ແຜນອະນຸລັກສັດປ່າ ແລະ ແນວຄວາມຄິດ ນໍາເສືອປ່າຄືນສູ່ທໍາມະຊາດ

0
1230

ສປປ ລາວ ເປັນໜຶ່ງໃນ 13 ປະເທດ ທີ່ນອນຢູ່ໃນຂົງເຂດ ຫຼື ທີ່ອາໄສຂອງເສືອປ່າ ທີ່ຍັງມີຢູ່ໃນທົ່ວໂລກ, ແຕ່ເສືອປ່າທີ່ເຄີຍມີ ຕອນນີ້ອາດສູນພັນໄປແລ້ວ ເພາະຈາກການຄົ້ນຫາ ຜ່ານການຕັ້ງກ້ອງດັກຖ່າຍ ແລະ ທາງວິທະຍາສາດ ຈາກຫລາຍພາກສ່ວນ ໃນເຂດປ່າສະຫງວນທີ່ມີຄວາມເປັນໄປໄດ້ສູງ ຕະຫລອດໄລຍະເກືອບ 10 ປີທີ່ຜ່ານມາ ແມ່ນບໍ່ມີຂໍ້ມູນ ແລະ ພາບຈາກກ້ອງດັກຖ່າຍ ຫຼື ເວົ້າໄດ້ວ່າ ເສືອອາດຖືກລ່າ ຈາກການໃສ່ແຮ້ວ ແລະ ອາດສູນພັນຈາກຜືນປ່າຂອງລາວເຮົາໄປແລ້ວ.

ປັດຈຸບັນ, ອົງການກອງທຶນອະນຸລັກສັດປ່າໂລກ ປະຈຳ ສປປ ລາວ (WWF-Laos) ໄດ້ສໍາເລັດການສ້າງແຜນຍຸດທະສາດ 5 ປີ ວ່າດ້ວຍການອະນຸລັກທໍາມະຊາດ ໃນການສະໜັບສະໜູນ ສປປ ລາວ ແລະ ກໍາລັງເລີ່ມຈັດຕັ້ງປະຕິບັດ ຈົນຮອດປີ 2025 ໃນນັ້ນລວມມີ ແຜນການອະນຸລັກສັດປ່າ ແລະ ແນວຄວາມຄິດ ຕໍ່ການນໍາເສືອປ່າຄືນສູ່ທໍາມະຊາດໃນ ສປປ ລາວ ທີ່ຄັ້ງໜຶ່ງເຄີຍເປັນຖິ່ນອາໄສ ຂອງປະຊາກອນເສືອຈໍານວນຫລາຍ.

ແນວຄວາມຄິດດັ່ງກ່າວ ແມ່ນອາດມີຄວາມເປັນໄປໄດ້ສູງ ຜ່ານການຮ່ວມມືຈາກຫລາຍພາກສ່ວນ ໂດຍສະເພາະ ອົງການ ແລະ ສະມາຄົມ ທີ່ເຮັດວຽກເພື່ອການອະນຸລັກ ແລະ ການນໍາພາຈາກພາກລັດ ໃນອະນາຄົດ.

ອົງການ WWF ຈະສືບຕໍ່ໃຫ້ການສະໜັບສະໜູນກິດຈະກໍາ ການອະນຸລັກເສືອໂຄ່ງ ລວມທັງການຄຸ້ມຄອງປ່າສະຫງວນຢ່າງມີປະສິດທິຜົນ, ການຂັດຂວາງການຄ້າສັດປ່າທີ່ຜິດກົດໝາຍ ແລະ ການຫລຸດຜ່ອນຄວາມຕ້ອງການເສືອ, ຊິ້ນສ່ວນ ແລະ ຜະລິດຕະພັນຂອງເສືອ. ໃນປີ 2022, WWF ຈະເຮັດວຽກຮ່ວມກັບຊຸມຊົນທີ່ອາໄສຢູ່ໃນພື້ນທີ່ ທີ່ມີເສືອ ເພື່ອສ້າງການເຊື່ອມຕໍ່, ສົ່ງເສີມການນຳເສືອຄືນໃນຖິ່ນເດີມ, ຫລຸດຜ່ອນຄວາມຂັດແຍ້ງຂອງມະນຸດ-ສັດປ່າ ແລະ ເພີ່ມຄວາມພະຍາຍາມໃນການອະນຸລັກຂ້າມແດນ. ນອກຈາກນັ້ນ, ຍັງຈະກວດກາ ເພື່ອໃຫ້ຮັບປະກັນຄວາມສອດຄ່ອງກັບບູລິມະສິດ ໂດຍລວມຂອງວາລະສິ່ງແວດລ້ອມ, ລວມທັງການປັບຕົວ ແລະ ຫລຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ, ການເຊື່ອມໂຊມຂອງດິນ, ແລະ ການຟື້ນຟູລະບົບນິເວດ ແລະ ການປູກຄືນ.

ນີ້ຄືຈຸດເລີ່ມຕົ້ນ ແລະ ວຽກງານດັ່ງກ່າວ ພ້ອມກັບອີກຫລາຍໂຄງການ ແລະ ກິດຈະກໍາ ທີ່ອົງການ WWF-Laos ຮ່ວມກັບຄູ່ຮ່ວມງານກໍາລັງຈັດຕັ້ງປະຕິບັດ ເປັນຕົ້ນ ວຽກງານຄຸ້ມຄອງປ່າໄມ້ ໃຫ້ມີປະສິດທິພາບ, ການເພີ່ມປະຊາກອນສັດປ່າ ແລະ ສັດນໍ້າ ໂດຍສະເພາະການຄຸ້ມຄອງຊະນິດສັດ ທີ່ໃກ້ຈະສູນພັນ ຜ່ານຂະບວນການຈັດຕັ້ງປະຕິບັດກົດ ໝາຍ ແລະ ປູກຈິດສໍານຶກໃຫ້ກັບສັງຄົມ ໃຫ້ເປັນເຈົ້າການ ແລະ ອື່ນໆ. ສິ່ງດັ່ງກ່າວ ຈະປະສົບຜົນສໍາເລັດໄດ້ນັ້ນ ທຸກທ່ານ ແລະ ທຸກພາກສ່ວນ ຕ້ອງໃຫ້ຄວາມສໍາຄັນ ແລະ ເຮັດພາລະບົດບາດ ເພື່ອເປັນສ່ວນໜຶ່ງຂອງວຽກງານອັນທ້າທາຍນີ້ ເພື່ອອະນາຄົດຂອງພວກເຮົາທຸກຄົນ ແລະ ໂລກ ທີ່ເຮົາອາໄສຢູ່.

ຂໍ້ມູນຈາກ: WWF-Laos

LEAVE A REPLY

Please enter your comment!
Please enter your name here