ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ. ໄດ້ໃຫ້ກຽດໂອ້ລົມ ຄະນະພະແນກ , ພອ້ມດວ້ຍ ພະນັກງານລັດຖະກອນ, ທົ່ວພະແນກຮສສ ນະຄອນຫຼວງວຽງຈັນ ໃນວັນທີ 17 ກຸມພາ 2022ນີ້, ທີ່ພະແນກ ຮສສ ດັ່ງກ່າວ.
![](https://tholakhong.com/wp-content/uploads/2022/02/ຳົຶ.jpeg)
ຜ່ານການຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງວຽກງານຂະແໜງ ຮສສ ໄລຍະໜຶ່ງປີຜ່ານມາ ແລະ ທິດທາງແຜນການປີໃນຕໍ່ໜ້າ ເຊິງ ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ ທາງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ທີ່ໄດ້ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ໄດ້ມີຜົນສຳເລັດເປັນຢ່າງດີໄລຍະຜ່ານມາ, ພ້ອມນີ້, ຄຽງຄູ່ດ້ານດີແລ້ວ ຍັງມີບາງບັນຫາ ແລະ ສິ່ງທ້າທາຍຫລາຍດ້ານທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ ດັ່ງນີ້:
- ວຽກຈັດຕັ້ງພະນັກງານ ເພີ່ມທະວີຄວາມສາມັກຄີເປັນ ເອກະພາບໃນທົ່ວຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ເພື່ກໍ່ສ້າງ, ປັບປຸງຊັບຊອນກົງຈັກການຈັດຕັ້ພັກ ແລະ ກົງຈັກການຈັດຕັ້ງລັດ ໃຫ້ມີຄວາມກະທັດຮັດເຄື່ອນໄຫວມີປະສິດທິພາບປະສິດທິຜົນສູງ, ຕາມທິດພັດທະນາໃຫ້ດີຂື້ນ; ຫຼີກລ້ຽງຮັບເອົາພະນັກງານເຫຼືອບໍ່ພໍ, ເຮັດວຽກຕາມມີຕາມເກີດ ພໍແລ້ວມື້ແລ້ວວັນ, ປັບປຸງແກ້ໄຂຂອດຂັ້ນທີ່ອຸດຕັນ ສ້າງຄວາມເຂົ້າໃຈ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກ ເພື່ອກຳແໜ້ນແນວທາງນະໂນບາຍ, ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈໍາການ ຕາມເງື່ອນໄຂຕົວຈິງ”. ຜູ້ທີ່ມີຄວາມຮູ້ ແຕ່ຂາດປະສົບການ ແມ່ນໃຫ້ສັບຊ້ອນລົງຮາກຖານ ເພື່ອເກັບກ່ຽວເອົາປະສົບການ ໃນວຽກງານຕົວຈິງ; ສຳລັບ ຜູ້ທີ່ມີປະສົບການ ແຕ່ຄວາມຮູ້ຍັງຈໍາກັດ ແມ່ນໃຫ້ສັບຊ້ອນໄປຍົກລະດັບໃຫ້ສູງຂຶ້ນຕື່ມ ເພື່ອໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຜົນສຳເລັດ. ເອົາໃຈໃສ່ນໍາພາພະນັກງານ-ສະມາຊິກພັກ ຈັດຕັ້ງ, ຄົ້ນຄວ້າ, ເຊື່ອມຊຶມ ກົດໝາຍ, ນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເລິກເຊິ່ງ ເປັນຕົ້ນ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍປະກັນສັງຄົມ, ກົດໝາຍອື່ນໆ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ.
- ວຽກງານສ້າງ ແລະ ພັດທະນາສີມືແຮງງານ ສູ້ຊົນໃນການປະສານສົມທົບ ກັບພາກຫົວໜວ່ຍທຸລະກິດ ໃນການສ້າງທົດສອບສືມືແຮງງານເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ໃນຕຳແໜ່ງງານວ່າງ ການພັດທະນາສີມືແຮງງານ ແລະ ຈັດຫາງານ, ດ້ວຍຄວາມພະຍາຍາມໃນການບັນລຸ ຕົວເລກຄາດໝາຍ ໂດຍສະເພາະໃນສະພາບການ ພະຍາດແຜ່ລະບາດ ໂຄວິດ-19 ນີ້, ເຊິ່ງສາມາດສຸມໃສ່ໂຄສະນາປະຊາສຳພັນຢ່າງແຂງແຮງໃຫ້ກັບແຮງງານກັບເກັບກຳ ຂໍ້ມູນແຮງງານທີ່ກັບມາຈາກຕ່າງປະເທດ, ການເກັບກຳສະຖິຕິຄວາມຕ້ອງການກຳລັງແຮງງານ, ຜູ້ວ່າງງານ ແລະ ຄວາມຕ້ອງການຝຶກສືມີແຮງງານ ໄດ້ເປັນຢ່າງດີ.
- ວຽກຄຸ້ມຄອງແຮງງານ ກໍເຊັ່ນດຽວກັນ ສາມາດເກັບກຳໄດ້ຫົວໜ່ວຍແຮງງານ ທີ່ຖືກຜົນກະທົບ ຫຼື ຖືກຍຸດເຊົາກິດຈະການຊົ່ວຄາວ ເພື່ອສັງລວມຂໍ້ມູນໃຫ້ແກ່ທາງກະຊວງ ພ້ອມນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າຢ່າງມີຈັນຍາບັນ ຈັນຍາທຳ.
- ວຽກງານສະຫວັດດີການສັງຄົມ ສູ້ຊົນປະຕິບັດຕົວເລກອັດຕາປົກຫຸ້ມ ໃນລະບົບປະກັນສັງຄົມເພີ້ມຂື້ນ, ເພີມທະວີການໂຄສະນາປະຊາສຳພັນ, ອຳນວຍຄວາມສະດວກໃຫ້ສັງຄົມ ຫັນການບໍລິການແບບທັນສະໄໝ ໃນການປະຕິບັດຈ່າຍເງິນອຸດໜູນຕ່າງໆ ແລະ ຈັດຕັ້ງການມອບຮັບ ເງິນນະໂຍບາຍຕໍ່ຜູ້ມີຜົນງານ ໄດ້ຕາມແຜນການ.
- ວຽກງານຊ່ວຍເຫຼືອໄພພິບັດ, ວຽກງານກາແດງ ຊວ່ຍເຫຼືອສັງຄົມໃຫ້ທັນກັບເຫດການສະພາບການ.
![](https://tholakhong.com/wp-content/uploads/2022/02/ຳົະຶືຳົື.jpeg)
ຂໍ້ມູນຈາກ: ຂ່າວສານ ຮສສ