ພາສີປະຈໍາແຂວງສະຫວັນນະເຂດ ເກັບລາຍຮັບໄດ້ລື່ນແຜນ 168 ຕື້ກວ່າກີບ

0
1026

ຕາມການລາຍງານຈາກ ທ່ານ ສົມຈິດ ລາຊະວົງ ຮອງຫົວໜ້າພາສີປະຈຳແຂວງສະຫວັນນະເຂດ ໃນກອງປະຊຸມສະຫລຸບການເຄື່ອນໄຫວວຽກງານພາສີ ປະຈຳປີ 2021 ແລະ ວາງຄາດໝາຍສູ້ຊົນໃນການເກັບລາຍຮັບ ປະຈໍາປີ 2022 ນີ້ວ່າ: ໃນປີ 2021 ຜ່ານມາ ພາສີປະຈໍາແຂວງສະຫວັນນະເຂດ ໄດ້ຮັບມອບໝາຍຕົວເລກແຜນລາຍຮັບຈາກກົມພາສີ ກະຊວງການເງິນຈຳນວນ 840 ຕື້ກີບ ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດເກັບລາຍຮັບໄດ້ທັງໝົດ 932,1 ຕື້ກວ່າກີບເທົ່າກັບ 110,97% ຂອງແຜນການປີ, ທຽບໃສ່ໄລຍະດຽວກັບສົກປີກ່ອນເພີ່ມຂຶ້ນ 22,14% ຫລື ເທົ່າກັບ 168,9 ຕື້ກວ່າກີບ.

ໃນນັ້ນ, ໄດ້ຈາກການນຳເຂົ້ານ້ຳມັນເຊື້ອໄຟ ກວມ 49,07%, ອາຍແກສ໌ 2,50%, ພາຫະນະເປັນຄັນ 14,03%, ພາຫະນະເປັນຊິ້ນສ່ວນ 1,47%, ສິນຄ້ານຳເຂົ້າເພື່ອສົ່ງອອກຕໍ່ 10,33%, ຄ່າປັບໃໝ-ຂາຍເຄື່ອງຮິບ 0,18%, ຄ່າທຳນຽມຕ່າງໆ 13,76%, ເຄື່ອງອຸປະໂພກ-ບໍລິໂພກ ແລະ ອື່ນໆຈຳນວນ 8,65%, ເຊິ່ງລາຍຮັບຕ່າງໆທີ່ກ່າວມານັ້ນໄດ້ຈາກ ດ່ານສາກົນຂົວມິດຕະພາບ II ຈຳນວນ 741,755 ຕື້ກີບ, ໜ່ວຍງານທ່າບົກຈຳນວນ 37,420 ຕື້ກີບ, ດ່ານສາກົນແດນສະຫວັນຈຳນວນ 119,409 ຕື້ກີບ ແລະ ໜ່ວຍງານກວດກາພາສີ 33,52 ຕື້ກີບ.

ທ່ານ ສົມຈິດ ລາຊະວົງ ຍັງໃຫ້ຮູ້ຕື່ມວ່າ: ການເກັບລາຍຮັບໃນໄລຍະ 12 ເດືອນຜ່ານມາ ໂດຍລວມແລ້ວ ສາມາດປະຕິບັດໄດ້ລື່ນແຜນການ, ແຕ່ໃນການຈັດຕັ້ງປະຕິບັດຕົວຈິງຍັງມີບາງດ່ານ, ບາງພາກສ່ວນກໍບໍ່ສາມາດປະຕິບັດໄດ້ຕາມແຜນ, ເຊິ່ງຕິດພັນກັບປັດໄຈຕ່າງໆຈຳນວນໜຶ່ງທັງໃນຕົວ ແລະ ນອກຕົວ. ສຳລັບແຜນປີ 2022 ພາສີປະຈຳແຂວງຈະໄດ້ສູ້ຊົນເກັບລາຍຮັບໃຫ້ໄດ້ຈຳນວນ 950 ຕື້ກີບ, ຕາມທີ່ກົມພາສີກະຊວງການເງິນທີ່ໄດ້ກຳນົດໃຫ້.

LEAVE A REPLY

Please enter your comment!
Please enter your name here