ໄຟໄໝ້ເຮືອນປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ

0
2093

ເກີດອັກຄີໄພໄຟໄໝ້ເຮືອນຂອງປະຊາຊົນບ້ານຄໍາປ່າແໜ ເມືອງຊົນນະບູລີ

ອີງຕາມການລາຍງານຂອງທ່ານ ພັຕ ທອງສິນ ວົງທິບຽນ ນາຍບ້ານໆຄໍາປ່າແໜ ໃຫ້ຮູ້ວ່າ: ໃນເວລາປະມານ 9:00 ໂມງ ຂອງວັນທີ 7 ທັນວາ 2021 ໄດ້ເກີດເຫດໄຟໄໝ້ເຮືອນຂອງ ທ້າວ ສີຄູນ ອາຍຸ 61 ປີ ປະຊາຊົນ ບ້ານຄໍາປ່າແໜ ເມືອງຊົນນະບູລີ ແຂວງສະຫວັນນະເຂດ. ເຊີ່ງທາງອໍານາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນ ແລະພະນັກງານກໍ່ສ້າງຮາກຖານ ກໍາລັງກອງຮ້ອຍ 204 ແລະ ລົດມອດໄຟກອງບັນຊາການ ປກສ ເມືອງ ກໍ່ໄດ້ເຂົ້າໃຫ້ການຊ່ວຍເຫຼືອໃນການມອດໄຟ ເຊິ່ງໃຊ້ເວລາປະມານຊົ່ວໂມງເຄິ່ງຈຶ່ງສາມາດມອດໄຟໄດ້.

ສາເຫດຂອງການເກີດອັກຄີໄພໃນຄັ້ງນີ້ຕາມການບອກເລົ່າຂອງປະຊາຊົນເຮືອນໃກ້ຄຽງ ແມ່ນໄດ້ຍິນສຽງແຕກຢູ່ພາຍໃນເຮືອນບາດໜຶ່ງ ແລ້ວເກີດມີໄຟລຸກຂຶ້ນ ຄາດວ່າອາດຈະເກີດຈາກໄຟຟ້າລັດວົງຈອນ. ດ້ານຄວາມເສຍຫາຍມີເຮືອນ 1 ຫຼັງ ແລະ ເຄື່ອງໃຊ້ອື່ນໆພາຍໃນເຮືອນ ລວມມູນຄ່າເສຍຫາຍທັງໝົດ 93 ລ້ານກວ່າກີບ.

ຕໍ່ກັບເຫດການດັ່ງກ່າວທາງການນໍາຂອງເມືອງ ຊົນນະບູລີ ກໍ່ໄດ້ລົງໄປໃຫ້ການຊ່ວຍເຫຼືອບັນເທົາທຸກໃນຂັ້ນເບື້ອງຕົ້ນເຊີ່ງນໍາໂດຍທ່ານ ນາງ ຄອນສະຫວັນ ແກ້ວດວງດີ ຮອງເລຂາພັກເມືອງ ປະທານກວດພັກ-ລັດເມືອງ ພ້ອມດ້ວຍພະນັກງານ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ມີເຂົ້າສານ 2 ກະສອບ, ສັງກະສີ 20 ແຜ່ນ ແລະອາຫານແຫ້ງ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກທີ່ນໍາໃຊ້ພາຍໃນຄົວເຮືອນອີກຈໍານວນໜຶ່ງ ມອບໃຫ້ຄອບຄົວ ທ້າວ ສີຄູນ ລວມມູນຄ່າ 2.625.000 ກີບ.

LEAVE A REPLY

Please enter your comment!
Please enter your name here