ສຶກສາອົບຮົມກຸ່ມມົ້ວສຸມຢາເສບຕິດ

0
2845

ຕາມການລາຍງານ ຂອງປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເວລາ 11 ໂມງ ທີ 03 ມັງກອນ 2022, ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມ ສີວິໄລ ໄດ້ນຳກຳລັງລົງເຄື່ອນໄຫວຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນຂອບເຂດຄວາມຮັບຜິດຊອບ ພົບເຫັນ ກຸ່ມມົ້ວສຸມຢາເສບຕິດ ຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ກັກຕົວໄດ້ມີຈຳນວນ 4 ຄື: ທ້າວ ກຽດຕິສັກ ອາຍຸ 38 ປີ (ເຈົ້າຂອງເຮືອນ) ທ້າວ ນ່ອງ ອາຍຸ 23 ປີ, ທ້າວ ລາຕີ ອາຍຸ 27 ປີ ທັງສາມຢູ່ບ້ານຄຳຮຸ່ງ ແລະ ທ້າວ ອາລີ ອາຍຸ 30 ປິ ບ້ານຫ້ວຍຫົວ ເມືອງຈັນທະບູລີ ພ້ອມທັງອຸປະກອນເສບຢາເສບຕິດ.

ສອບຖາມເບື້ອງຕົ້ນພວກກ່ຽວໃຫ້ການຮັບສາລະພາບວ່າ: ໄດ້ມົ້ວສຸມຢາເສບຕິດ ແລະ ອຸປະກອນເສບຢາ ທີ່ເຈົ້າໜ້າທີ່ກວດພົບເຫັນນັ້ນເປັນຂອງພວກກ່ຽວແທ້.

ດັ່ງນັ້ນ ຈື່ງໄດ້ນຳຕົວຂຶ້ນມາຫ້ອງການ ປກສ ກຸ່ມ ເພື່ອສຶກສາອົບຮົມ ແລະ ໃຫ້ຢຸດເຊົາການມົ້ວສຸມຢາເສບຕິດ. ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຕິດຕາມພັກພວກ, ກຸ່ມແກ້ງຊື້-ຂາຍຢາເສບຕິດ ມາດຳເນີນຄະດີຕາມກົດໝາຍ.

LEAVE A REPLY

Please enter your comment!
Please enter your name here