ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021

0
2089

ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021

ໃນທາມກາງບັນຍາກາດແຫ່ງຄວາມເບີກບານມ່ວນຊື່ນທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມຈັດຕັ້ງການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ ເວົ້າລວມ, ການສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 32 ປີ ເວົ້າສະເພາະ ຢ່າງເປັນຂະບວນຟົນຟື້ນ ໃນຕອນເຊົ້າຂອງວັນທີ 18 ມັງກອນ 2022 ທີ່ອົງການໄອຍະການປະຊາຊົນສູງສຸດ ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍຮູບແບບທາງໄກ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາຫ້ອງການ, ຄະນະນໍາບັນດາກົມ, ຄະນະນໍາສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການອົງການໄອຍະການປະຊາຊົນສູງສຸດ, ຄະນະນໍາອົງການໄອຍະການທະຫານຂັ້ນສູງ, ຄະນະນໍາອົງການໄອຍະການປະຊາຊົນພາກ 3 ພາກ, ຄະນະນໍາອົງການໄອຍະການປະຊາຊົນຂັ້ນແຂວງ 17 ແຂວງ ແລະ 1 ນະຄອນຫຼວງ, ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງອົງການໄອຍະການປະຊາຊົນເຂດ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ ຢ່າງພ້ອມພຽງ.

  • ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບການເຄື່ອນໄຫວວຽກງານໄອຍະການປະຊາຊົນທົ່ວປະເທດ ປະຈໍາປີ 2021 ໂດຍຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມປະຈຳປີ 2022;
  • ຄໍາສັ່ງກ່ຽວກັບການດໍາເນີນຄະດີຢາເສບຕິດ ແລະ ການຟອກເງິນ ສະບັບເລກທີ 011/ອອປສ;
  • ລົງວັນທີ 23 ສິງຫາ 2021, ຄໍາສັ່ງກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຂັ້ນຕ່າງໆ ສະບັບເລກທີ 021/ອອປສ, ລົງວັນທີ 08 ທັນວາ 2021, ຄໍາສັ່ງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດກ່ຽວການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ສະບັບສະບັບເລກທີ 023/ອອປສ, ລົງວັນທີ 09 ທັນວາ 2021, ມະຕິກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ ສະບັບເລກທີ 27/ສພຊ, ລົງວັນທີ 16 ພະຈິກ 2021, ຄໍາແນະນໍາຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດກ່ຽວກັບການກະກຽມຄວາມພ້ອມໃນການຕິດຕາມກວດກາການດໍາເນີນຄະດີປົກຄອງ ສະບັບເລກທີ 019/ອອປສ, ລົງວັນທີ 19 ພະຈິກ 2021, ບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ສະບັບລົງວັນທີ 8 ທັນວາ 2021;
  • ການປະກອບຄໍາເຫັນຂອງອົງການໄອຍະການປະຊາຊົນທ້ອງຖິ່ນ, ຫ້ອງການ, ບັນດາກົມ ກ່ຽວກັບການຍົກສູງຄຸນນະພາບການຕິດ ຕາມກວດກາການປະຕິບັດກົດໝາຍຂອງອົງການໄອຍະການປະຊາຊົນ, ວຽກງານຄ້າຍຄຸມຂັງ-ດັດສ້າງ, ການພັດທະນາວຽກງານໄອຍະການປະຊາຊົນ, ການຮ່ວມມືວຽກງານໄອຍະການປະຊາຊົນກັບຕ່າງປະເທດ ແລະ ວຽກງານອື່ນຈໍານວນໜຶ່ງ; ມອບໃບຍ້ອງຍໍໃຫ້ກົມກອງ, ລວມໝູ່ ແລະ ບຸກຄົນ ທີ່ດີເດັ່ນໃນການປະຕິບັດໜ້າທີ່ວຽກງານປະຈຳປີ 2021.
  • ໃນໂອກາດດັ່ງກ່າວ ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບຂອງຕົນ ໃນການເຮັດລ້ອນໜ້າທີ່ໆພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້;
  • ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງຂອງຕົນ ເຂົ້າໃນວຽກງານຕົວຈິງ ຢ່າງມີຜົນສໍາເລັດ;
  • ພັດທະນາວຽກງານໄອຍະການປະຊາຊົນ ຕາມທິດກ້າວໜ້າ, ທັນສະໄໝ ແລະ ວິທະຍາສາດ;
  • ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ເຂົ້າສູ່ວຽກງານໄອຍະການປະຊາຊົນ; ຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ການຕິດຕາມກວດກາທົ່ວໄປ, ການດໍາເນີນຄະດີປົກຄອງ, ການປະຕິບັດຄໍາຕັດສີນຂອງສານ; ສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນ ກັບ ອົງການປົກຄອງ, ອົງການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ, ພາສີ, ປ່າໄມ້ ແລະ ອົງການສືບ ສວນ-ສອບສວນອື່ນ ຢ່າງກົມກຽວ ດ້ວຍການສ້າງບົດບັນທຶກຮ່ວມ, ນິຕິກຳ ແລະ ປື້ມຄູ່ມືອັນເປັນພື້ນຖານໃຫ້ແກ່ການຍົກສູງຄຸນນະພາບໃນການຕິດຕາມກວດກາການປະຕິບັດກົດໝາຍ, ແກ້ໄຂການລະເມີດທາງປົກຄອງ, ນຳເອົາຜູ້ກະທຳຜິດມາດຳເນີນຄະດີ ສັ່ງຟ້ອງໃຫ້ສານຕັດສີນ ຖືກຕ້ອງ ເປັນທຳ ເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ ປະເທດຊາດຈະເລີນກ້າວໜ້າ ຢ່າງບໍ່ຢຸດຢັ້ງ. ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດໃນຄັ້ງນີ້ ໄດ້ດໍາເນີນໄປເປັນເວລາສອງວັນ ແລະ ໄດ້ອັດລົງໃນວັນທີ 19 ມັງກອນ 2022 ດ້ວຍຜົນສຳເລັດອັນຈົບງາມ.

LEAVE A REPLY

Please enter your comment!
Please enter your name here