ຜູ້ຕິດເຊື້ອເລີ່ມຫຼຸດລົງ! ແຕ່ຈຳນວນຜູ້ເສຍຊີວິດຍັງມີເລື້ອຍໆ

0
3553

ຈາກສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 4 ມັງກອນ 2022 ໃຫ້ຮູ້ວ່າ:

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 2.982 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 519 ຄົນ (ຕິດເຊື້ອພາຍໃນ ມີ 515ຄົນ ແລະ ຕິດເຊື້ອນໍາເຂົ້າ 04 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 515 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໂດຍລຽງລຳດັບຈາກແຂວງຫຼາຍຫາໜ້ອຍ ມີລາຍລະອຽດ ດັ່ງນີ້:

  1. ນະຄອນຫຼວງວຽງຈັນ 174 ຄົນ
  2. ຫຼວງນ້ຳທາ 80 ຄົນ
  3. ຫົວພັນ 56 ຄົນ
  4. ບໍ່ແກ້ວ 38 ຄົນ
  5. ຊຽງຂວາງ 28 ຄົນ
  6. ວຽງຈັນ 20 ຄົນ
  7. ອຸດົມໄຊ 20 ຄົນ
  8. ບໍລິຄຳໄຊ 15 ຄົນ
  9. ຈຳປາສັກ 14 ຄົນ
  10. ໄຊຍະບູລີ 12 ຄົນ
  11. ສະຫວັນນະເຂດ 11 ຄົນ
  12. ຄຳມ່ວນ 11 ຄົນ
  13. ອັດຕະປື 10 ຄົນ
  14. ຫຼວງພະບາງ 8 ຄົນ
  15. ສາລະວັນ 7 ຄົນ
  16. ໄຊສົມບູນ 6 ຄົນ
  17. ຜົ້ງສາລີ 3 ຄົນ
  18. ເຊກອງ 2 ຄົນ

ສ່ວນກໍລະນີນຳເຂົ້າ 4 ຄົນ ຈາກ ນະຄອນຫຼວງວຽງຈັນ ທັງໝົດໂດຍແມ່ນຜູ້ທີ່ເດີນທາງມາຈາກຕ່າງປະເທດ ໄດ້ເກັບຕົວຢ່າງພາຍຫຼັງມາຮອດ ແລະ ເຂົ້າຈຳກັດບໍລິເວນຕາມສະຖານທີ່ຄະນະສະເພາະກິດກຳນົດໄວ້.​   

ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 113.951 ກໍລະນີ, ອອກໂຮງໝໍວານນີ້ 646 ຄົນ ແລະ ກຳລັງປິ່ນປົວ 8.841 ຄົນ ແລະ ເສຍຊີວິດສະສົມທັງໝົດ 391 ຄົນ (ເສຍຊີວິດໃໝ່ 12 ຄົນ)

ສຳລັບຜູ້ເສຍຊີວິດໃໝ່  12 ຄົນ ຈາກ: ນະຄອນຫຼວງ 7 ຄົນ, ບໍ່ແກ້ວ 3 ຄົນ,  ແຂວງຫຼວງນໍ້າທາ 1 ຄົນແລະ ຄຳມ່ວນ 1​ ຄົນ.

LEAVE A REPLY

Please enter your comment!
Please enter your name here