ການຈັດຕັ້ງປະຕິບັດແຜນເປີດການຕ້ອນຮັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ສປປ ລາວ ໃນເຂດທ່ອງທ່ຽວສີຂຽວ

0
1282

ຄຳແນະນຳເພີ່ມ! ກ່ຽວກັບການຕ້ອນຮັບນັກທ່ອງທ່ຽວ ເຂົ້າມາທ່ຽວລາວ ໃນເຂດທ່ອງທ່ຽວສີຂຽວ

ເພື່ອຈັດຕັ້ງປະຕິບັດແຜນເປີດການຕ້ອນຮັບນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ໃນຮູບແບບຕ່າງໆ ໃຫ້ມີປະສິດທິພາບ, ມີຄວາມເປັນລະບຽບຮຽບຮ້ອຍ, ຮັບປະກັນຄວາມປອດໄພທາງດ້ານສຸຂະພາບຂອງຜູ້ບໍລິການ ແລະ ນັກທ່ອງທ່ຽວ.

ເອົາໃຈໃສ່ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເກີດຈາກການນໍາເຂົ້ານັກທ່ອງທ່ຽວ ແນໃສ່ເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ມີສ່ວນຮ່ວມໃນການເປັນເຈົ້າພາບທີ່ດີ ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ນັກທ່ອງທ່ຽວສາກົນທີ່ຈະເຂົ້າມາທ່ອງທ່ຽວ ສປປ ລາວ ເພື່ອຟື້ນຟູ ແລະ ສົ່ງເສີມການທ່ອງທ່ຽວ ແລະ ກະຕຸ້ນເສດຖະ ກິດຂອງປະເທດໃຫ້ມີລາຍຮັບເພີ່ມຂຶ້ນ ຕາມແຜນການທີ່ລັດຖະບານວາງອອກ.

.

LEAVE A REPLY

Please enter your comment!
Please enter your name here