລະ 7 ເມືອງ

ຫຼວງນ້ຳທາ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ

ຜົ້ງສາລີ ມີ 121 ຄົນ ໃນ 18 ບ້ານ ແລະ 4 ເມືອງ

-ໄຊຍະບູລີ ມີ 62 ຄົນ

ຈຳປາສັກ ມີ 39 ຄົນ ໃນ 20 ບ້ານ ແລະ 4 ເມືອງ

ອຸດົມໄຊ ມີ 24 ຄົນ ໃນ 8 ບ້ານ ແລະ 1 ເມືອງ

-ເຊກອງ ມີ 13 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ບໍລິຄຳໄຊ ມີ 26 ຄົນ ໃນ 4 ບ້ານ ແລະ 3 ເມືອງ

ຄຳມ່ວນ ມີ 11 ຄົນ ໃນ 6 ບ້ານ ແລະ 3 ເມືອງ

ສະຫວັນນະເຂດ ມີ 16 ຄົນ ໃນ 5 ບ້ານ ແລະ 3 ເມືອງ

ບໍ່ແກ້ວ ມີ 57 ຄົນ ໃນ 13 ບ້ານ ແລະ 2 ເມືອງ

ສາລະວັນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ

ອັດຕະປື ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຈາກ ນະຄອນຫຼວງວຽງຈັນ 9 ຄົນ, ສະຫວັນນະເຂດ 4​ ຄົນ, ຄຳມ່ວນ 2 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 16 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 56,324 ຄົນ, ເສຍຊີວິດສະສົມ 110 ຄົນ (ໃໝ່ 06), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 468 ຄົນ, ກໍາລັງປິ່ນປົວ 10,610 ຄົນ.

LEAVE A REPLY

Please enter your comment!
Please enter your name here