ເລັ່ງແກ້ໄຂ ລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ

0
4325

ຫຼວງນໍ້າທາ ເລັ່ງແກ້ໄຂ ລົດຂົນສົ່ງສິນຄ້າ ຢູ່ເຂດດ່ານສາກົນບໍ່ເຕ່ນ ສົ່ງອອກໄປ ສປ ຈີນ

ແຫຼ່ງຂ່າວຈາກ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ສະພາບການຂົນສົ່ງສິນຄ້າສົ່ງອອກ ສປ ຈີນ ຢູ່ເຂດດ່ານສາກົນບໍ່ເຕ່ນ ແຂວງຫຼວງນໍ້າທາ ປັດຈຸບັນ ຈໍານວນລົດຂົນສົ່ງສິນຄ້າ ນັບມື້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ພາຍຫລັງທີ່ລັດຖະບານ ກໍຄື ຄະນະສະເພາະກິດ ເພື່ອປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄດ້ມີມາດຕະການຜ່ອນຜັນ ໂດຍອະນຸຍາດໃຫ້ລົດຂົນສົ່ງສິນຄ້າ ນໍາສິນຄ້າຈາກ ສປປ ລາວ ອອກໄປ ສປ ຈີນໄດ້, ຈຶ່ງເຮັດໃຫ້ມີລົດຕິດຄ້າງເປັນຈໍານວນຫລວງຫລາຍ ຢູ່ເຂດດ່ານສາກົນບໍ່ເຕ່ນ ເພື່ອລໍາລຽງສີນຄ້າອອກໄປ ສປ ຈີນ, ເຮັດໃຫ້ການສັນຈອນໄປມາຕິດຂັດ ພົບຄວາມຫຍຸ້ງຍາກ, ເຊິ່ງປັດຈຸບັນ ພາກສ່ວນກ່ຽວຂ້ອງກຳລັງເລັ່ງແກ້ໄຂ ບັນຫາດັ່ງກ່າວ.

ທ່ານ ພັນໂທ ລາດສະຫວ່າງ ປຣະຈິດທໍາ ຫົວໜ້າພະແນກຕໍາຫລວດຈາລະຈອນ, ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຫລວງນໍ້າທາ ໄດ້ໃຫ້ຮູ້ວ່າ: ສະພາບລົດຕິດຢູ່ເຂດດ່ານສາກົນບໍ່ເຕ່ນ, ນັບແຕ່ຕົ້ນເດືອນທັນວາ 2021 ເປັນຕົ້ນມາໄດ້ເລີ່ມມີລົດຂົນສົ່ງສິນຄ້າ ຕິດຄ້າງຢູ່ລຽບຕາມແຄມທາງ ນັບແຕ່ນາເຕີຍ ຫາ ດ່ານພາສີສາກົນບໍ່ເຕ່ນ ມີຄວາມຍາວ 20 ກິໂລແມັດ ເພື່ອລໍຖ້າຂົນສົ່ງສິນຄ້າສົ່ງອອກໄປ ສປ ຈີນ ນັບແຕ່ວັນທີ 13 ທັນວາ ເປັນຕົ້ນມາ ລົດຂົນສົ່ງສິນຄ້າມາຈາກພາຍໃນແຂວງ ແລະ ແຂວງຕ່າງໆທົ່ວປະ ເທດເຂົ້າມາຫລາຍເພີ່ມຂຶ້ນເລື້ອຍໆ ເຮັດໃຫ້ລົດຂົນສົ່ງສິນຄ້າ ຈໍານວນຫລາຍພັນຄັນຕິດຄ້າງຢູ່ລຽບຕາມເສັ້ນທາງ ເຊິ່ງສາເຫດລົດຕິດຍ້ອນ ເສັ້ນທາງຄັບແຄບ, ມີການກໍ່ສ້າງ, ການປ່ອຍລົດເຂົ້າໄປ ສປ ຈີນ ມີຈໍານວນໜ້ອຍໃນແຕ່ລະວັນ.

