ຈັບໄດ້ໄລ່ທັນ! ໂຈນລັກແບ້ ເຂດບ້ານນາທາມ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

0
1983

ໂຈນລັກແບ້ ໄປບໍ່ລອດຖືກຈັບ ພ້ອມຂອງກາງຄາມື ໝູ່ໄປນຳກັນກະຖີ້ມໃຫ້ຖືກຈັບຄົນດຽວ.

ໃນວັນທີ 7 ກຸມພາ 2022 ທີ່ຜ່ານມາ, ເກີດເຫດໂຈນເຂົ້າມາລັກແບ້ປະຊາຊົນ, ຫຼັງຈາກເກີດເຫດບໍ່ດົນກໍ່ສາມາດຈັບຜູ້ກໍ່ເຫດ ແລະ ຂອງກາງຫຼັກຖານຄົບຖ້ວນ.

ພາຍຫຼັງສອບຖາມໃຫ້ຮູ້ວ່າ: ຜູ້ກໍ່ເຫດລັກແບ້ໃນຄັ້ງນີ້ແມ່ນ ທ້າວ ຕຸ້ຍ ເຊິ່ງລາວໄດ້ຂີ່ລົດຈັກໄປລັກແບ້ ປະຊາຊົນຢູ່ບ້ານນາທາມ (ແກ້ງປາຢາງ) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ແຕ່ໂຊກບໍ່ເຂົ້າຂ້າງ ຖືກຈັບໄດ້ ພ້ອມຂອງກາງ ແບ້ 1 ໂຕ ສ່ວນໝູ່ທີ່ມານຳກັນແມ່ນແລ່ນຫຼົບຫນີ, ປ່ອຍໃຫ້ຜູ້ກ່ຽວຖືກຈັບຄົນດຽວ.

ຫຼັງຈາກນັ້ນໄດ້ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງດຳເນີນຄະດີຕໍ່ໄປ.

ແຫຼ່ງຂ່າວ: 24 Lao News Time

LEAVE A REPLY

Please enter your comment!
Please enter your name here