ສະຫາຍ ເລຂາທິການໃຫຍ່ ຢ້ຽມຢາມ ແລະ ໂອ້ລົມນາຍ ແລະ ພົນທະຫານ ກອງພົນທີ 4

0
1767

ໃນວັນທີ 18 ມັງກອນ 2022 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ , ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມ ນາຍ ແລະ ພົນທະຫານ ກອງພົນທີ4 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 73 ປີ ( 20/1/1949-20/1/2022) ,ໂດຍການຕ້ອນຮັບ ຢ່າງອົບອຸ່ນ ຈາກ ການນຳແຂວງ ສະຫວັນນະເຂດ , ຄະນະພັກ-ຄະນະບັນຊາ ,ພະນັກງານຫລັກແຫ່ລງ ທົ່ວກອງພົນທີ4 ,ມີ ບັນດາ ຄະນະນຳກະຊວງປ້ອງກັນປະເທດ ,ກະຊວງປ້ອງກັນຄວາມສະຫງົບ,ອຳນາດການປົກຄອງແຂວງ ເຂົ້າຮ່ວມ.

ໃນການລົງຢ້ຽມຢາມ ແລະ ໂອ້ລົມ ຂອງ ສະຫາຍ ເລຂາທິການໃຫຍ່ ໄດ້ຮັບຟັງ ການລາຍງານ ຫຍໍ້ ໂດຍ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ກ່ຽວກັບຜົນງານການເຄື່ອນໄຫວຕະຫຼອດໃນໄລຍະທີຜ່ານມາ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກອງພົນທີ4ໄດ້ເປັນເຈົ້າການເຄື່ອນໄຫວເຮັດໜ້າທີ່ການເມຶອງຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຈັດປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ສໍາເລັດເປັນກ້າວໆມາ ໃນນີ້ໄດ້ປະສານສົມທົບກັບກົມກອງເພື່ອນ ອໍານາດການປົກຄອງແຂວງ,ບັນດາເມືອງເພື່ອຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ແລະ ສ້າງທ່າສະໜາມປະຊາຊົນ ໂດຍສະເພາະແມ່ນສຸ່ມໃສ່ຂອບເຂດກົມກອງຮັບຜິດຊອບ ເຊິ່ງມີ 65 ບ້ານ 7 ເມືອງ ລົງເຮັດໜ້າທີ່ກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຖາມກາງການລະບາດຂອງເຊື້ອພະຍາດໂຄວິດ-19.ພ້ອມນັ້ນໄດ້ສຸມໃສ່ການປັບປຸງພື້ນຖານໂຄງລ່າງປະຕິບັດຕາມທິດກໍ່ສ້າງກອງທັບໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ຄຽງຄູ່ກັບການກໍ່ສ້າງກອງປອດໃສປອດໄພປອດຄະດີ ສຸມໃສ່ວຽກງານຮັບປະກັນແກ້ໄຂຊີວິດການເປັນຢູ່ບົນພື້ນຖານຍົກສູງນໍ້າໃຈເພິ່ງຕົນເອງກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນ.

ໂອກາດນີ້ ,ສະຫາຍ ເລຂາທິການໃຫຍ່ ໄດ້ໂອ້ລົມ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຫຼາຍດ້ານ ທີ່ ກອງພົນທີ 4 ຍາດມາໄດ້ ຕະຫລອດໄລຍະທີ່ຜ່ານມາ ແລະ ເພື່ອຕອບສະໜອງ ກັບຄວາມຮຽກຮ້ອງຕ້ອງການກັບໜ້າທີ່ການເມືອງຂອງກົມກອງໃນໄລຍະໃໝ່ ຄະນະພັກ-ຄະນະບັນຊາ ພ້ອມພະນັກງານທຸກຂັ້ນ ກອງ ພົນທີ4 ຕ້ອງຍົກສູງການນໍາພາຢ່າງຮອບດ້ານເພື່ອຮັບປະກັນໃຫ້ຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບໂດຍພື້ນຖານ ສຸມໃສ່ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງ, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງໃຫ້ໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ ພາຍໃນມີຄວາມເຂັ້ມແຂງ ຕັ້ງໜ້າເສີມຂະຫຍາຍມູນເຊື້ອພິລະອາດຫານ ດຸໝັ່ນຂະຫຍັນພຽນ ບົນຈິດໃຈເພີ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງແນ່ໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂື້ນເລື້ອຍໆ ເພື່ອພ້ອມກັນສ້າງກອງທັບໃຫ້ກາຍເປັນກອງທັບປະຕິວັດມີແບບແຜນທັນສະໄໝເທື່ອລະກ້າວໆ ພ້ອມກັນນັ້ນກໍ່ຕ້ອງຍົກສູງສະຕິລະວັງຕົວ ກໍາແໜ້ນທຸກສະພາບການເພື່ອສະກັດກັ້ນສະພາບການທີ່ອາດເກີດຂື້ນໃຫ້ທັນກັບເວລາຍົກສູງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ສູງຂຶ້ນກ່ວາເກົ່າ ແຕ່ປັດໄຈຕ້ອງຍົກສູງຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນແຟ້ນ ມີແບບແຜນວີທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ ແບ່ງບຸກຄົນຮັບຜິດຊອບຢ່າງຈະແຈ້ງ ເປັນແບບຢ່າງໃນທຸກຂົງເຂດວຽກງານ ພ້ອມກັນປັບປຸງກໍ່ສ້າງກໍາລັງຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ເປັນລະບຽບຮຽບຮ້ອຍເພື່ອໃຫ້ມີບາດກ້າວໃໝ່ ສຸມໃສ່ເຝິກແອບຮໍ່າຮຽນທາງດ້ານສິນລະປະຍຸດ-ຍຸດທະວິທີ ເພື່ອໃຫ້ມີຄວາມຊໍານິຊໍານານ ມີໄຫວພິກທີ່ຄ່ອງແຄ້ວ ພ້ອມກັນເຮັດສໍາເລັດໜ້າທີ່ ທີ່ຂັ້ນເທີງມອບໝາຍໃຫ້.ພ້ອມນັ້ນ ,ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຍົກໃຫ້ເຫັນເຖີງບັນຫາ ສະພາບ ພາກພື້ນຂອງໂລກ ແລະ ສະພາບພາຍໃນປະເທດ .

າວພາ

ໂອກາດມາຢ້ຽມຢາມຂອງສະຫາຍ ເລຂາທິການໃຫຍ່ ຍັງໄດ້ນຳເອົາວັດຖຸປັດໄຈຈໍານວນໜຶ່ງມາມອບໃຫ້ກອງພົນທີ4.ຈາກນັ້ນ, ສະຫາຍເລຂາທິການໃຫຍ່ ພ້ອມຄະນະຍັງໄດ້ລົງຢ້ຽມຢາມສູນເຕັກນິກກອງພົນທີ4.

ຂໍ້ມູນ: ຄວາມສະຫງົບ Lao Security News

LEAVE A REPLY

Please enter your comment!
Please enter your name here