ຮູ້ເຖິງຜົນຮ້າຍຂອງການຄ້າມະນຸດ

0
924

ຕາມການລາຍງານຂອງ Khammouane News ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 09 -10 ກຸມພາ 2022 ຜ່ານມານີ້ ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຄໍາມ່ວນ ໄດ້ ສົມທົບກັບ ປກສ ເມືອງເຊບັ້ງໄຟ ແລະ ພາກສ່ວນທີ່ກ່ຽວຂ້ອງລົງໂຄສະນາ ເຜີຍແຜຜົນຮ້າຍ ຂອງການຄ້າມະນຸດໃຫ້ອຳນາດການປົກຄອງ ພໍ່ແມ່ປະຊາຊົນ ພະນັກງານຄູອາຈານ ແລະ ນ້ອງນ້ອຍນັກຮຽນຢູ ສອງ ຈຸດຄື: ຢູ່ໂຮງຮຽນ ມສ ປົ້ງກີ່ວ-ຍາງໃຫຍ່ ແລະ ໂຮງຮຽນ ມສ ຍາງຄຳ ເມືອງເຊບັ້ງໄຟ ໂດຍການເຂົ້າຮ່ວມຂອງ ທ່ານ ລົດວິໄລ ຈັນທະນຸວົງ ຮອງເຈົ້າເມືອງໆເຊບັ້ງໄຟ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ພັຕ ລັດສະໝີ ໄຊຍະສອນ ຮອງພະແນກຕຳຫຼວດສະກັດກັ້້ນ ແລະ ຕ້ານການຄ້າມະນຸດ, ທ່ານ ພທ ບຸນທົງ ໄຊປັນຍາ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂດຍມີຄະນະກອງບັນຊາການ ປກສ ເມືອງ, ສະຫະພັນແມ່ຍິງແຂວງ, ເມືອງ , ອຳນາດການປົກຄອງບ້ານຕະຫຼອດຮອດ ພໍ່ແມ່ປະ ຊາຊົນ ແລະ ນ້ອງນ້ອຍນັກຮຽນພາຍໃນບ້ານດັ່ງກ່າວເຂົ້າຮວ່ມຢ່າງພ້ອມພຽງ.

ໃນພິທີ ທ່ານ ພັຕ ລັດສະໝີ ໄຊຍະສອນ ຮອງພະແນກຕຳຫຼວດສະກັດກັ້້ນ ແລະ ຕ້ານການຄ້າມະນຸດ ແຂວງ ເຜີຍແຜ່ຜົນຮ້າຍຂອງການຄ້າມະນຸດ, ທ່ານ ລໍາເງິນ ເພັດພູທອນ ຫົວໜ້າຂະແໜງສັງຄົມສົງເຄາະ ພະແນກແຮງງານສະຫວັດດີການ-ສັງຄົແຂວງ, ເຜີຍແຜ່ ການໄປອອກແຮງງານທີ່ຖືກຕ້ອງຕາມລະບຽບກົດໝາຍ, ທ່ານ ນາງ ມອນຕາ ສຸວັນດີ ຫົວໜ້າຂະ ແໜງປົກປ້ອງໃຫ້ຄຳປຶກສາຄວາມກ້າວໜ້າແມ່ຍິງແຂວງ ເຜີຍແຜ່ການປົກປ້ອງສິດທິເດັກ.

ໄດ້ຜັດປ່ຽນກັນ ຂຶ້ນເຜີຍແຜ່ໃນຄັ້ງນີ້ ຈຸດປະສົງກໍ່ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງການຄ້າມະນຸດໃຫ້ພໍ່ແມ່ປະຊາຊົນພະນັກງານ ຄູ-ອາຈານ ນ້ອງນ້ອຍນັກຮຽນ ໄດ້ຮັບຮູ້ຢ່າງທົ່ວເຖິງກ່ຽວກັບຜົນກະທົບຮູບແບບ ເລ່ລຽ່ມກົນອຸບາຍຕ່າງໆຂອງກຸ່ມຄົນບໍ່ດີ ທີ່ຫັວງມາຕົວະຍົວະແມ່ຍິງ ແລະ ເດັກນ້ອຍໃນຮູບແບບຕ່າງໆ.

ດັ່ງນັ້ນທຸກຄົນຕ້ອງໃຫ້ມີສະຕິຕື່ນຕົວເປັນເຈົ້າການ ນຳກັນ ໃນການປ້ອງກັນສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃຫ້ຮູ້ທັນວິທີການ ເລ່ລຽມຂອງຜູ້ຄ້າມະນຸດ ເພື່ອປ້ອງກັນບໍ່ໃຫ້ຕົນເອງ ຫຼື ລູກຫຼານຕົກເປັນເຫຍື່ອ ຮູບແບບຂອງການຄ້າ, ນອກນັ້ນການລົງໂຄສະນາຄັ້ງນີ້ ຍັງຍົກໃຫ້ເຫັນບັນຫາຫຼັກໆທີ່ພາໃຫ້ເກີດມີການຄ້າມະ ນຸດເຊັ່ນ: ຍ້ອນສະພາບຄວາມທຸກຍາກ, ການສຶກສາຮ່ຳຮຽນຕ່ຳ, ຄົນຫວ່າງງານເປັນຈຳນວນຫຼວງຫຼາຍ,ບໍ່ມີຄວາມສະຫງົບໃນຄອບຄົວ, ຢາກປັບປຸງຊິວິດຂອງຕົນໃຫ້ດີຂຶ້ນ, ຢາກມີຄົນຮັກ ແລະ ແຕ່ງງານກັບຄົນທີ່ມີຖານະທີ່ດີ,ເຕັກໂນໂລຊີທີ່ທັນສະໄໝ ແລະ ການຈະເລີນກ້າວໜ້າຂອງບ້ານເມືອງ ຈຶ່ງເຮັດໃຫ້ຜູ້ຄົນເກີດມີຄວາມຢາກມີຢາກໄດ້ຈຶ່ງເກີດມີການແຂ່ງຂັນກັນ ເຮັດໃຫ້ບຸກຄົນດັ່ງກ່າວຕົກເປັນເຫຍື່ອຂອງການຄ້າມະນຸດເປັນຈຳນວນຫຼວງຫຼາຍ.

LEAVE A REPLY

Please enter your comment!
Please enter your name here