ບ້ານນໍ້າຍອນ, ເມືອງຫ້ວຍຊາຍສໍາເລັດການປະເມີນການແກ້ໄຂປະກົດການຫຍໍ້ທໍ້

0
1293

ໃນທ້າຍອາທິດຜ່ານມານີ້, ກອງບັນຊາການປ້ອງກັນຄວາມສະຫງົບເມືອງຫ້ວຍຊາຍ, ສໍາເລັດປະເມີນການແກ້ໄຂປະກົດການຫຍໍ້ທໍ້ຕິດພັນກັບການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ຢູ່ກຸ່ມ ບ້ານນໍ້າຍອນ, ໂດຍການເປັນປະທານຂອງ ທ່ານ ພັນໂທ ມະນີວອນ ຜິວຜາສຸກ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຫ້ວຍຊາຍ, ເຂົ້າຮ່ວມຂອງທ່ານ ພັນໂທ ຄໍາເຫຼັກ ໄຊຍະອຸ່ນ ຮອງຫ້ອງ 509 ປກສ ແຂວງບໍ່ແກ້ວ, ມີບັນດາຄະນະພັກຮາກຖານ, ອໍານາດການປົກຄອງບ້ານພາຍໃນກຸ່ມເຂົ້າຮ່ວມ.

ທ່ານ ພັນໂທ ກາສີ ແພງເຈືອຫຼ້າ ຮອງພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງຫ້ວຍຊາຍ ກ່າວວ່າ: ກຸ່ມບ້ານນໍ້າຍອນເປັນກຸ່ມໜຶ່ງທີ່ຂຶ້ນກັບເມືອງຫ້ວຍຊາຍ, ຫ່າງຈາກຕົວເມືອງ 19 ກິໂລແມັດ, ປະກອບມີ 4 ບ້ານ, ມີ 627 ຄົວເຮືອນ, ມີ 722 ຄອບຄົວ, ມີພົນລະເມືອງທັງໝົດ 3569 ຄົນ, ຍິງ 1849 ຄົນ, ຢູ່ພາຍໃນກຸ່ມບ້ານນໍ້າຍອນໃນໄລຍະຜ່ານມາເຫັນວ່າ ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນຫຼາຍມີຄວາມເຂົ້າໃຈ ແລະ ເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະຕັ້ງໜ້າປະກອບສ່ວນເຂົ້າຮ່ວມວຽກງານ ປກສ-ປກຊ ເປັນຢ່າງດີປະຕິບັດຕາມຂໍ້ກໍານົດກົດລະບຽບວາງອອກ, ມີຄວາມຕື່ນຕົວ ແລະ ຈິງໃຈໃນການໃຫ້ຂໍ້ມູນຕ່າງໆພາຍໃນຄອບຄົວໄດ້ລາຍງານສະພາບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ພາຍໃນບ້ານຂອງຕົນໃຫ້ອໍານາດການປົກຄອງບ້ານຊາບເພື່ອຊອກຫາວິທີການແກ້ໄຂໃຫ້ທັນກັບເວລາ, ຜ່ານການປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ວຽກງານສໍາມະໂນຄົວ ປະເມີນໄດ້ 95% ວຽກງານ ປກສ-ປກຊ ປະເມີນໄດ້ 90% ວຽກງານອາຊີບ

– ພາຫະນະພິເສດ ປະເມີນໄດ້ 95% ວຽກງານຕໍາຫຼວດ ປະເມີນໄດ້ 80% ວຽກງານສັນຕິບານ ປະເມີນໄດ້ 85% ວຽກງານ 504 ປະເມີນໄດ້ 95%.

ໂອກາດນີ້, ທ່ານ ພັນໂທ ມະນີວອນ ຜິວຜາສຸກ ກໍາມະການພັກເມືອງ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບເມືອງຫ້ວຍຊາຍ, ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ຄະນະທີມງານລົງແກ້ໄຂປະກົດການຫບໍ້ທໍ້ ແລະ ຕິດພັນກັບປະເມີນການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ທ່ານໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຈົ່ງພ້ອມກັນເພີ້ມທະວີວຽກງານວິຊາສະເພາະຂອງຕົວ, ເອົາໃຈໃສໃນການເປັນເຈົ້າການໃນການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ຄະນະພັກອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ, ເພື່ອກໍາແໜ້ນຕໍ່ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບໃຫ້ເປັນຢ່າງດີ, ພ້ອມດຽວກັນນັ້ນໃນພິທີດັ່ງກ່າວ ປະທານ ແລະ ຄະນະປະທານ ໄດ້ພ້ອມກັນທໍາລາຍອາວຸດລ່າເນື້ອ (ປືນແກັບ) ທີ່ຍຶດໄດ້ຈາກປະຊາຊົນພາຍໃນກຸ່ມນໍ້າຍອນ ມີທັງໝົດ 105 ກະບອກຕື່ມອີກ.

ແຫຼງຂ່າວ: ຖວທ ເມືອຫ້ວຍຊາຍ

LEAVE A REPLY

Please enter your comment!
Please enter your name here