ບໍລິສັດລົດໄຟລາວ-ຈີນ ມີພະນັກງານ 1.206 ຄົນ ໃນນີ້ສັນຊາດລາວ 675 ຄົນ

0
1232

ນັບຕັ້ງແຕ່ເລີ່ມການກໍ່ສ້າງເປັນຕົ້ນມາ ໃນໄລຍະເວລາ 5 ປີ ໂຄງການທາງລົດໄຟລາວ-ຈີນ ໄດ້ສະໜອງວຽກເຮັດງານທໍາໃຫ້ແກ່ປະຊາຊົນທ້ອງຖິ່ນໃນລາວເຖິງ 111.164 ເທື່ອຄົນ, ມີການສ້າງຫຼັກສູດຊຸດຝຶກອົບ ຮົມ, ຫອ້ງຮຽນຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ຝ່າຍລາວເຖິງ 995 ຊຸດ. ສ່ວນພະນັກງານຂອງບໍລິສັດທາງລົດໄຟລາວ-ຈີນ ທີ່ມີໃນປັດຈຸ ບັນ ແມ່ນ 1.206 ຄົນ,ໃນນີ້ ມີພະນັກງານສັນຊາດລາວ 675 ຄົນ. ສ່ວນພາກສ່ວນທີ່ຮ່ວມເຮັດວຽກນຳບໍລິສັດລົດ ໄຟລົດໄຟລາວ-ຈີນ ເຊັ່ນ: ບໍລິສັດປ້ອງກັນຄວາມປອດໄພ, ບໍລິສັດອະນາໄມທຳຄວາມສະອາດ, ເຮັດສວນ, ສົ່ງອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ມີປະມານ 1.000 ກວ່າຄົນ, ເຊີ່ງເປັນການປະກອບສ່ວນສໍາຄັນໃນການຊ່ວຍສ້າງວຽກເຮັດງານທໍາໃຫ້ປະຊາຊົນຂອງທ້ອງຖິ່ນໃນລາວ.

ທ່ານ ວົງທອງ ສຸພັນທອງ, ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 18 ກຸມພາ 2022 ວ່າ: ພະນັກງານສັນຊາດລາວ 675 ຄົນ ທີ່ເຮັດວຽກນໍາບໍລິສັດລົດ ໄຟລາວ-ຈີນ ແບ່ງ ອອກເປັນ 2 ພາກສ່ວນ ຄື: ເຮັດວຽກຢູ່ສໍານັກງານໃຫຍ່ຂອງບໍລິສັດ 35 ຄົນ ແລະ ເຮັດວຽກຢູ່ບັນດາສະຖານີ ແລະ ເທີງລົດໄຟ, ລວມເຖີງເຮັດວຽກຕິດຕາມສ້ອມແປງລະບົບໄຟຟ້າ ແລະ ສາຍໂທລະຄົມທີ່ເປ່ເພຕາມແລວທາງລົດໄຟລາວ-ຈີນ 640 ຄົນ.

ທ່ານກ່າວຢໍ້າຕື່ມວ່າ: ຜູ້ທີ່ຈະມາເຮັດວຽກນໍາລົດໄຟ ລາວ-ຈີນ ຕ້ອງໄດ້ຜ່ານການຄັດເລືອກ ແລະ ການເຝິກອົບຮົມຢ່າງລະອຽດ ຈິ່ງຈະສາມາດເຮັດວຽກ ຫລື ບໍລິການນໍາລົດໄຟ ລາວ-ຈີນ ໄດ້.

ສ່ວນພະນັກງານຈາກຈີນທີ່ມາເຮັດວຽກບໍລິການນໍາລົດໄຟ ລາວ-ຈີນ ໃນປັດຈຸບັນນີ້ ແມ່ນມາຈາກກົມທາງລົດໄຟຄຸນໝິງ ໂດຍມີເປົ້າໝາຍວ່າ ພາຍ ໃນ 3-4 ປີ ຕ້ອງສ້າງພະນັກງານລາວໃຫ້ໄດ້ແລ້ວຈະຖອນກັບ, ດັ່ງນັ້ນ ພະນັກງານລາວ 675 ຄົນ ທີ່ເຮັດວຽກນໍາລົດໄຟ ລາວ-ຈີນ ໃນປັດຈຸບັນນີ້ ຕ້ອງໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນນໍາເຂົາເຈົ້າໃຫ້ໄດ້ຫລາຍທີ່ສຸດ ເພື່ອໄປສອນ ຫລື ເຝິກອົບຮົມໃຫ້ພະນັກງານລາວຄົນອື່ນໆ ທີ່ຈະເຂົ້າໄປເຮັດວຽກນໍາລົດໄຟລາວ-ຈີນ ໃນຕໍ່ໜ້າ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here