ຍ້ອນເຫດຜົນນີ້ເອງ! ຈິ່ງເຮັດໃຫ້ລາຄາຊີ້ນໝູໃນນະຄອນຫຼວງວຽງຈັນ ແພງຂຶ້ນ

0
7292

ຈາກບັນຫາລາຄາຊີ້ນໝູຕາມທ້ອງຕະຫລາດພາຍໃນນະຄອນຫລວງວຽງຈັນ ມີການເໜັງຕີງເພີ່ມຂຶ້ນໃນປັດຈຸບັນນີ້ ເຮັດໃຫ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ບໍລິໂພກທົ່ວໄປໃນສັງຄົມ. ທ່ານ ຫລ້າສາຍ ນວນທາສິງ, ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ:

ສາເຫດທີ່ເຮັດໃຫ້ລາຄາຊີ້ນໝູເໜັງຕີງເພີ່ມຂຶ້ນ ຍ້ອນຄວາມຕ້ອງການບໍລິໂພກຊີ້ນໝູຢູ່ປະເທດໃກ້ຄຽງຍັງບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ມີການຂາຍໝູຊີ້ນໄປຕ່າງປະເທດ, ຕົ້ນທຶນໃນການຜະລິດ ຂອງຜູ້ຜະລິດເພີ່ມຂຶ້ນ ເຊັ່ນ: ອາຫານໝູ, ໝູນ້ອຍ, ຄ່າຂົນສົ່ງ, ບວກກັບອັດຕາເງິນເຟີ້, ສະພາບເສດຖະກິດມີການຟື້ນໂຕຫຼັງຈາກການຜ່ອນຜັນມາດຕະການປ້ອງກັນພະຍາດໂດວິດ-19, ມີການເປີດຮ້ານອາຫານ, ທ່ອງທ່ຽວ ແລະ ການຈັດງານຕ່າງໆ ກັບຄືນສູ່ປົກກະຕິ ແຕ່ສະ ພາບການປັບໂຕຂອງການຜະລິດບໍ່ທັນກັບຄວາມຕ້ອງການ.

ນອກຈາກນີ້ ມີຫລາຍຟາມຢຸດເຊົາການລ້ຽງໝູ ເຮັດໃຫ້ກໍາລັງການຜະລິດບໍ່ເຕັມຄວາມສາມາດຜະລິດ, ມີບໍລິສັດຍ້າຍຖານການຜະລິດໄປຕ່າງແຂວງ ຍ້ອນຄວາມບໍ່ເອກະພາບໃນການຈັດຕັ້ງປະຕິ ບັດລະບຽບ ເຊັ່ນ: ການເກັບອາກອນ, ຄ່າບໍລິການວິຊາການ, ການຄວບຄຸມລາຄາຂາຍຫນ້າຟາມ-ຊີ້ນຢູ່ຕະຫຼາດ, ການຂະຫຍາຍຕົວເມືອງ-ທີ່ຢູ່ອາໃສທີ່ບັບເຂົ້າໃກ້ແຫຼ່ງການຜະລິດ.

ນອກຈາກນີ້ ຍ້ອນການລ້ຽງຫມູພໍ່-ແມ່ພັນ ຜະລິດລູກຫມູນ້ອຍ ສະຫນອງໃຫ້ຜູ້ລ້ຽງບໍ່ພຽງພໍກັບການລ້ຽງ ແລະ ການລ້ຽງຫມູຍັງບໍ່ທັນຈັກຕັ້ງເປັນກຸ່ມການຜະລິດຕັ້ງແຕ່ຂອດລ້ຽງຫາຂອດຈໍາຫນ່າຍ.

ທ່ານ ຫລ້າສາຍ ນວນທາສິງ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາຊີ້ນໝູທີ່ມີລາຄາແພງ, ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ພວມສຸມໃສ່ຈັດຕັ້ງປະຕິບັດຫລາຍມາດຕະການ ເປັນຕົ້ນ: ສ້າງຕັ້ງກຸ່ມຜູ້ລ້ຽງ ແລະ ສະ ຫນອງຊີ້ນ ເພື່ອສະດວກໃນການຈັດການຈັດຮອບວຽນ, ແບ່ງສັດສ່ວນ ແລະ ເອກະພາບກັນໃນການຜະລິດ, ການສະຫນອງ ແລະ ລາຄາການຈໍາຫນ່າຍ; ເພີ່ມການລ້ຽງຫມູແມ່ພັນເພີ່ມຂຶ້ນ 3.000 ແມ່ ແລະ ຟື້ນຟູຟາມຫມູຊີ້ນທີ່ເຊົາລ້ຽງກັບມາລ້ຽງດິນ ໂດຍລັດຕ້ອງມີນະໂຍບາຍສະເພາະ, ລວມເຖີງ ຊຸກຍູ້ໂຮງງານຜະລິດອາຫານສັດໃຫ້ເພີ່ມກໍາລັງການຜະລິດເພີ່ມຂຶ້ນ ໂດຍຕິດພັນກັບການສົ່ງເສີມການຜະລິດວັດຖຸດິບອາຫານສັດ, ການແບ່ງພື້ນທີ່ການຕະຫຼາດໃຫ້ຄົນລາວ 2/3 ໃນນະຄອນຫຼວງວຽງຈັນ ແລະ ອື່ນໆ. ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ປີ 2021 ຜ່ານມາ ຄວາມຕ້ອງການຊີ້ນຫມູຢູ່ນະຄອນຫລວງວຽງຈັນ ແມ່ນ 18.478 ໂຕນ ຫລື 284.276 ໂຕ, ສາມາດສະຫນອງໄດ້ 15.802 ໂຕນ ຫລື 243.107 ໂຕ.

ສ່ວນປີ 2022 ຄາດວ່າຄວາມຕ້ອງການຊີ້ນຫມູ ປະມານ 19.088 ໂຕນ ຫລື 293.661 ໂຕ ແຕ່ຈະສາມາດສະຫນອງ ໄດ້ປະມານ 15.892 ໂຕນ ຫລື 244.492 ໂຕ. ປັດຈຸບັນ ທົ່ວນະຄອນຫລວງວຽງຈັນ ມີຟາມລ້ຽງໝູ 188 ຟາມ ແຕ່ໄດ້ຢຸດເຊົາໄປ 33 ຟາມ ເຮັດໃຫ້ມີ 155 ຟາມທີ່ຍັງສືບຕໍ່ລ້ຽງ ມີໝູທັງໝົດ 126.084 ໂຕ.

ແຫຼ່ງຂ່າວຈາກ: Lao National Radio

LEAVE A REPLY

Please enter your comment!
Please enter your name here