ມອບ-ຮັບ ອະນຸສາວະລີ ອົງແກ້ວ ແຂວງເຊກອງ

0
1911

ເຊກອງ ສຳເລັດໂຄງການກໍ່ສ້າງອະນຸສາວະລີ ອົງແກ້ວ

ພິທີມອບ-ຮັບ ໂຄງການກໍ່ສ້າງ ສວນວະລີ ອະນຸສາວະລີ ອົງແກ້ວ ລະຫວ່າງ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ (ເຈົ້າຂອງໂຄງການ) ກັບ ບໍລິສັດ ຈະເລີນເຊກອງກຣຸບ ຈໍາກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ໄດ້ຈັດຂຶ້ນໃນວັນທີ 17 ທັນວາຜ່ານມາ , ພາຍຫລັງສຳເລັດການກໍ່ສ້າງ ໃນມູນຄ່າ 23 ຕື້ກວ່າກີບ. ໂດຍມີທ່ານ ບູ່ໄຊ ໄຊຍະເສນ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ໂພໄຊ ພິມມະສອນ ຮອງຫົວໜ້າຫ້ອງວ່າການແຂວງ, ຄະນະຮັບຜິດຊອບຊີ້ນໍາໂຄງການ ແລະ ວິຊາການກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ສີນວນ ໄຫລມຸນຕີ ຮອງຫົວໜ້າຂະແໜງບໍລິ ຫານ ພະແນກ ຖວທ ແຂວງ ໄດ້ລາຍງານວ່າ: ໂຄງການກໍ່ສ້າງສວນອະນຸສາວະລີອົງແກ້ວ ຕັ້ງຢູ່ບ້ານໃໝ່ຫົວເມືອງ ເມືອງລະມາມແຂວງເຊກອງ, ມີເນື້ອທີ່ການກໍ່ສ້າງ 4,11 ເຮັກຕາ, ປະກອບມີ 4 ວຽກໃຫຍ່ຄື: ວຽກບຸກເບີກເນື້ອທີ່ດິນ; ວຽກກໍ່ສ້າງອະນຸສາວະລີ; ວຽກກໍ່ສ້າງຖານຕັ້ງຮູບ ປັ້ນຫລໍ່ ແລະ ວຽກປັ້ນຫລໍ່ຮູບທ່ານອົງແກ້ວ. ໂຄງການນີ້ ໄດ້ລົງມືກໍ່ສ້າງໃນວັນທີ 5 ມີນາ 2015 ສຳເລັດໃນປີ 2019.

ທ່ານ ສີນວນ ໄຫລມຸນຕີ ໃຫ້ຮູ້ຕື່ມວ່າ: ໂຄງການກໍ່ສ້າງອະນຸສາວະລີອົງແກ້ວ ແຂວງເຊກອງ ແມ່ນໂຄງການໜຶ່ງທີ່ສໍາຄັນ ແລະ ມີຄວາມໝາຍທາງປະຫວັດສາດ-ການເມືອງຢ່າງເລິກເຊິ່ງ.

ດັ່ງນັ້ນ ສູນກາງພັກ ແລະລັດຖະ ບານຈຶ່ງໄດ້ຕົກລົງອະນຸມັດໃຫ້ມີການກໍ່ສ້າງ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ກໍຄືນັກທ່ອງທ່ຽວເວົ້າລວມ ໂດຍສະເພາະປະຊາຊົນແຂວງເຊກອງ ໄດ້ເຂົ້າມາທ່ຽວຊົມຮຽນຮູ້ເຖິງປະຫວັດສາດ, ການກໍາເນີດການເຄື່ອນໄຫວ ແລະ ການນໍາພາປະຊາຊົນລາວຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຂອງທ່ານອົງແກ້ວ ໃນເມື່ອກ່ອນ.

ແຫຼ່ງຂໍ້ມູນ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here