ຕໍ່ສະພາບດັ່ງກ່າວທາງພະແນກຕໍາຫຼວດຈາລະຈອນ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງນໍ້າທາ ໄດ້ຈັດຕັ້ງກໍາລັງລົງລະບາຍລົດແອອັດດັ່ງກ່າວ ນັບແຕ່ວັນທີ 1 ທັນວາ ເປັນຕົ້ນມາ, ພ້ອມທັງຈັດວາງກໍາລັງອອກເປັນ 3 ຊຸດ, ຊຸດລະ 7-8 ຄົນ ເພື່ອປະຈໍາຢູ່ຈຸດຕ່າງໆ.

ພ້ອມກັນນັ້ນ, ຫ້ອງວ່າການແຂວງຫລວງນໍ້າທາ ກໍໄດ້ອອກແຈ້ງການ ເຖິງຫ້ອງວ່າການແຂວງທົ່ວປະເທດ ສະບັບເລກທີ 799 ລົງວັນທີ 17 ທັນວາ 2021 ເລື່ອງການແກ້ໄຂ ສະພາບລົດຕິດຢູ່ດ່ານສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ເນື່ອງຈາກວ່າໃນໄລຍະການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາແຂວງຂອງ ສປປ ລາວ ເຮັດໃຫ້ ສປ ຈີນ ເພີ່ມຄວາມເຂັ້ມງວດໃນການອະນຸຍາດໃຫ້ຄົນ ແລະ ລົດບັນທຸກສິນຄ້າເຂົ້າປະເທດ, ເຊິ່ງປັດຈຸບັນ ມີລົດບັນທຸກເຂົ້າມາດ່ານສາກົນບໍ່ເຕ່ນປະມານ 350 ຄັນຕໍ່ມື້, ແຕ່ດ່ານຝ່າຍຈີນອະນຸຍາດໃຫ້ເຂົ້າໄປ 150 ຄັນຕໍ່ມື້, ສົ່ງຜົນໃຫ້ມີລົດບັນທຸກຂົນສົ່ງສິນຄ້າ ຄ້າງຢູ່ດ່ານສາກົນບໍ່ເຕ່ນ ແລະ ຕາມເສັ້ນທາງເປັນຈໍານວນຫລວງຫລາຍ ແລະ ເຮັດໃຫ້ເສັ້ນທາງເຂດນາເຕີຍ ຫາດ່ານສາກົນບໍ່ເຕ່ນ ມີຄວາມແອອັດ, ບໍ່ສາມາດສັນຈອນໄປມາໄດ້, ສະນັ້ນເພື່ອແກ້ໄຂຄວາມແອອັດດັ່ງກ່າວ ແຂວງຫລວງນໍ້າທາ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ໂຈະຊົ່ວຄາວການສັນຈອນຂອງລົດບັນທຸກ ທີ່ມີຈຸດປະສົງຈະຂົນສົ່ງສິນຄ້າ ຜ່ານດ່ານສາກົນບໍ່ເຕ່ນ-ບໍ່ຫານ.

ສໍາລັບສິນຄ້າທົ່ວໄປ ແມ່ນເລີ່ມໂຈະແຕ່ວັນອອກແຈ້ງການເປັນຕົ້ນໄປ, ສ່ວນສິນຄ້າປະເພດກະສິກໍາ ແມ່ນເລີ່ມແຕ່ວັນທີ 19 ທັນວາ ເຖິງວັນທີ 26 ທັນວາ 2021.

ທັງນີ້ ກໍ ເພື່ອແຈ້ງໃຫ້ຫ້ອງວ່າການແຂວງທົ່ວປະເທດ ແຈ້ງໄປຍັງຂະແໜງການທີ່ກ່ຽວຂ້ອງ, ຜູ້ປະ ກອບການໃນແຂວງຂອງຕົນຊາບ ແລະ ໃຫ້ການຮ່ວມມືໃນການແກ້ໄຂບັນຫາດັ່ງກ່າວ.

ຂໍ້ມູນຈາກ: ຂປລ

LEAVE A REPLY

Please enter your comment!
Please enter your name here