ແຈ້ງການກ່ຽວກັບຂໍ້ຫ້າມຂອງຜູ້ໂດຍສານ ທີ່ຈະໃຊ້ບໍລິການລົດໄຟ ລາວ-ຈີນ

0
5269

ອີງຕາມ: ກົດໝາຍ ວ່າດ້ວຍການລົດໄຟ ມາດຕາ 81, 82 ໝວດທີ 2 ພາກທີ 5 ວ່າດ້ວຍເຈົ້າໜ້າທີ່ລົດ ໄຟຕຳຫຼວດລົດໄຟ ແລະ ມາດຕາ 101, 102 ໝວດທີ 2 ພາກທີ 6, ວ່າດ້ວຍສິດ, ພັນທະ ແລະ ຄວາມຮັບຜິດຊອບຜູ້ດໍາເນີນການຂົນສົ່ງໂດຍສານທາງລົດໄຟ ແລະ ສິດ, ພັນທະ ຄວາມຮັບຜິດຊອບຂອງຜູ້ໂດຍສານ.

ອີງຕາມແຈ້ງການຈາກກົມຕຳຫຼວດລົດໄຟ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບຂໍ້ຫ້າມ ຂອງຜູ້ໂດຍສານທີ່ຈະໃຊ້ບໍລິການລົດໄຟ ລາວ-ຈີນ.

ຜູ້ໂດຍສານທຸກທ່ານທີ່ຈະເດີນທາງຈາກ ສະຖານີລົດໄຟນະຄອນຫຼວງວຽງຈັນ ໄປຫາ ສະຖານີຕ່າງແຂວງ ແລະ ສະຖານີຕ່າງແຂວງ ທີ່ຈະເດີນທາງເຂົ້າມາສະຖານີນະຄອນຫຼວງວຽງຈັນຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ:

  1. ຫ້າມຜູ້ໂດຍສານນຳອາວຸດເສິກ, ລູກປືນທຸກຊະນິດນຳເຂົ້າສະຖານີ, ຂະບວນລົດໄຟ ເຊັ່ນ: ປືນສັ້ນ, ປືນຍາວ, ປືນກິລາ ແລະ ປືນດັດແປງອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ (ຍົກເວັ້ນພະນັກງານລັດ, ເຈົ້າໜ້າທີ່ຕຳຫຼວດ ແລະ ທະຫານ, ຜູ້ທີ່ມີຂໍ້ຕົກລົງແຕ່ງຕັ້ງໄປວຽກທາງລາດຊະການຖືກຕ້ອງຕາມຂັ້ນຕອນຂອງກົດໝາຍເທົ່ານັ້ນ).
  2. ຫ້າມຜູ້ໂດຍສານນຳທາດລະເບີດທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດລະເບີດ, ໝາກກະໂພກ, ສາຍ-ດອກໄມ້ໄຟລະເບີດ, ດິນລະເບີດ ແລະ ທາດແຕກອື່ນໆ ຫ້າມນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ.
  3. ຫ້າມຜູ້ໂດຍສານນຳທາດເຄມີທຸກຊະນິດເຂົ້າສະຖານີ, ຂຶ້ນລົດໄຟ ເຊັ່ນ: ທາດ ໄຮໂກເຈນ, ເມເທັນ, ເອເທັນ, ບູເຊັ່ນ, ເອທິລິນ, ໂປຣຟີລິນ, ແອຊີຕີລິນຄາບອນມາໂນຊາຍ, ແກັດນໍ້າມັນ ແຫຼວ, ຟຣອນ, ອົກຊີເຈນ (ຍົກເວັ້ນທາງການແພດ) ນໍ້າມັນແອັດຊັງ, ນໍ້າມັນກະຊວນ ແລະ ທາດແຫຼວໄວໄຟທຸກປະເພດຫ້າມຜູ້ໂດຍສານນຳເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ.
  4. ຫ້າມຜູ້ໂດຍສານນຳຢາເສບຕິດທຸກປະເພດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟ ຢ່າງເດັດຂາດ ເຊັ່ນ: ເຮໂຣອິນ, ເອເຝດຕາມິນ (ຢາບ້າ), ຢາໄອສ, ຢາເຄ, ໂຄເຄນ, ກັນຊາຝິ່ນ ແລະ ຢາເສບຕິດອື່ນໆ.
  5. ຫ້າມຜູ້ໂດຍສານນຳເອົາວັດຖຸປາຍແຫຼມ, ມີຄົມທຸກຊະນິດ ເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດເຊັ່ນ: ມີດ, ພ້າ, ຄັດເຕີ, ມີດສະໄລ ແລະ ອື່ນໆ ທີ່ສາມາດເຮັດໃຫ້ຜູ້ອື່ນບາດເຈັບ ແລະ ເສຍຊີວິດ.
  6. ຫ້າມຜູ້ໂດຍສານນຳສັດລ້ຽງ, ສັດປ່າມີຊິວິດ ແລະ ບໍ່ມີຊິວິດທຸກຊະນິດເຂົ້າສະຖານີ ແລະ ນຳຂຶ້ນລົດໄຟຢ່າງເດັດຂາດ ເຊັ່ນ: ໝາ, ແມວ ແລະ ສັດອື່ນໆ.
  7. ຫ້າມຜູ້ໂດຍສານນຳອາຫານທຸກຊະນິດທີ່ມີກິ່ນເໝັນ, ອາຫານທີ່ເປັນນໍ້າທີ່ຈະສ້າງຄວາມບໍ່ສະອາດ, ມີຜົນກະທົບທາງສິ່ງແວດລ້ອມ, ຕໍ່ຜູ້ໂດຍສານຢູ່ໃນສະຖານີ ແລະ ຂະບວນລົດ.

