ເສຍຊີວິດຍ້ອນຄວາມປະມາດຂອງຕົນເອງ!

0
10991

ຄວາມປະມາດຂາດສະຕິພາໃຫ້ຕົນເອງເສຍຊີວິດ

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ທ້າວ ກວ້າງ ອາຍຸ 25 ປີ ອາຊີບເຮັດນາ ຢູ່ບ້ານສຳພັນນາ ເມືອງສັງທອງ ນວ ເສຍຊີວິດໃນວັນທີ 5 ທັນວາ 2021 ຍ້ອນປືນດັດແປງຂອງຕົນລັ່ນຖືກບໍລິເວນໃບໜ້າກ້ຳຊາຍ ຢູ່ຮ່ອງຫ້ວຍເຂດພູພະນັງ ເມືອງສັງທອງ.

ພັທ ສີທົນ ພົມມະວົງ ຫົວໜ້າ ປກສ ກຸ່ມ 1 ຄົກເພີງ ເມືອງສັງທອງ ໃຫ້ຮູ້ວ່າ: ໃນເວລາ 12 ໂມງວັນທີ 5 ທັນວາ 2021 ໄດ້ຮັບລາຍງານຈາກອຳນາດການປົກຄອງບ້ານສຳພັນນາວ່າ: ມີຄົນຖືກປືນເສຍຊີວິດຢູ່ເທີງພູພະນັງ ຈື່ງໄດ້ສົມທົບກັບ ປກຊ-ປກສ ບ້ານ ລົງກວດກາຕົວຈິງ ຜ່ານການກວດກາຊັນນະສູດຊາກສົບ, ເກັບກໍາຂໍ້ມູນຫຼັກຖານ ແລະ ສອບສວນເອົາຄໍາໃຫ້ການຜູ້ເຫັນເຫດການບອກວ່າ: ການເສຍຊີວິດຂອງທ້າວ ກວ້າງ ໃນຄັ້ງນີ້ ແມ່ນເກີດຈາກປືນລັ່ນໃສ່ໜ້າຜາກໃບໜ້າເບື້ອງກໍ້າຊ້າຍ ຈົນພາໃຫ້ເສຍຊີວິດຄາທີ່ ຕາມການຢັ້ງຢືນຂອງພະຍານບອກວ່າ: ປືນດັດແປງທີ່ລັ່ນໃສ່ທ້າວ ກວ້າງ ໃນຄັ້ງນີ້ ແມ່ນເກີດຈາກຄວາມຜິດພາດ, ຄວາມເຂົ້າໃຈບໍ່ຖືກຕ້ອງຕາມເຕັກນິກການນຳໃຊ້ປືນດັດແປງ ຈື່ງເຮັດໃຫ້ລູກກະສູນປືນຖືກຕົນເອງພາໃຫ້ເສຍຊີວິດ.

ຕໍ່ກັບເຫດການດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສະແດງຄວາມເສຍໃຈຕໍ່ກັບຄອບຄົວຜູ້ເສຍຊີວິດ ແລະ ຮຽກຮ້ອງມາຍັງຜູ້ນໍາໃຊ້ ແລະ ຄຸ້ມຄອງປືນດັດແປງໃຊ້ສຳລັບການລ່າເນື້ອທີ່ບໍ່ມີອະນຸຍາດນຳໃຊ້ທີ່ຖືກຕ້ອງໃຫ້ນຳມາມອບໃຫ້ເຈົ້າໜ້າທີ່ກອງບັນຊາການຂັ້ນເມືອງ ເພື່ອຄຸ້ມຄອງປ້ອງກັນບໍ່ໃຫ້ເຫດການດັ່ງກ່າວເກີດຂຶ້ນອີກ.

LEAVE A REPLY

Please enter your comment!
Please enter your name here