ປີ 2021 ລາວເອົາໃຈໃສ່ວຽກງານຕ້ານຄ້າມະນຸດ ແກ້ໄຂຄະດີໄດ້ 25 ເລື່ອງ

0
1504

ໃນວັນທີ 18 ກຸມພາ 2022 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ນະຄອນ ຫລວງວຽງຈັນ, ຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມສະຫລຸບການຈັດຕັ້ງປະຕິບັດ ວຽກງານຕ້ານການຄ້າມະນຸດ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະກຳມະ ການ ຕ້ານການຄ້າມະນຸດລະດັບຊາດ, ມີທ່ານ ພົອ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງ ປກສ ທັງເປັນຮອງປະທານຄະນະກໍາມະການ ຕ້ານການຄ້າມະນຸດລະດັບຊາດ, ມີຄະນະກຳມະການຕ້ານການຄ້າມະນຸດຂັ້ນແຂວງ, ນະຄອນຫລວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງ ປກສ ທັງເປັນຫົວໜ້າກອງເລຂາຄະນະກຳມະການ ຕ້ານການຄ້າມະນຸດລະດັບຊາດ ໄດ້ກ່າວວ່າ: ໃນໄລຍະຜ່ານມາ ລັດຖະ ບານ ກໍຄື ຄະນະຮັບຜິດຊອບໄດ້ເອົາໃຈໃສ່ ໃນການເຜີຍແຜ່ແນວທາງຂອງພັກ-ລັດ, ບັນດານິຕິກຳ, ກົດໝາຍ, ລະບຽບການ, ສົນທິສັນຍາ, ການເຜີຍແຜ່ຂໍ້ມູນຂ່າວສານ, ພ້ອມທັງຄົ້ນຄວ້າ, ປັບປຸງດຳລັດ, ອອກຂໍ້ຕົກລົງ ແລະ ວາງນະໂຍບາຍ ເພື່ອຕອບຕ້ານບັນຫາການຄ້າມະນຸດຢ່າງແຂງແຮງ ໂດຍການໂຄ ສະນາປູກຈິດສໍານຶກກ່ຽວກັບຜົນກະທົບ ແລະ ໄພອັນຕະລາຍຂອງການຄ້າມະນຸດ ໃຫ້ພໍ່-ແມ່ປະຊາຊົນ, ນັກຮຽນ, ພະນັກງານໃນຂອບເຂດທົ່ວປະເທດ, ທັງໂຄສະນາຜ່ານສື່ຕ່າງໆ ເປັນຕົ້ນ ທາງໂທລະພາບ, ວິທະຍຸ, ໜັງສືພິມ, ເຟສບຸກ, ຢູທູບ, ແອັບຕິກຕ໊ອກ ແລະ ໂທລະໂຄ່ງ ປະຈໍາບ້ານຢ່າງເປັນປົກກະຕິ. ນອກນັ້ນ, ຍັງໄດ້ລະດົມທຶນນໍາພາກລັດ ສ້າງສູນຕ້ອນຮັບຊົ່ວຄາວຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ ທີ່ແຂວງຫລວງນໍ້າທາ ໄດ້ 11 ພາກສ່ວນ ແລະ ເອກະຊົນ ໄດ້ 38 ພາກສ່ວນ, ເຊິ່ງສ້າງສໍາເລັດແລ້ວ 80%, ຈັດຕັ້ງແຂ່ງຂັນຮູບເງົາເລື່ອງສັ້ນ, ຫົວຂໍ້ໂຄສະນາ (ສະປອດ) ແລະ ເພງຮ້ອງຕ້ານການຄ້າມະນຸດ ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ, ມີສ່ວນຮ່ວມ ແລະ ສົ່ງຜົນງານເຂົ້າຮ່ວມຢ່າງຫລວງຫລາຍ.

ທ່ານ ພັອ ແກ່ນຈັນ ພົມມະຈັກ ໃຫ້ຮູ້ຕື່ມວ່າ: ນັບແຕ່ເດືອນມັງກອນ 2021 ມີຄະດີເກີດຂຶ້ນ ແລະ ແກ້ໄຂໄດ້ 25 ເລື່ອງ, ສານປະຊາຊົນໄດ້ຕັດສິນແລ້ວ 5 ເລື່ອງ) ສູນກາງສະຫະພັນແມ່ຍິງລາວ ໄດ້ຮ່ວມກັບເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ສໍາພາດຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ກຸ່ມສ່ຽງ 23 ຄັ້ງ; ໄດ້ມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຕິດຕາມ, ຊຸກຍູ້ການ ດໍາເນີນຄະດີຕໍ່ຜູ້ກະທໍາຜິດ ແລະ ໄດ້ໃຫ້ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ທາງດ້ານສະຖານທີ່ພັກເຊົາຊົ່ວ ຄາວ, ການຊ່ວຍເຫລືອດ້ານກົດໝາຍ, ດ້ານການແພດ, ການສຶກສາ ແລະ ຝຶກວິຊາຊີບ ແລ້ວສົ່ງກັບຄືນສູ່ຄອບຄົວ ແລະ ສັງຄົມ. ສິ່ງສຳຄັນ ໄດ້ນຳສົ່ງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ກຸ່ມສ່ຽງເຂົ້າບຳ ບັດຟື້ນຟູຢູ່ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ 37 ຄົນ (ສົ່ງກັບຄືນສູ່ຄອບຄົວແລ້ວ), ໄດ້ຊ່ວຍເຫລືອເດັກ ທີ່ຈະໄດ້ນໍາສົ່ງໄປເປັນລູກລ້ຽງ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ສົ່ງກັບຄືນຄອບຄົວແລ້ວ 1 ຄົນ, ໄດ້ກວດສຸຂະພາບໃຫ້ແກ່ຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງ 34 ຄົນ ສ່ວນຫລາຍແມ່ນຖືກຄວາມຮຸນແຮງທາງດ້ານເພດ ແລະ ຈິດໃຈ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການສ້າງກົນໄກປົກປ້ອງ ແລະ ຄຸ້ມຄອງແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ.

ສໍາລັບທິດທາງແຜນການ ປະຈໍາປີ 2022, ທາງຄະນະຮັບຜິດຊອບ ຈະປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງບັນດາຄະນະກໍາມະການ ຕ້ານການຄ້າມະນຸດຂັ້ນຕ່າງໆ ໃຫ້ສາມາດເປັນເຈົ້າການໃນການເຮັດວຽກຕ້ານການຄ້າມະນຸດ, ເຮັດໃຫ້ສະພາບການຄ້າມະນຸດ ແລະ ຄວາມສ່ຽງທີ່ພາໃຫ້ເກີດການຄ້າມະນຸດຫລຸດລົງ, ເຮັດໃຫ້ຜູ້ຖືກເຄາະຮ້າຍທີ່ເປັນພົນລະເມືອງລາວ ແລະ ຕ່າງປະເທດຖືກປົກປ້ອງ ແລະ ຊ່ວຍເຫລືອ ໃຫ້ມີຄວາມປອດໄພ ແລະ ທັນເວລາ ສາມາດນໍາເອົາຜູ້ກະທຳຜິດມາດໍາເນີນຄະດີ ແລະ ຮັບໂທດຕາມລະບຽບກົດໝາຍ.

ຂໍ້ມູນ: ໜັງສືພິມ ປກສ

LEAVE A REPLY

Please enter your comment!
Please enter your name here