ບັນດາເຂດບ້ານຕໍ່ໄປນີ້ ກຽມໂຕ່ງນໍ້າໄວ້ໃຊ້!

0
6197

ລັດວິສາຫະກິດ ນ້ໍາປະປາ ນະຄອນຫຼວງວຽງຈັນ ຈະໄດ້ມີການສ້ອມແປງປ່ຽນຖ່າຍຊຸດອຸປະກອນ ລະບົບ LPC ທີ່ຄວບຄຸມອ່າງຕອງຊາຍ ຂອງໂຮງງານຜະລິດນ້ໍາປະປາດົງຫນາກຄາຍ, ໃນວັນທີ 22 ກຸມພາ 2022 (ເວລາ 09: 00 ໂມງ ຫາ 16: 00 ໂມງ) ຊຶ່ງການສ້ອມແປງດັ່ງກ່າວ ຈະສົ່ງຜົນໃຫ້ມີນ້ໍາອອກຄ່ອຍ ຫາ ບໍ່ມີນໍ້າໃນບາງເຂດຂອງ ເມືອງໄຊທານີ, ເມືອງຈັນທະບູລີ ແລະ ເມືອງໄຊ ເສດຖາ ນະຄອນຫຼວງວຽງຈັນ.

ກ່ຽວກັບໃນໄລນະການສ້ອມແປງດັ່ງກ່າວ ລັດວິສາຫະກິດ ນ້ໍາປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເຖິງບັນດາຜູ້ຊົມໃຊ້ນ້ໍາປະປາ ຈົ່ງກະກຽມໂຕ່ງນ້ໍາ ແລະ ກັກເກັບນ້ໍາໄວ້ຊົມໃຊ້ໃຫ້ພຽງພໍ ຊຶ່ງ ປະກອບມີ:

ບ້ານໂພນຄໍາ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງຫນາກຄາຍ, ດອນຕິ້ວ, ດອນຫນູນ, ດົງສ້າງຫີນ, ໄຊສະຫວ່າງ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ຫນອງວຽງຄໍາ, ຫ້ວຍແດນເມືອງ, ວຽງແກ້ວ, ນາທົ່ມ, ຫນອງພະຍາ, ດົງໂດກ, ຕານມີໄຊ, ສະພັງມຶກ, ຊ້າງຄູ້, ພະຂາວ, ຄໍາຮຸ່ງ ແລະ ສີວິໄລ ເມືອງໄຊທານີ; ບ້ານຫ້ວຍຫົງ, ຫນອງທາເຫນືອ, ຫນອງທາໃຕ້, ຈອມມະນີ ແລະ ໂພນສະຫວ່າງເມືອງຈັນທະບູລີ ແລະ ບ້ານຫນອງຫນ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ ແລະ ໂຊກໃຫຍ່ ເມືອງໄຊເສດຖາ.

ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ

LEAVE A REPLY

Please enter your comment!
Please enter your name here