ລາວມີມູນຄ່າການສົ່ງອອກ ແລະ ນໍາເຂົ້າສິນຄ້າ ບັນລຸໄດ້ປະມານ 13.000 ລ້ານໂດລາ ໃນປີ 2021

0
1941

ປີ 2021 ທີ່ຜ່ານມາ, ມູນຄ່າການການສົ່ງອອກ ແລະ ນໍາເຂົ້າສິນຄ້າຂອງ ສປປ ລາວບັນລຸໄດ້ປະມານ 13.000 ລ້ານໂດລາ.

ເຊິ່ງໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 7.000 ລ້ານໂດລາ ແລະ ມູນຄ່າການນໍາເຂົ້າ ປະມານ 6.000 ລ້ານໂດລາ ໝາຍຄວາມວ່າ: ລາວເກີນດຸນການຄ້າ ຫຼື ມູນຄ່າສິນຄ້າສົ່ງອອກຫຼາຍກວ່າການນໍາເຂົ້ານັ້ນ ມີປະມານ 1.000 ລ້ານໂດລາ.

ລາວມີສິນຄ້າສົ່ງອອກຫຼັກຂອງປະກອບຄື: ຄໍາປະສົມ/ຄໍາແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື້ອໄມ້ ແລະ ເສດເຈ້ຍ, ຢາງ ພາລາ, ມັນຕົ້ນ, ແຮ່ເຫຼັກ, ຫມາກກ້ວຍ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ຝຸ່ນ (ປຸຍ), ໂຄງຮ່າງ, ຊັ້ນສ່ວນ ກ້ອງບັນທຶກພາບ ແລະ ເກີບ.

ສິນຄ້ານໍາເຂົ້າຫຼັກປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ), ນ້ໍາມັນເຊື້ອໄຟ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ແກ້ວປະເສີດ ຫຼື ເຄິ່ງປະເສີດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ຜະລິດຕະພັນການຢາ (ເພສັດຊະກໍາ), ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ສາຍໄຟຟ້າ/ເຄເບີ້ນ, ສິ່ງເສດເຫຼືອຈາກອຸດສາຫະກໍາຜະລິດອາຫານ, ອຸປະກອນຖ່າຍພາບ, ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາ ປີ 2021 ນີ້ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ອ້າງອີງຈາກ: Vientiane time, ສູນຂໍ້ມູນຂ່າວສານທາງດ້ານການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ

LEAVE A REPLY

Please enter your comment!
Please enter your name here