ຂັ້ນຕອນໃນການຈັດຕັ້ງປະຕິບັດບັນດາຂໍ້ຫ້າມ.

  1. ເຈົ້າໜ້າທີ່ພະແນກຮັກສາຄວາມປອດໄພ ບໍລິສັດທາງລົດໄຟ ລາວ – ຈີນ ເປັນຜູ້ກວດກາ, ເປັນຜູ້ຄຸມເຄື່ອງ ເອັກສະເລ ແລະ ເຄື່ອງຈັກອື່ນໆ ພາຍຫຼັງກວດພົບເຫັນ, ອາວຸດ, ທາດລະເບີດ, ສານເຄມີ, ຂອງມີຄົມ, ຢາເສບຕິດ ແລະ ເຄື່ອງທີ່ລະບຸໃນຂໍ້ຫ້າມນັ້ນ ແມ່ນເຮັດບົດບັນທຶກມອບໃຫ້ເຈົ້າໜ້າທີ່ຕຳຫຼວດລົດໄຟເປັນຜູ້ກວດກາ, ຄຸ້ມຄອງ, ເພື່ອນຳໄປດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງລະບຽບ ແລະ ກົດໝາຍ.
  2. ເຈົ້າໜ້າທີ່ຕໍາຫຼວດ ເປັນຜູ້ຕິດຕາມ, ກວດກາ, ຄຸ້ມຄອງການປະຕິບັດໜ້າທີ່ຂອງພະນັກງານຮັກສາຄວາມປອດໄພໃນການປະຕິດບັດໜ້າທີ່ວຽກງານວິຊາສະເພາະ, ທັງຕິດຕາມກວດກາຜູ້ໂດຍສານທີ່ໃຊ້ບໍລິການລົດໄຟ ໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບສູງ ເພື່ອຮັບປະກັນທາງດ້ານວຽກງານວິຊາສະເພາະຂອງເຈົ້າໜ້າທີ່ຕຳຫຼວດ.
  3. ເຈົ້າໜ້າທີ່ຮັກສາຄວາມປອດໄພ ບໍລິສັດທາງລົດໄຟ ລາວ – ຈີນ ແລະ ເຈົ້າໜ້າທີ່ ຕຳຫຼວດລົດໄຟ ໃຫ້ປະສານສົມທົບກັນຕິດຕາມກວດກາບັດປະຈໍາຕົວ, ພັດສະປອດ, ບຸກຄົນທີ່ມີບັນຊີກໍ່ການກະທຳຜິດທາງອາຍາ ແລະ ທາງແພ່ງ ຕາມໝາຍຈັບຂອງສານ, ໄອຍະການ ຕາມການຊີ້ນຳຂອງເຈົ້າໜ້າທີ່ຂັ້ນສູງຂອງກະຊວງປ້ອງກັນຄວາມສະຫງົບ, ເມື່ອກວດພົບເຫັນ, ມອບເຈົ້າໜ້າທີ່ຕຳ ຫຼວດລົດໄຟ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ປະຕິບັດຕາມຂັ້ນຕອນຂອງກົດໝາຍ.

ວັດຖຸເຄື່ອງຂອງກາງທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພ ຂອງບໍລິສັດລົດໄຟ ລາວ – ຈີນ ແລະ ເຈົ້າໜ້າທີ່ຕໍາຫຼວດລົດໄຟ ກວດພົບທີ່ຜູ້ໂດຍສານນຳເຂົ້າສະຖານີ ແລະ ຂຶ້ນຂະບວນລົດໄຟ

– ບັນດາວັດຖຸ ແລະ ເຄື່ອງເກືອດຫ້າມ ທີ່ກວດພົບເຫັນ ມອບໃຫ້ຕຳຫຼວດລົດໄຟເປັນຜູ້ປົກປັກຮັກສາ ແລະ ນຳໄປສືບສວນ-ສອບສວນຕາມລະບຽບກົດໝາຍ.

ບັນດາຂໍ້ຫ້າມທີ່ກ່າວມາຂ້າງເທິງນັ້ນຜູ້ໂດຍສານທຸກຄົນທີ່ໃຊ້ບໍລິການລົດໄຟໃຫ້ພ້ອມກັນ ປະຕິບັດຢ່າງເຂັ້ມງວດ.

ຂໍ້ມູນຈາກ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ

LEAVE A REPLY

Please enter your comment!
Please enter your name here