ຂ່າວດີສົ່ງທ້າຍເດືອນ! ລາວໄດ້ຮັບວັກຊີນເພີ່ມ 6 ແສນໂດສ

0
4169

COVAX Facility ໃຫ້ການຊ່ວຍເຫຼືອ ວັກຊີນກັນພະຍາດ ໂຄວິດ-19 ຈໍານວນ 600,000 ກ່ວາໂດສ໌​ ເເກ່ ສປປ ລາວ   

ຈຳນວນໂດສ໌ດັ່ງກ່າວເເມ່ນປະກອບມິການບໍລິຈາກໂດຍກົງຈາກ COVAX Facility ພ້ອມດ້ວຍການຊ່ວຍເຫຼືອຈາກປະເທດ ຟິນແລນ, ສວີເດນ ເເລະ ເນເທີແລນ ໂດຍຜ່ານ COVAX.

ະຄອນຫຼວງວຽງຈັນ, ວັນທີ 28 ເດືອນພະຈິກ 2021 – ໃນມື້ນີ້,ສປປ ລາວ ໄດ້ຮັບການບໍລິຈາກ​ວັກຊີນປ້ອງກັນພະຍາດ ໂຄວິດ-19 AstraZeneca ຈໍານວນ600,000 ກ່ວາໂດສ໌​ ໂດຍຜ່ານ COVAX Facility – ເຊີ່ງແມ່ນ​ການຮ່ວມມືກັນລະຫວ່າງອົງການພັນທະມິດຮ່ວມມືດ້ານນະວັດຕະກໍາເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi) ແລະ ອົງການອະນາໄມໂລກ (WHO), ໂດຍມີ ອົງການຢູນິເຊັບ ເປັນຄູ່ຮ່ວມງານສຳຄັນໃນການຈັດສົ່ງ – ເເລະ ເປັນການຈັດສົ່ງວັກຊີນຊຸດທີ 6 ພາຍໃຕ້ COVAX, ພາຍຫຼັງການບໍລິຈາກໃນຕົ້ນເດືອນພະຈິກທີ່ຜ່ານມານີ້.

ການຈັດສັນວັກຊີນກັນພະຍາດ ໂຄວິດ-19 ຊຸດໃໝ່ນີ້​ປະກອບມີ​​ວັກຊີນ AstraZeneca 132,000 ໂດສ໌ ເຊີ່ງເປັນການປະກອບສ່ວນໂດຍກົງຈາກ COVAX Facility, ແລະ ການບໍລິຈາກວັກຊີນຊະນີດດຽວກັນຈາກປະເທດ ຟິນແລນ, ສວີເດນ ແລະ ເນເທີແລນ ໂດຍຜ່ານ COVAX Facility,  ເຊິ່ງປະກອບມີ 100,800 ໂດສຈາກ​ປະເທດຟິນແລນ, 199,200 ໂດ​ສ໌ ​ຈາກປະເທດສວີເດນ ແລະ 199,200 ໂດ​ສ໌ ຈາກປະເທດເນເທີແລນ.

ໂດຍໃຫ້ກຽດເຂົ້ນຮ່ວມໃນຄັ້ງນີ້ ພະນະທ່ານ​ ດຣ. ດຣ ສະໜອງ ທອງຊະນະ , ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວວ່າ: “ລັດຖະບານແຫ່ງ ສປປ ລາວ ຍິນດີຕ້ອນຮັບການຈັດສັນວັກຊີນຊຸດໃໝ່ນີ້ຈາກ COVAX Facility ພ້ອມດ້ວຍ ພະ​ນະທ່າ ນາງ​ ອີນາ ມາກຊີອູລີໂອນີເຕ,​ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ດຣ. ຈູນ ກາວ​, ​ຜູ້ຕາງໜ້າ ອົງການອະນາໄມໂລກ ປະຈໍາ ສປປ ລາວ ແລະທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນີເຊັບ ປະຈຳ ສປປ ລາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.

ໂດຍຈະນຳເອົາວັກຊີນດັ່ງກ່າວມາເສີມຂະຫຍາຍຂະບວນການ​ສັກ​ວັກຊີນ​ກັນພະຍາດໂຄວິດ-19, ໂດຍສະເພາະໃນປັດຈຸບັນນີ້ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍ​ໃໝ່​ຂອງການສັກ​ວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດ​ໃນທ້າຍປີ 2021 ນີ້.

LEAVE A REPLY

Please enter your comment!
Please enter your name here