ລາຍລະອຽດຜູ້ເສຍຊີວິດໃໝ່ ແລະ ຜູ້ຕິດເຊື້ອໃໝ່

0
3454

ຕາມການລາຍງານສະຖານະການໂຄວິກ-19 ຈາກຄະນະສະເພາະກິດ ປະຈຳວັນທີ 18 ພະຈິກ 2021

ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:

ຜູ້ທີ 1: ເພດຍິງ, ອາຍຸ 40 ປີ, ອາຊີບ: ແມ່ເຮືອນ, ບ້ານໂພສີ, ນະຄອນຫລວງພະບາງ, ແຂວງຫລວງພະບາງ

  • ພະຍາດປະຈໍາຕົວ: ໄຂ່ຫລັງຊຸດໂຊມ, ຄວາມດັນເລຶອດສູງ, ເບົາຫວານ ແລະ ພະຍາດອັກເສບຕັບ
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ເວລາ 10:00 ໂມງຂອງວັນທີ 14 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງໝໍແຂວງ ຍ້ອນອິດເມື່ອຍຫລາຍໄອ, ຫາຍໃຈຝຶດ, ນອນພຽງບໍ່ໄດ້ ຈຶ່ງໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິກ-19 ແລະ ຜົນກວດ ແມ່ນພົບເຊື້ອ
  • ມາຮອດເວລາ 08:00 ໂມງ ຂອງວັນທີ 15 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 2: ເພດຍິງ, ອາຍຸ 55 ປີ, ອາຊິບ: ແມ່ເຮືອນ ຢູ່ບ້ານດົງນາໂຊກ, ເມືອງສິໂຄດຕະບອງ, ນະຄອນຫລວງ

  • ຜູ້ກ່ຽວ ນໍ້າໜັກ 95 ກິໂລ
  • ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ປະດົງ 
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ວັນທີ 9 ພະຈິກ 2021: ມີອາການໄຂ້, ໄອ ແລະ ອິດເມື່ອຍ.
  • ວັນທີ 11 ພະຈິກ 2021: ໄປກວດຢູ່ໂຮງໝໍ 103 ຜົນກວດພົບເຊື້ອ
  • ວັນທີ 12 ພະຈິກ 2021: ຍ້າຍເຂົ້າມານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດແຕ່ວັນທີ 12-16 ພະຈິກ 2021: ຄົນເຈັບອິດເມື່ອຍ, ຫາຍໃຈຫອບ, ມີປ່ານຊໍ້າຕາມຕົນໂຕ
  • ຮອດເວລາ 21:14 ໂມງ ຂອງວັນທີ 17 ພະຈິກ 2021: ຄົນເຈັບ ໄດ້ເສັຍຊີວິດ

ຜູ້ທີ 3: ເພດຊາຍ, ອາຍຸ 82 ປີ, ອາຊີບ ພະນັກງານບຳນານ, ບ້ານໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫລວງ.

  • ພະຍາດປະຈຳຕົວ: ໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ປະດົງຄໍ່
  • ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
  • ວັນທີ 15 ພະຈິກ 2021:  ມີໄຂ້, ໄອ, ຫາຍໃຈຝືດ, ນອນພຽງບໍ່ໄດ້ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ໄດ້ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບໄລຍະນອນປິ່ນປົວ 15-17 ພະຈິກ 2021: ເປັນເວລາ 03 ມື້
  • ຮອດເວລາ 21:15 ໂມງ ຂອງວັນທີ 17 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4: ເພດຊາຍ, ອາຍຸ 78 ປີ, ບ້ານທົ່ງສາງນາງ, ເມືອງຈັນທະບູລີ

  • ຍ້າຍມາແຕ່ສູນ ມຊ ດົງໂດກ.
  • ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ-19
  • ວັນທີ 4 ພະຈິກ 2021:  ເຂົ້ານອນປິ່ນປົວຢູ່ໂຮງໝໍເຊດຖາທິຣາດ
  • ເວລາ 02:00 ໂມງ ຂອງວັນທີ 18 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
  • ເມືອງຈັນທະບູລີ ມີ 20 ບ້ານ (62 ຄົນ)

ນະຄອນຫຼວງ 574 ຄົນ: ມາຈາກ 198 ບ້ານໃນ 9 ເມືອງ

  • ເມືອງສີໂຄດຕະບອງ ມີ 50 ບ້ານ (93 ຄົນ)
  • ເມືອງໄຊເສດຖາ ມີ 35 ບ້ານ (162 ຄົນ)
  • ເມືອງສີສັດຕະນາກມີ 21 ບ້ານ (46 ຄົນ)
  • ເມືອງ ນາຊາຍທອງ ມີ 13 ບ້ານ (38 ຄົນ)
  • ເມືອງໄຊທານີ ມີ 32 ບ້ານ (103 ຄົນ)
  • ເມືອງຫາດຊາຍຟອງ ມີ 22 ບ້ານ (37 ຄົນ)
  • ເມືອງ. ສັງທອງ ມີ 01 ບ້ານ (01 ຄົນ)
  • ເມືອງປາກງື່ມ ມີ 03 ບ້ານ ( 12 ຄົນ)
  • ຕ່າງແຂວງ ມີ 05 ຄົນ
  • ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ

ຫຼວງພະບາງ ມີ 151 ຄົນ ໃນ 35 ບ້ານ ແລະ 8 ເມືອງ

-ແຂວງວຽງຈັນ ມີ 136 ຄົນ ໃນ 40 ບ້ານ ແລະ 8 ເມືອງ

ຫຼວງນ້ຳທາ ມີ 17 ຄົນ ໃນ 10 ບ້ານ ແລະ 3 ເມືອງ

ຜົ້ງສາລີ ມີ 146 ຄົນ ໃນ 38 ບ້ານ ແລະ 4 ເມືອງ

ຈຳປາສັກ ມີ 63 ຄົນ ໃນ 29 ບ້ານ ແລະ 6 ເມືອງ

ອຸດົມໄຊ ມີ 23 ຄົນ ໃນ 10 ບ້ານ ແລະ 1 ເມືອງ

-ເຊກອງ ມີ 14 ຄົນ ໃນ 7 ບ້ານ ແລະ 3 ເມືອງ

ບໍລິຄຳໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ

ສະຫວັນນະເຂດ ມີ 21 ຄົນ ໃນ 13 ບ້ານ ແລະ 2 ເມືອງ

ບໍ່ແກ້ວ ມີ 118 ຄົນ ໃນ 21 ບ້ານ ແລະ 2 ເມືອງ

ສາລະວັນ ມີ 10 ຄົນ ໃນ 5 ບ້ານ ແລະ 2 ເມືອງ

ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ

ອັດຕະປື ມີ 5 ຄົນ

-ໄຊຍະບູລີ ມີ 86 ຄົນ ໃນ 7 ບ້ານ ແລະ 1 ເມືອງ

-ຊຽງຂວາງ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ

-ໄຊສົມບູນ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ

ມາຮອດວັນທີ 18 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 58,798 ຄົນ, ເສຍຊີວິດສະສົມ 116 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 533ຄົນ, ກໍາລັງປິ່ນປົວ 11,159 ຄົນ.

LEAVE A REPLY

Please enter your comment!
Please enter your name here