ຊ່ວຍເຫຼືອໃຫ້ຄອບຄົວທີ່ປະສົບອັກຄີໄພຢູ່ແຂວງຫົວພັນ

0
1501

ສພຂ​ ຫົວພັນ​ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທີ່ປະສົບອັກຄີໄພ

ດ້ວຍຄວາມ​ເປັນຫ່ວງ​ເປັນ​ໃຍ​ ຂອງສະພາ​ປະຊາຊົນ​ ແຂວງຫົວພັນ​ ທີ່ມີຕໍ່ປະຊາຊົນບັນດາເຜົ່າ ເວົ້າລວມ, ເວົ້າສະເພາະ ຕໍ່ຄອບຄົວທີ່ຖືກປະສົບເຄາະຮ້າຍຈາກອັກຄີໄພ(ໄຟໄໝ້ເຮືອນ) ຕອນເຊົ້າ​ ວັນທີ​ 14​ ທັນວາ​ 2021​ ນີ້,​ ນຳໂດຍ ທ່ານ​ ນາງ​ ອຳໄພວອນ​ ລ້ອມບຸນແພງ​ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ;

ມີ​ບັນດາທ່ານ​ສະມາຊິກສະພາປະຊາຊົນແຂວງ ຫົວພັນ ປະຈຳເຂດເລືອກຕັ້ງເມືອງຊຳເໜືອ, ຮອງເລຂາທິການ ພ້ອມດ້ວຍທີມງານ ຕາງໜ້າ​ສະພາປະຊາຊົນແຂວງ ໄດ້ລົງມອບເຄື່ອງຊ່ວຍເຫລືຶອບັນເທົາທຸກ ໃຫ້ຄອບຄົວທີ່ຖືກເຄາະຮ້າຍ ເຊິ່ງໄດ້ຮັບຜົນກະທົບ​ຈາກ​ໄຟໄໝ້ເຮືອນ​ (ເຮືອນຂອງທ່ານ ພອນຄຳ​ ຄຳມີໄຊ​ພາຍໃນຄອບຄົວມີສະມາຊິກ 8​ ຄົນ​ ຍິງ​3ຄົນ​) ຢູ່ບ້ານບວຍ ເມືອງຊຳເໜືອ​ ແຂວງຫົວພັນ​ ກ່າວມອບໂດຍ ທ່ານ​ ນາງ​ ອຳໄພວອນ​ ລ້ອມບຸນແພງ​ ແລະ​ ກ່າວຮັບໂດຍ ທ່ານ​ ພອນຄຳ ຄຳມີໄຊ ເຄື່ອງທີ່ນຳໄປຊ່ວຍເຫລືອໃນຄັ້ງນີ້ ມີໝໍ້ໃຫຍ່,​ໝໍ້ນ້ອຍ, ຜ້າຫົ່ມໂຕໂຕ,​ມຸ້ງ,​ຜູກ,​ໝອນ,​ປ໋ອງປາ, ໝີ່ສຳເລັດຮູບ,​ເຄື່ອງນຸ່ງຫົ່ມ,​ເກີບ,​ເງິນສົດ 1 ລ້ານກວ່າກີບ ແລະ​ ອື່ນໆ ລວມມູນຄ່າ​ທັງໝົດ​ 3 ລ້ານກວ່າກີບ​; ການມອບເຄື່ອງຊ່ວຍເຫລືອຄັ້ງນີ້ ມີຄະນະພັກ,​ອຳນາດການປົກຄອງບ້ານ,​ເຖົ້າແກ່ແນວໂຮມ,​ອົງ​ການຈັດຕັ້ງ​ມະຫາຊົນ​ຂອງບ້ານ​ ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມເປັນສັກຂີພິຍານນຳ.

ເຫດການດັ່ງກ່າວ ໄດ້ເກີດຂຶ້ນໃນຕອນບ່າຍຂອງວັນທີ 8​ ທັນວາ​ 2021 ຜ່ານມາຍ້ອນໄຟຟ້າດັບວົງຈອນ​ ເຊິ່ງຜົນເສຍຫາຍໃນຄັ້ງນີ້ມີເຮືອນ 1 ຫລັງ, ​ລົດຮຸນໄດ 1 ຄັນ, ລົດໄຖນາ 1 ຄັນ,​ໂຮງສີເຂົ້າ 1 ເຄື່ອງ,​ເງິນເຈ້ຍ12ລ້ານກີບ​ ແລະ​ ອື່ນໆ​ ລວມມູນຄ່າເສຍຫາຍທັງໝົດ200ກວ່າລ້ານກີບ.​ ໂອກາດດຽວກັນນີ້,​ ທີມງານຍັງໄດ້ສະແດງຄວາມເສຍໃຈຕໍ່ເຫດການດັ່ງກ່າວທີ່ເກີດຂຶ້ນ ແລະ​ ຮຽກຮ້ອງມາຍັງຄອບຄົວທີ່ຖືກຜົນກະທົບ​ ຕະຫລອດຮອດພໍ່ແມ່ປະຊາຊົນ ຈົ່ງມີສະຕິໃນການນຳໃຊ້ໄຟຟ້າ,​ ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນແລະກັນ,​ຕ້ານທຸກປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ແລະ​ ພ້ອມກັນເອົາໃຈໃສ່ສ້າງເສດຖະກິດຄອບຄົວໃຫ້ນັບມື້ດີຂຶ້ນ.​ ຂ່າວ: ສະພາປະຊາຊົນແຂວງຫົວພັນ

LEAVE A REPLY

Please enter your comment!
Please enter your name here