ມອບ-ຮັບ ລະຫວ່າງ ກົມການບິນພົນລະເຮືອນ, ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກອງບັນຊາການ ທະຫານອາກາດ

0
3204

ທ່ານ ສົມຈິດ ລາຊະວົງ ຍັງໃຫ້ຮູ້ຕື່ມວ່າ: ການເກັບລາຍຮັບໃນໄລຍະ 12 ເດືອນຜ່ານມາ ໂດຍລວມແລ້ວ ສາມາດປະຕິບັດໄດ້ລື່ນແຜນການ, ແຕ່ໃນການຈັດຕັ້ງປະຕິບັດຕົວຈິງຍັງມີບາງດ່ານ, ບາງພາກສ່ວນກໍບໍ່ສາມາດປະຕິບັດໄດ້ຕາມແຜນ, ເຊິ່ງຕິດພັນກັບປັດໄຈຕ່າງໆຈຳນວນໜຶ່ງທັງໃນຕົວ ແລະ ນອກຕົວ. ສຳລັບແຜນປີ 2022 ພາສີປະຈຳແຂວງຈະໄດ້ສູ້ຊົນເກັບລາຍຮັບໃຫ້ໄດ້ຈຳນວນ 950 ຕື້ກີບ, ຕາມທີ່ກົມພາສີກະຊວງການເງິນທີ່ໄດ້ກຳນົດໃຫ້.

ມອບ-ຮັບ ລະຫວ່າງ ກົມການບິນພົນລະເຮືອນ, ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກອງບັນຊາການ ທະຫານອາກາດ ພາຍຫຼັງສະໜາມບິນສາກົນແຂວງອັດຕະປື ໄດ້ປິດໃຫ້ບໍລິການມາໄດ້ ເກືອບ 6 ປີ ປະຈຸບັນສະໜາມບິນສາກົນອັດຕະປືໄດ້ມອບໃຫ້ກອງບັນຊາ ການທະຫານອາກາດ ກະຊວງປ້ອງກັນປະເທດ ເພື່ອຄຸ້ມຄອງ.

ພິທີມອບ-ຮັບ ລະຫວ່າງ ກົມການບິນພົນລະເຮືອນ, ຂຶ້ນກັບກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກອງບັນຊາການ ທະຫານອາກາດ ທີ່ຢູ່ພາຍໃຕ້ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 5 ກຸມພາ 2022 ທີ່ຜ່ານມາ ຢູ່ແຂວງອັດຕະປື.

ສະໜາມບິນສາກົນອັດຕະປື ໄດ້ປິດໂຕລົງຢ່າງເປັນທາງການໃນປີ 2017 ຫລັງຈາກສາຍການບິນລາວ ເສັ້ນທາງ ວຽງຈັນ ຫາ ອັດຕະປື ຖືກຍົກເລີກໃນເດືອນຕຸລາ 2016.

ອົງການປົກຄອງແຂວງອັດຕະປື ເປີດເຜີຍໃນປີ 2017 ວ່າ ບໍລິສັດສາຍການບິນລາວ ຕັດສິນໃຈຢຸດການໃຫ້ບໍລິການຖ້ຽວບິນຈາກວຽງຈັນ ຫາ ອັດຕະປື ແຕ່ເດືອນຕຸລາ 2016 ເປັນຕົ້ນໄປ ເນື່ອງຈາກ ຈຳນວນຜູ້ໂດຍສານມີໜ້ອຍ, ຖ້ຽວບິນບໍ່ປົກກະຕິ.

ສະໜາມບິນສາກົນອັດຕະປືໄດ້ຮັບການກໍ່ສ້າງໂດຍກຸ່ມບໍລິສັດ HAGL ຂອງ ສສ ຫວຽດນາມ ໂດຍ ກຸ່ມ HAGL ໄດ້ຮັບການກໍ່ສ້າງໃນວັນທີ 10 ພຶດສະພາ 2013 ແລະ ໄດ້ເປີດໃຫ້ບໍລິການໃນປີ 2015 ມູນຄ່າການກໍ່ສ້າງທັງໝົດ 289 ຕື້ກວ່າກີບ ຫຼື ປະມານ 36,9 ລ້ານໂດລາສະຫະລັດ.

ຂໍ້ມູນ: Lao Aviation

LEAVE A REPLY

Please enter your comment!
Please enter your name here