ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກຸມພາ 2022 ໄດ້ໄຂຂຶ້ນຢ່າງທາງການ

0
1130

ກອງປະຊຸມຄັ້ງນີ້, ສະມາຊິກລັດຖະບານ ຈະໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ເພື່ອພິຈາລະນາຮັບຮອງເອກະສານສຳຄັນຈຳນວນໜຶ່ງ ເປັນຕົ້ນ:

  • ສະຫຼຸບການປະຕິບັດວຽກງານຈຸດສຸມ ປະຈຳເດືອນກຸມ ພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມີນາ 2022 ຂອງລັດຖະບານ;
  • ລາຍງານກ່ຽວກັບການຄົ້ນຄ້ວາສ້າງແຜນການລົງທຶນຂອງລັດ ປະຈຳປີ 2022.
  • ຮ່າງກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (ສະບັບປັບປຸງ).
  • ຮ່າງດຳລັດວ່າດ້ວຍການຄຸ້ມຄອງການຄ້າຂາຍຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າທີ່ໃກ້ຈະສູນພັນ ລະຫວ່າງຊາດ.
  • ຮ່າງດຳລັດວ່າດ້ວຍ ສະຖາບັນການເງິນຈຸລະພາກ (ສະ ບັບປັບປຸງ).
  • ຮ່າງຍຸດທະສາດ ການພັດທະນາຕະຫຼາດທຶນຂອງ ສປປ ລາວ 10 ປີ (2021-2030) ແລະ ວິໃສທັດຮອດປີ 2035 (ສະບັບປັບປຸງ).
  • ຮ່າງຍຸດທະສາດການພັດທະນາ ການບິນພົນລະເຮືອນ 2021-2025 ແລະ ວິໃສທັດຮອດປີ 2030.
  • ການສ້າງລະບົບຄຸ້ມຄອງຕົວຕົນທາງດີຈີຕອນ (DIGITAL ID).

ຮ່າງແຜນຄຸ້ມຄອງອ່າງຮັບນໍ້າ, ນໍ້າອູ, ນໍ້າງື່ມ ແລະ ນໍ້າເທິນ-ນໍ້າກະດິງ.

ໃນໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກລັດຖະບານ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນດ້ວຍຄວາມຮັບຜິດຊອບສູງ, ການສະເໜີບົດລາຍງານຕ່າງໆ ກໍໃຫ້ຮັກສາເວລາ ຕາມທີ່ໄດ້ກຳນົດໄວ້, ປະກອບຄໍາເຫັນ ຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະມີທາງອອກທີ່ຈະ ແຈ້ງ ເພື່ອໃຫ້ກອງປະຊຸມ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້. ກອງປະຊຸມລັດຖະບານ ສະໄໝສາມັນຄັ້ງນີ້ ຈະໄດ້ດຳ ເນີນເປັນເວລາ 2 ວັນ ນັບແຕ່ວັນທີ 21-22 ກຸມພາ 2022.

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

LEAVE A REPLY

Please enter your comment!
Please enter your name here