ບັນດາແຂວງພາກເໜືອ ພົບມີການລະບາດໄຂ້ຫວັດເປັນຈຸ້ມ ພ້ອມ ພົບການລະບາດພະຍາດ ໂຄວິດ-19 ເປັນຈູ້ມໃນຫຼາຍເມືອງ

0
1704

ຕາມການລາຍງານຈາກຄະນະສະເພາະກິດປະຈຳວັນທີ 4 ມັງກອນ 2022 ໂດຍ ດຣ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ:

ໃນໄລຍະນີ້ກໍ່ເຂົ້າສູ່ລະດູໜາວເຮັດໃຫ້ມີຄົນມີອາການຄ້າຍຄືໄຂ້ຫວັດຫຼາຍໂດຍສະເພາະໃນບັນດາແຂວງພາກເໜືອ ພົບມີການລະບາດໄຂ້ຫວັດເປັນຈຸ້ມ ແລະ ຍັງກວດພົບການລະບາດພະຍາດ ໂຄວິດ-19 ເປັນຈູ້ມໃນຫຼາຍເມືອງ, ສະນັ້ນປັດຈຸບັນຖືວ່າທຸກບ່ອນມີຄວາມສ່ຽງ ແລະ ມີການຢັ້ງຍືນວ່າທ່ານສາມາດຕິດໄຂ້ຫວັດຕາມລະດູການ ແລະ ໂຄວິດພ້ອມກັນໄດ້.

ສະນັ້ນ ພັກ-ລັດ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຍົກສູງສະຕິລະວັງຕົວໃນການປະຕິບັດປ້ອງກັນຕົນເອງຢ່າງເຂັ້ມງວດ, ງົດເດີນທາງໄປສະຖານທີ່ສ່ຽງ ຖ້າບໍ່ຈໍາເປັນແທ້ໆ ຫຼີກລ່ຽງການເອົາຕົນເອງໄປຈຸດສ່ຽງຕ່າງໆ ເຊັ່ນຕະຫຼາດ, ງານພິທີຕ່າງໆ ຖ້າມີຄວາມຈໍາເປັນແທ້ໆຕ້ອງໄປ ກໍ່ຄວນແຍກຫ່າງຈາກຄົນອື່ນ ໃສ່ຜ້າອັດປາກດັງຢ່າງຖືກຕ້ອງ ລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າເລື້ອຍໆ ເຮັດຄວບຄູ່ກັນໄປທຸກຢ່າງຈົນເປັນຄວາມຊິນເຄີຍ.

LEAVE A REPLY

Please enter your comment!
Please enter your name here