ໄລຍະບຸນກຸດຈີນທີ່ຜ່ານມາ! ການຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນ ມີປະລິມານຫຼາຍກວ່າ 2 ໝື່ນໂຕນ

0
1222

ປະລິມານການຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນ ໃນໄລຍະບຸນກຸດຈີນມີຫຼາຍກວ່າ 2 ໝື່ນໂຕນ

ວັນທີ 7 ກຸມພານີ້, ດ່ານພາສີຄຸນໝິງໄດ້ລາຍງານວ່າ: ແຕ່ວັນທີ 31 ມັງກອນຫາວັນທີ 6 ກຸມພານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນທີ່ໄດ້ຜ່ານການຕິດຕາມກວດກາຈາກດ່ານພາສີຄຸນໝິງມີທັງໝົດ 42 ຂະບວນ, ປະລິມານຂົນສົ່ງສິນຄ້າມີທັງໝົດປະມານ 20.300 ໂຕນ, ມີມູນຄ່າທັງໝົດ 217 ລ້ານຢວນ.

ຕາມຂ່າວແຈ້ງໃຫ້ຮູ້ວ່າ: ໃນໄລຍະບຸນກຸດຈີນ, ສິນຄ້າສົ່ງອອກທີ່ຂົນສົ່ງໂດຍຂະບວນລົດໄຟລາວ-ຈີນມີສິນຄ້າ 100 ກວ່າຊະນິດເຊິ່ງລວມທັງ ລົດໄຟໂດຍສານ ສາຍໄຟຟ້າ ເຊີບເວີ ແລະອື່ນໆທີ່ມາຈາກເມືອງຄຸນໝິງ ນະຄອນຈູງກິ່ງ ເມືອງນານກິ່ງ ເມືອງຢີ້ອູ່ ເມືອງເສິນເຈິ້ນແລະແຫ່ງອື່ນໆ, ສິນຄ້ານຳເຂົ້າຕົ້ນຕໍມີຢາງພາລາ ແຮ່ເຫຼັກ ແລະອື່ນໆ. ເພື່ອຮັບປະກັນໃຫ້ການຂົນສົ່ງສິນຄ້າສາກົນຕາມເສັ້ນທາງລົດໄຟລາວ-ຈີນໃນໄລຍະບຸນກຸດຈີນສາມາດຜ່ານດ່ານໄດ້ຢ່າງສະດວກປອດໄພແລະມີປະສິດທິຜົນສູງ, ດ່ານພາສີຄຸນໝິງໄດ້ເພີ່ມທະວີການປະສານງານແລະປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອຮັບປະກັນໃຫ້ວຽກງານດ້ານຕ່າງໆເດີນແມ່ນແລ່ນສະດວກ.

ແຫຼ່ງຂ່າວ: CRI

LEAVE A REPLY

Please enter your comment!
Please enter your name here