ບຸນທາດຫຼວງປີນີ້ ຫ້າມທຸກການຄ້າ-ຂາຍ

0
2206

ແຈ້ງບຸນທາດຫຼວງປີນີ້ ຫ້າມທຸກການຄ້າ-ຂາຍ, ຖ້າລະເມີດຈະຖືກປັບໃໝ່ ພ້ອມຍືດສິນຄ້າໃນວັນທີ 16 ພະຈິກ 2021 ພະແນກອຸດສາຫະກໍາ ແລະ ການຄ້າ, ນະຄອນຫຼວງວຽງຈັນ ອອກແຈ້ງການ ເລື່ອງຂໍຄວາມຮ່ວມມືບໍ່ໃຫ້ມີການຊື້-ຂາຍ ດອກໄມ້, ທູບທຽນ, ເຂົ້າຫຼາມປີ້ງໄກ່ ຫຼື ສິນຄ້າອື່ນໆ ໃນຂອບເຂດອ້ອມຮອບໃນສະໜາມຫຼວງ ແລະ ເດີ່ນພຣະທາດຫຼວງ ໃນໄລຍະການຈັດງານປະເພນີ ນັບແຕ່ວັນທີ 17 ຫາ 19 ພະຈິກ 2021 ນີ້ເນື່ອງຈາກວ່າສະພາບການລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ ໄດ້ແຜ່ລາມໄປໃນຫຼາຍພື້ນທີ່ ແລະ ມີທ່າອ່ຽງຂະຫຍາຍເປັນວົງກ້ວາງ ແລະ ສືບຕໍ່ມີກໍລະນີຜູ້ຕິດເຊື້ອເພີ່ມຂຶ້ນໃນຊຸມຊົນ, ບາງສຳນັກງານ, ລັດວິສາຫະກິດ ແລະ ບໍລິສັດເອກະຊົນຕ່າງໆ. ເພື່ອເປັນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ຮັກສາໄດ້ມາດຕະການປ້ອງກັນຢ່າງເຂັ້ມງວດ.

ພະແນກອຸດສາຫະກໍາ ແລະ ການຄ້ານະຄອນຫຼວງວຽງຈັນ ຈຶ່ງອອກແຈ້ງການ ດັ່ງນີ້:

1. ໃນງານປະເພນີບຸນນະມັດສະການ ພຣະທາດຫຼວງ ປະຈຳປີ ຄສ 2021 ແມ່ນຈະບໍ່ໄດ້ມີການຄົບງັນ ແລະ ຈັດງານວາງສະແດງ ແລະ ຂາຍສິນຄ້າ ຄືທຸກປີທີ່ຜ່ານມາ.

2. ຫ້າມບຸກຄົນ, ນິຕິບຸກຄົນ ວາງຂາຍເຄື່ອງຊະຊາຍ ໃນບໍລິເວນອ້ອມຮອບ, ໃນສະໜາມຫຼວງ ແລະ ເດີ່ນພຣະທາດຫຼວງ ເດັດຂາດ, ຫ້າມທຸກການຄ້າຂາຍເຊັ່ນ: ດອກໄມ້, ທູບທຽນ, ເຂົ້າຫຼາມປີ້ງໄກ່, ສິນຄ້າອື່ນໆ, ລວມໄປເຖິງການຫີ້ວເຄື່ອງຂາຍ ແລະ ລໍ້ຍູ້ຂາຍເຄື່ອງຕ່າງໆ; ຍົກເວັ້ນ: ຮ້ານທີ່ບໍລິການປົກກະຕິຢູ່ພາຍໃນ, ຮ້ານທີ່ໄດ້ຮັບອະນຸຍາດຈາກຄະນະຮັບຜິດຊອບຈັດງານປະເພນີບຸນນະມັດສະການ ພຣະທາດຫຼວງ ປະຈຳປີ ຄສ 2021.

3. ຖ້າບຸກຄົນ, ນິຕິບຸກຄົນ ຫາກລະເມີດ ແມ່ນຈະໄດ້ປະຕິບັດມາດຕະການຕາມແຕ່ລະກໍລະນີໜັກ ຫຼື ເບົາ ດັ່ງນີ້:

  • ຄັ້ງທີ 1: ປັບໃໝ 500.000 ຫາ 5.000.000 ກີບ/ຄັ້ງ
  • ຄັ້ງທີ 2: ຍຶດສິນຄ້າ, ເຄື່ອງຂອງ ແລະ ອຸປະກອນ, ຖອນໃບອະນຸຍາດດໍາເນີນທຸລະກິດ ຫຼື ດຳເນີນຄະດີຕາມລະບຽບກົດໝາຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ຂໍ້ມູນ: Lao Youth Radio FM 90.0 Mhz

LEAVE A REPLY

Please enter your comment!
Please enter your name here