ບໍ່ແກ້ວ ຂຶ້ນບັນຊີ 5 ບົດເພງ ຫ້າມເຜີຍແຜ່, ຮ້ອງໃນງານຕ່າງໆ

0
13441

ພະແນກ​ ຖວທ ແຂວງບໍ່ແກ້ວ ຂຶ້ນບັນຊີ 5 ບົດເພງ ຫ້າມເຜີຍແຜ່, ຮ້ອງໃນງານຕ່າງໆ ໂດຍເຂັດຂາດ!

ໃນວັນທີ 20 ມັງກອນ 2022 ນີ້ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ)ແຂວງບໍ່ແກ້ວ ອອກແຈ້ງການເຖິງການຈັດຕັ້ງພັກ-ລັດທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ຫົວໜ່ວຍທຸລະກິດ ຕະຫຼອດຮອດປະຊາຊົນບັນດາເຜົ່າພາຍໃນແຂວງ ຊາບເລື່ອງຫ້າມເຜີຍແຜ່ບົດເພງ ລາມົກອານາຈານ ແລະ ບໍ່ໄດ້ຮັບອະນຸຍາດ.ພາຍຫຼັງໄດ້ຮັບໜັງສືລາຍງານກອງກົມສິລະປະການສະແດງ ເລກທີ 20/ສປສ, ວັນທີ 13 ມັງກອນ 2022 ພະແນກ ຖວທ ໄດ້ສົມທົບຫ້ອງການ ຖວທ ເມືອງ ແລະ ພາກສ່ວນກ່ຽວຂ້ອງ, ລົງກວດກາຄືນບັນດາບົດເພງ, ບົດຮັບ-ລໍ່າ ລາມົກອານາຈານ ທີ່ບໍ່ໄດ້ກວດຜ່ານ ແລະ ຄະນຸຍາດຈາກຂະແໜງ ຖວທ ແລະ ໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ, ປະດິດສ້າງບົດເພງ, ບົດຂັບ-ລໍາດັ່ງກ່າວແລ້ວ ແຕ່ເຫັນວ່າ ຍັງມີການເຜີຍແຜ່ອອກສູ່ສັງຄົມເປັນຂະບວນ. ດັ່ງນັ້ນ, ພະແນກ ຖວທ ແຂວງຈຶ່ງຂໍຖືເປັນກຽດແຈ້ງມາຍັງການຈັດຕັ້ງກ-ລັດທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ, ວິສາຫະກິດ, ຫ້າວໜ່ວຍທຸລະກິດ ຕະຫຼອດປະຊາຊົນບັນດາເຜົ່າ ພາຍໃນແຂວງບໍ່ແກ້ວຊາບ ດັ່ງນີ້:

1. ຫ້າມເຜີຍແຜ່ບົດເພງ, ຂັບ-ລໍາ ລາມົກອານາຈານ ໃນທຸກຮູບແບບຢູ່ທຸກສະຖານທີ່ ເປັນຕົ້ນ:

  • ເພງ ເຮັດນາເດີບໍ່ໄດ້ເຮັດນົມ ນັກຮ້ອງຊື່: ວິນັດ ນັກຮຽນ ມສ ນ້ຳປຸກ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ;
  • ເພງ ອະສຽບອະ ນັກຮ້ອງຊື່: ພິມບາຣາ ແຂວງຫຼວງພະບາງ;
  • ເພງ ເຮັດນົມສາບໍ່ຕ້ອງເຮັດນາ ນັກຮ້ອງຊື່: ພີມບາ ແຂວງຫຼວງພະບາງ;
  • ເພງ ເຮັດນາເດີ ບໍ່ແມ່ນເຮັດໜ້າ;
  • ຂັບງື່ມຢູ່ບ້ານແກ້ວກູ່ ເມືອງແກ້ວອຸດົມ ແຂວງວຽງຈັນ ແລະ ບົດເພງ, ຂັບ-ລໍາ ອື່ນໆທີ່ບໍ່ໄດ້ກວດຜ່ານ ແລະ ອະນຸຍາດຈາກຂະແໜງ ຖວທ.

2. ຫ້າມທຸກພາກສ່ວນນຳເອົາເນື້ອເພງ, ຂັບ-ລໍາລາມົກອານາຈານ, ບໍ່ໄດ້ກວດຜ່ານ ແລະ ບໍ່ໄດ້ຮັບອະນຸຍາດ ໄປຮ້ອງໃນງານດອງ, ງານບຸນປະເພນີ, ງານລ້ຽງ, ງານສັງສັນ ແລະ ງານຊຸມແຊວຕ່າງໆ, ງານສັງຄົມຕ່າງໆ ໂດຍເດັດຂາດ.

3. ມອບໃຫ້ຂະແຫນງການທີ່ກ່ຽວຂ້ອງ, ຫ້ອງການ ຖວທ ບັນດາເມືອງ ສົມທົບພາກສ່ວນກ່ຽວຂ້ອງຕິດຕາມ ແລະ ກວດກາຄືນ ຢ່າງເຂັ້ມງວດ, ຫາກກວດກາພົບເຫັນຜູ້ລະເມີດ ແມ່ນປະຕິບັດມາດຕະການຕາມລະບຽບ, ກົດໝາຍຢ່າງເດັດຂາດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

LEAVE A REPLY

Please enter your comment!
Please enter your name here