ມອບ-ຮັບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາມວຍລາວ ປະເພດຟ້ອນຄູ່ປະສົມ ທີ່ສາມາດແຈ້ງເກີດຄວ້າອັນດັບທີ 2 ຂອງໂລກ

0
1246

ມວຍລາວ ມອບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາຄວ້າອັນດັບ 2 ຂອງໂລກ ຈາກ 40 ກວ່າປະເທດເຂົ້າຮ່ວມ

ສະຫະພັນກິລາມວຍລາວແຫ່ງຊາດ ຈັດພິທີມອບ-ຮັບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາມວຍລາວ ປະເພດຟ້ອນຄູ່ປະສົມ ທີ່ສາມາດແຈ້ງເກີດຄວ້າອັນດັບທີ 2 ຂອງໂລກ ລາຍການແຂ່ງຂັນສິລະປະຟ້ອນມວຍ ໃນຮູບແບບທາງອອນລາຍ Online World Martial Arts ຈັດຂຶ້ນ ເມື່ອລະຫວ່າງວັນທີ 29 ຕຸລາ ຫາ 2 ພະຈິກ 2021 ທີ່ ສ ເກົາຫຼີ ຮັບກຽດເປັນເຈົ້າພາບ ລາຍການດັ່ງກ່າວ ພາຍໃຕ້ການດູແລຂອງ ອົງການສະຫະປະຊາຊາດ ໂດຍມີສະມາຊິກທັງໝົດ 40 ກວ່າປະເທດເຂົ້າຮ່ວມຊີງໄຊ.

ພິທີມອບ-ຮັບໃບຢັ້ງຢືນຜົນງານດີເດັ່ນໃຫ້ນັກກິລາມວຍລາວ ປະເພດຟ້ອນຄູ່ປະສົມ ທີ່ສາມາດແຈ້ງເກີດຄວ້າອັນດັບທີ 2 ຂອງໂລກ ໃນຄັ້ງນີ້ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ໃຫ້ກຽດມອບໂດຍທ່ານ ສາຍສະໝອນ ໄຊຍະສອນ ປະທານສະຫະພັນກິລາມວຍລາວແຫ່ງຊາດ ທັງເປັນປະທານມວຍໂລກ, ທ່ານ ຂັນທະລີ ໂພທິສານ ຮອງປະທານສະຫະພັນກິລາມວຍລາວແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານ, ຄູຝຶກ, ນັກກິລາ, ທີມງານລາວແອັກຊັນສະຕາ ແລະ ສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.ທ່ານ ຂັນທະລີ ໂພທິສານ ກ່າວວ່າ:

ການເຕົ້າໂຮມຄັ້ງນີ້ແມ່ນເປັນການສະຫຼຸບລາຍການແຂ່ງຂັນທາງອອນລາຍ Online World Martial Arts ລະຫວ່າງວັນທີ 29 ຕຸລາ – 2 ພະຈິກ 2021 ຈັດຂຶ້ນທີ່ ສ ເກົາຫຼີ ພາຍໃຕ້ການດູແລຂອງ ສະຫະປະຊາຊາດ ຊຶ່ງມີສະມາຊິກທັງໝົດ 40 ກວ່າປະເທດເຂົ້າຮ່ວມຊີງໄຊ, ແຕ່ເນື່ອງຈາກປີດັ່ງກ່າວໄດ້ຮັບຜົນກະທົບຈາກໂຄວິດ-19 ຈິ່ງໄດ້ຈັດແບບອອນລາຍ ແລະ ມວຍລາວ ໄດ້ສົ່ງນັກກິລາເຂົ້າຮ່ວມຫຼາຍລາຍການບໍ່ວ່າຈະເປັນ ປະເພດດ່ຽວ, ປະເພດຄູ່, ປະເພດທີມ ແລະ ປະເພດປະສົມຊາຍຍິງ ຜ່ານການແຂ່ງຂັນໂດດເດັ່ນທີ່ສຸດແມ່ນພວກເຮົາສາມາດຍາດໄດ້ອັນດັບ 2 ຂອງໂລກ ປະພດຄູ່ປະສົມຍິງ-ຊາຍ ຈາກ ທ້າວ ອານຸສອນ ວັນນະລາດ ແລະ ນາງອິນທິລາ ບຸດສິງຄຳ ໃນບົດຟ້ອນມວຍລາຍລາວ “ນາລີແພງເນື້ອ” ຊຶ່ງຜົນງານດັ່ງກ່າວເປັນຄວາມພາກພູມໃຈຂອງສະຫະພັນພວກເຮົາ ກໍຄື ຊາວລາວທັງປະເທດ ໂດຍຄູຝຶກແມ່ນ ອາຈານ ພິລາວັນ ຈັນທະກາລີ ເປັນຜູ້ສອນ ແລະ ຂ້າພະເຈົ້າເປັນຜູ້ອອກແບບທ່າຕ່າງໆໃນບົດຟ້ອນ ນາລີແພງເນື້ອ.

ຂະນະດຽວກັນ ທ່ານ ສາຍສະໝອນ ໄຊຍະສອນ ກໍໄດ້ກ່າວວ່າ: ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈທີ່ນັກກິລາທຸກຄົນໄດ້ພະຍາຍາມຕັ້ງໜ້າຢ່າງສຸດຄວາມສາມາດ ສ້າງຜົນງານຢ່າງໂດດກເດັ່ນຄວ້າອັນດັບທີ 2 ຂອງໂລກປະເພດຟ້ອນຄູ່ປະສົມ ຖືເປັນຄວາມພາກພູມໃຈຂອງຊາວລາວທັງຊາດ ທີ່ໄດ້ປະກາດໃຫ້ຊາວໂລກໄດ້ຮັບຮູ້ສິລະປະມວຍລາວ ແນ່ນອນໃນຕໍ່ໜ້າສະຫະພັນມວຍແຫ່ງຊາດລາວ ໄດ້ມີແຜນຈະສືບຕໍ່ເຄື່ອນໄຫວສົ່ງນັກກິລາທັງປະເພດຕໍ່ສູ້ ແລະ ປະເພດຟ້ອນຮ່ວມແຂ່ງຂັນທັງພາຍໃນ ແລະ ຕາງປະເທດ ໂດຍສະເພາະກຽມຈະເປັນເຈົ້າການຈັດແຂ່ງຂັນມວຍລາວ ງານກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ແລະ ກຽມຈະສົ່ງນັກກິລາ 5 ຄົນ, ຍິງ 1 ຄົນ ຮ່ວມລ່າຫຼຽນຄຳ ງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ສສ ຫວຽດນາມ ຮັບກຽດເປັນຍເຈົ້າພາບ ໃນກາງປີນີ້.

ຂໍ້ມູນຈາກ: Lao National Radio

LEAVE A REPLY

Please enter your comment!
Please enter your name here