ລາວ ໄດ້ຮັບການຊ່ວຍເຫຼືອວັກຊີນປ້ອງກັນ ໂຄວິດ-19 ຈາກຕ່າງປະເທດ 13,6 ລ້ານໂດສ ໃນປີ 2021

0
1436

ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ປີຜ່ານມາ ສປປ ລາວ ໄດ້ຮັບຈາກການຊ່ວຍເຫຼືອວັກຊີນຈາກຕ່າງປະເທດ ມີທັງໝົດ 13.682.490 ໂດສ.

ໃນນີ້, ຊີໂນຟາມ 6.902.800 ໂດສ໌, ເອສຕາເຊເນກາ 4.176.870 ໂດສ, ຈອນສັນແອນຈອນສັນ 1.771.200 ໂດສ, ຊີໂນແວັກ 700.000 ໂດສ໌, ໄຟເຊີ 100.620 ໂດສ, ສະປຸກນິກ (Gamaleya-Sputnik Light) 30.000 ໂດສ ແລະ ສະປຸກນິກ (Gamaleya-Sputnik V) 1.000 ໂດສ. ຄາດວ່າ ສປປ ລາວ ຈະໄດ້ຮັບວັກຊິນເພີ່ມອີກຈຳນວນ 3,7 ລ້ານໂດສ ໃນໄຕມາດ 1 ປີ 2022.

ສຳລັບບັນດາປະເທດທີ່ໃຫ້ການຊ່ວຍເຫຼືອວັກຊີນ ເພື່ອປ້ອງກັນໂຄວິດ-19 ແກ່ ສປປ ລາວ ປະກອບມີ: ສປ ຈີນ, ກຳປູເຈຍ, ສະຫະລັດອາເມລິກາ, ລັດເຊຍ, ອົດສະຕາລີ, ຝຣັ່ງ, ເກຣັກ, ຍີ່ປຸ່ນ ແລະ ເນເທີແລນ, ມາເລເຊຍ, ໂປແລນ, ອັງກິດ ແລະ ປະເທດອື່ນໆ.

ເມື່ອວັນທີ 2 ມັງກອນ 2022 ຜ່ານມານີ້, ສປປ ລາວ ກໍໄດ້ຮັບວັກຊິນປ້ອງກັນໂຄວິດ-19 ໄຟເຊີ ຈາກລັດຖະບານສະຫະລັດອາເມລິກາ ຈຳນວນ 799.110 ໂດສ໌ ໂດຍຜ່ານ COVAX Facility ແລະ ຈາກລັດຖະບານອົດສະຕາລີ ຈຳນວນ 905.580 ໂດສ໌ ໂດຍຜ່ານອົງການຢູນິເຊັບ.

ໃນວັນທີ 3 ມັງກອນ 2022 ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ: ທົ່ວປະເທດ ສາມາດສັກວັກຊີນສະສົມທັງໝົດ ເຂັມ 1 ໄດ້ 4.589.829 ຄົນ, ເທົ່າກັບ 62,55%, ທຸກເຂັມທີ່ແນະນໍາ 3.640.207 ຄົນ, 49,61% ແລະ ກຸ່ມອາຍຸ 12-17 ປີ ເຂັມ 1 ໄດ້ 478. 654 ຄົນ 55,3%.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here