ລັດຖະມົນຕີ ກະຊວງ ຮສສ ໂອ້ລົມ ພະນັກງານຫຼັກແຫຼ່ງ ທົ່ວຂະແໜງ ຮສສ ນະຄອນຫຼວງວຽງຈັນ

0
1309

ທ່ານ ນາງ ໃບຄຳ ຂັດທິຍະ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ. ໄດ້ໃຫ້ກຽດໂອ້ລົມ ຄະນະພະແນກ , ພອ້ມດວ້ຍ ພະນັກງານລັດຖະກອນ, ທົ່ວພະແນກຮສສ ນະຄອນຫຼວງວຽງຈັນ ໃນວັນທີ 17 ກຸມພາ 2022ນີ້, ທີ່ພະແນກ ຮສສ ດັ່ງກ່າວ.

ຜ່ານການຮັບຟັງການລາຍງານຫຍໍ້ ກ່ຽວກັບສະພາບການຈັດຕັ້ງວຽກງານຂະແໜງ ຮສສ ໄລຍະໜຶ່ງປີຜ່ານມາ ແລະ ທິດທາງແຜນການປີໃນຕໍ່ໜ້າ ເຊິງ ທ່ານ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ ທາງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ ທີ່ໄດ້ຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ໄດ້ມີຜົນສຳເລັດເປັນຢ່າງດີໄລຍະຜ່ານມາ, ພ້ອມນີ້, ຄຽງຄູ່ດ້ານດີແລ້ວ ຍັງມີບາງບັນຫາ ແລະ ສິ່ງທ້າທາຍຫລາຍດ້ານທີ່ຈະຕ້ອງໄດ້ພ້ອມກັນແກ້ໄຂ ດັ່ງນີ້:

  • ວຽກຈັດຕັ້ງພະນັກງານ ເພີ່ມທະວີຄວາມສາມັກຄີເປັນ ເອກະພາບໃນທົ່ວຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ເພື່ກໍ່ສ້າງ, ປັບປຸງຊັບຊອນກົງຈັກການຈັດຕັ້ພັກ ແລະ ກົງຈັກການຈັດຕັ້ງລັດ ໃຫ້ມີຄວາມກະທັດຮັດເຄື່ອນໄຫວມີປະສິດທິພາບປະສິດທິຜົນສູງ, ຕາມທິດພັດທະນາໃຫ້ດີຂື້ນ; ຫຼີກລ້ຽງຮັບເອົາພະນັກງານເຫຼືອບໍ່ພໍ, ເຮັດວຽກຕາມມີຕາມເກີດ ພໍແລ້ວມື້ແລ້ວວັນ, ປັບປຸງແກ້ໄຂຂອດຂັ້ນທີ່ອຸດຕັນ ສ້າງຄວາມເຂົ້າໃຈ ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກ ເພື່ອກຳແໜ້ນແນວທາງນະໂນບາຍ, ການສັບຊ້ອນພະນັກງານ-ລັດຖະກອນ ໃຫ້ປະຕິບັດຕາມທິດ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈໍາການ ຕາມເງື່ອນໄຂຕົວຈິງ”. ຜູ້ທີ່ມີຄວາມຮູ້ ແຕ່ຂາດປະສົບການ ແມ່ນໃຫ້ສັບຊ້ອນລົງຮາກຖານ ເພື່ອເກັບກ່ຽວເອົາປະສົບການ ໃນວຽກງານຕົວຈິງ; ສຳລັບ ຜູ້ທີ່ມີປະສົບການ ແຕ່ຄວາມຮູ້ຍັງຈໍາກັດ ແມ່ນໃຫ້ສັບຊ້ອນໄປຍົກລະດັບໃຫ້ສູງຂຶ້ນຕື່ມ ເພື່ອໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີຜົນສຳເລັດ. ເອົາໃຈໃສ່ນໍາພາພະນັກງານ-ສະມາຊິກພັກ ຈັດຕັ້ງ, ຄົ້ນຄວ້າ, ເຊື່ອມຊຶມ ກົດໝາຍ, ນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ເລິກເຊິ່ງ ເປັນຕົ້ນ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍປະກັນສັງຄົມ, ກົດໝາຍອື່ນໆ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບວຽກງານແຮງງານ ແລະ ສະຫວັດດີການສັງຄົມ.
  • ວຽກງານສ້າງ ແລະ ພັດທະນາສີມືແຮງງານ ສູ້ຊົນໃນການປະສານສົມທົບ ກັບພາກຫົວໜວ່ຍທຸລະກິດ ໃນການສ້າງທົດສອບສືມືແຮງງານເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ ໃນຕຳແໜ່ງງານວ່າງ ການພັດທະນາສີມືແຮງງານ ແລະ ຈັດຫາງານ, ດ້ວຍຄວາມພະຍາຍາມໃນການບັນລຸ ຕົວເລກຄາດໝາຍ ໂດຍສະເພາະໃນສະພາບການ ພະຍາດແຜ່ລະບາດ ໂຄວິດ-19 ນີ້, ເຊິ່ງສາມາດສຸມໃສ່ໂຄສະນາປະຊາສຳພັນຢ່າງແຂງແຮງໃຫ້ກັບແຮງງານກັບເກັບກຳ ຂໍ້ມູນແຮງງານທີ່ກັບມາຈາກຕ່າງປະເທດ, ການເກັບກຳສະຖິຕິຄວາມຕ້ອງການກຳລັງແຮງງານ, ຜູ້ວ່າງງານ ແລະ ຄວາມຕ້ອງການຝຶກສືມີແຮງງານ ໄດ້ເປັນຢ່າງດີ.
  • ວຽກຄຸ້ມຄອງແຮງງານ ກໍເຊັ່ນດຽວກັນ ສາມາດເກັບກຳໄດ້ຫົວໜ່ວຍແຮງງານ ທີ່ຖືກຜົນກະທົບ ຫຼື ຖືກຍຸດເຊົາກິດຈະການຊົ່ວຄາວ ເພື່ອສັງລວມຂໍ້ມູນໃຫ້ແກ່ທາງກະຊວງ ພ້ອມນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າຢ່າງມີຈັນຍາບັນ ຈັນຍາທຳ.
  • ວຽກງານສະຫວັດດີການສັງຄົມ ສູ້ຊົນປະຕິບັດຕົວເລກອັດຕາປົກຫຸ້ມ ໃນລະບົບປະກັນສັງຄົມເພີ້ມຂື້ນ, ເພີມທະວີການໂຄສະນາປະຊາສຳພັນ, ອຳນວຍຄວາມສະດວກໃຫ້ສັງຄົມ ຫັນການບໍລິການແບບທັນສະໄໝ ໃນການປະຕິບັດຈ່າຍເງິນອຸດໜູນຕ່າງໆ ແລະ ຈັດຕັ້ງການມອບຮັບ ເງິນນະໂຍບາຍຕໍ່ຜູ້ມີຜົນງານ ໄດ້ຕາມແຜນການ.
  • ວຽກງານຊ່ວຍເຫຼືອໄພພິບັດ, ວຽກງານກາແດງ ຊວ່ຍເຫຼືອສັງຄົມໃຫ້ທັນກັບເຫດການສະພາບການ.

ຂໍ້ມູນຈາກ: ຂ່າວສານ ຮສສ

LEAVE A REPLY

Please enter your comment!
Please enter your name here