ລາວໄດ້ຮັບເງິນຊ່ວຍເຫຼືອຈາກຕວັກກີ ເຂົ້າວຽກງານປ້ອງກັນໂຄວິດ ຢູ່ສູນຈໍາກັດບໍລິເວນ

0
1870

ໃນໂອກາດ ທ່ານ Mr. Orhan ISIK ເອກອັກຄະລັດຖະທູດແຫ່ງຕວັກກີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂັບນັບທ່ານລັດຖະມົນຕີກະຊວງສາທາລະນະສຸກ ແລະ ມອບເງິນຊ່ວຍເຫຼືອວຽກງານປ້ອງກັນໂຄວິດ-19 ຢູ່ສູນຈຳກັດບໍລິເວນ ໃນ ສປປ ລາວ.

ທ່ານ ປອ.ດຣ. ບູນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ Mr. Orhan ISIK ເອກອັກຄະລັດຖະທູດແຫ່ງຕວັກກີ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ, ໃນໂອກາດນີ້ ທ່ານເອກອັກຄະລັດຖະທູດ ໄດ້ມອບເງິນຊ່ວຍເຫຼຶອຈາກລັດຖະບານຕັວກກີ ຈໍານວນ 467,200,000 ກີບ ເພື່ອນໍາໃຊ້ໃນວຽກງານປ້ອງກັນພະຍາດໂຄວີດ-19 ຢູ່ສູນຈຳກັດບໍລິເວນ ໃນ ສປປ ລາວ.

ກ່າວຮັບໂດຍທ່ານ ປອ.ດຣ. ບູນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ມີທ່ານຫົວໜ້າຫ້ອງການກະຊວງ, ບັນດາທ່ານຫົວໜ້າກົມ, ຮອງກົມ, ຫົວໜ້າສູນ ແລະ ຮອງສູນ ພ້ອມພະນັກງານ ທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ການຊ່ວຍເຫຼືອຄັ້ງນີ້ໄດ້ສະແດງເຖິງຄວາມເປັນຫ່ວງເປັນໄຍຂອງລັດຖະບານຕວັກກີ ຕໍ່ ສປປ ລາວ ເຊິ່ງງົບປະມານດັ່ງກ່າວຈະໄດ້ຖືກນໍາໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງຢູ່ສູນຈໍາກັດບໍລິເວນກໍ່ຄືວຽກງານຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ໄດ້ຮັບປະສິດຕິຜົນສູງທີ່ສຸດ.

LEAVE A REPLY

Please enter your comment!
Please enter your name here