ຕ້ອນຮັບຫົວໜ້າ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ ຄົນໃໝ່

0
997

ໃນວັນທີ 8 ກຸມພາ 2022 ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ອະນຸລັກ ກິດຕິຄຸນ ຫົວໜ້າກອງເລຂາ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄົນໃໝ່.

່າວ

ໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຢ່າງຈິງໃຈ ທີ່ ທ່ານ ອະນຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ຫົວໜ້າກອງເລຂາຄະນະກຳມາທິການ ແມ່ນ້ຳຂອງສາກົນ ຄົນໃໝ່ ສົກປີ 2022-2024, ເຊິ່ງເປັນຮອບວຽນຂອງ ສປປ ລາວ, ສໍາລັບການຄັດເລືອກຜູ້ດຳລົງຕຳແໜ່ງດັ່ງກ່າວແມ່ນໝູນວຽນກັນ ລະຫວ່າງ ປະເທດສະມາຊິກຕາມລຳດັບຕົວອັກສອນ. ພ້ອມນີ້, ທ່ານ ລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ແລະ ມີປະສິດທິຜົນຂອງຄະນະກຳມາທິການແມ່ນ້ຳຂອງສາກົນ (MRC) ໃນວຽກງານການຄຸ້ມຄອງ ແລະ ພັດທະນາຊັບພະຍາກອນນໍ້າຮ່ວມກັບ ລັດຖະບານ ສປປ ລາວ ຕະຫລອດໄລຍະເວລາທີ່ຜ່ານມາ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນຕໍ່ຫົວໜ້າກອງເລຂາຄົນໃໝ່ ແລະ ຄະນະໃນການສືບຕໍ່ໃຫ້ການສະໜັບສະໜູນການຈັດຕັ້ັ້ງປະຕິ ບັດບັນດາໂຄງການຕ່າງໆ ຢ່າງຕັ້ງໜ້າ ແລະ ເອົາໃຈໃສ່ສືບຕໍ່ຂົນຂວາຍການຮ່ວມມືຊ່ວຍເຫລືອຈາກພາຍນອກ ເພື່ອນໍາຜົນປະໂຫຍດອັນສໍາຄັນ ດ້ານການພັດທະນາອ່າງແມ່ນໍ້າຂອງ ແລະ ແມ່ນໍ້າສາຂາໃຫ້ມີຄວາມຍືນຍົງ.

ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະກຳມາທິການແມ່ນ້ຳຂອງສາກົນ ຈະສືບຕໍ່ການປະສານງານ, ປຶກສາຫາລືບັນດາຫົວຂໍ້ຕ່າງໆ ກັບກອງເລຂາຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ ຢ່າງໃກ້ຊິດ, ລວມທັງກະຊວງທີ່ກ່ຽວຂ້ອງ ເພື່ອການດໍາເນີນໂຄງການຕ່າງໆໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນສູງສຸດ ແນໃສ່ຍຸດທະສາດດ້ານການພັດທະນາຂອງ ສປປ ລາວ ໂດຍສອດຄ່ອງຕາມສັນຍາແມ່ນໍ້າຂອງປີ 1995.

ທ່ານ ອະນຸລັກ ກິດຕິຄຸນ ກໍໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພະຍາຍາມຢ່າງສຸດຄວາມສາມາດເພື່ອຊຸກຍູ້ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ເພື່ອພັດທະນາ ແລະ ຄຸ້ມຄອງຊັບພະຍາກອນນ້ຳ ຕາມລຳແມ່ນ້ຳຂອງ ແລະ ຈະສືບຕໍ່ປະສານງານຢ່າງໃກ້ຊິດຮ່ວມກັບ ກອງເລຂາຄະນະກຳມະການແມ່ນ້ຳຂອງແຫ່ງຊາດ ແລະ ກະຊວງທີ່ກ່ຽວຂ້ອງເພື່ອເສີມຂະຫຍາຍການພົວພັນຮ່ວມມື ແລະ ການດຳເນີນວຽກງານໂຄງການຕ່າງໆ ໃນຕໍ່ໜ້າໃຫ້ມີປະສິດທິຜົນຍິ່ງຂຶ້ນ, ລວມທັງການຈັດກອງປະຊຸມສຸດຍອດ ຄະນະກໍາມາທິການແມ່ນໍ້າຂອງສາກົນ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2023.

ຄະນະກຳມາທິການແມ່ນ້ຳຂອງສາກົນ(MRC) ເປັນອົງການຈັດຕັ້ງສາກົນ ລະຫວ່າງລັດຖະບານ ເຊິ່ງລິເລີ່ມເປັນຄະນະກຳມາທິການແມ່ນ້ຳຂອງ ໃນປີ 1957 ແລະກາຍເປັນຄະນະກຳມະການຊົ່ວຄາວໃນປີ 1978 ເພື່ອສໍາຫລວດແມ່ນໍ້າຂອງຕອນລຸ່ມ.

ມາຮອດວັນທີ 5 ເມສາ 1995, 4 ປະເທດທີ່ຢູ່ໃນອ່າງແມ່ນ້ຳຂອງຕອນລຸ່ມຄື: ກຳປູເຈຍ, ສປປ ລາວ, ຣາຊະອານາຈັກໄທ ແລະ ສສ ຫວຽດນາມ ໄດ້ເຊັນສັນຍາວ່າດ້ວຍການຮ່ວມມື ເພື່ອການພັດທະນາອ່າງແມ່ນ້ຳຂອງແບບຍືນຍົງ (ສັນຍາແມ່ນໍ້າຂອງ ປີ 1995) ແລະ ໄດ້ກຳນົດເອົາວັນດັ່ງກ່າວ ເປັນມື້ສ້າງຕັ້ງຄະນະກຳມາທິການແມ່ນ້ຳຂອງສາກົນ (MRC). ຄະນະກຳມາທິການແມ່ນ້ຳຂອງສາກົນປະກອບດ້ວຍ: ສະພາມົນຕີ (ຂັ້ນລັດຖະມົນຕີ), ຄະນະກຳມະການຮ່ວມ(ຂັ້ນຫົວໜ້າກົມ) ແລະ ກອງເລຂາ(MRCS). ພ້ອມດຽວກັນນັ້ນ, ປະເທດສະມາຊິກ ໄດ້ສ້າງຕັ້ງຄະນະກຳມະທິການແມ່ນ້ຳຂອງແຫ່ງຊາດຂຶ້ນ (NMC) ເພື່ອສະໜັບສະໜູນພາລະກິດ ຂອງຄະນະກຳມາທິການແມ່ນ້ຳຂອງສາກົນ.

ແຫຼ່ງຂ່າວຈາກ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here