ສະຖານີ​ຫຼວງ​ພະ​ບາງ​ເປີດດຳເນີນທຸລະກຳຂົນສົ່ງ​ສິນຄ້າແລ້ວ

0
1518

ເພື່ອຕອບສະໜອງຄວາມຕ້ອງການ ໃນການຂົນສົ່ງສິນຄ້າໃນປະຈຸບັນ ແລະ ອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ, ບໍລິສັດທາງລົດໄຟລາວ-ຈີນ ຈິ່ງໄດ້ເປີດໃຫ້ບໍລິການຂົນສົ່ງສິນຄ້າຢູ່ສະຖານີຫຼວງພະບາງຢ່າງເປັນທາງການໃນວັນທີ 22 ກຸມພາ 2022.

ສະນັ້ນ, ເຮັດໃຫ້ສະຖານີຫຼວງພະບາງເປັນສະຖານີທີ 4 ທີ່ໄດ້ດຳເນີນທຸລະກຳຂົນສົ່ງສິນຄ້າ, ອີກ 3 ສະຖານີທີ່ໄດ້ເປີດທຸລະກຳຂົນສົ່ງສິນຄ້າແລ້ວມີຄື: ສະຖານີວຽງຈັນໃຕ້, ສະຖານີນາເຕີຍ ແລະ ສະຖານີວັງວຽງ.

ສະຖານີຫຼວງພະບາງຫຼັກໆແມ່ນ ຈະດຳເນີນທຸກລະກຳສິນຄ້າຂາເຂົ້າ-ຂາອອກ ໂດຍມີເສັ້ນທາງຂົນສົ່ງ 2 ສາຍຄື ສາຍ1 ສາມາດເຮັດວຽກໄດ້ 25 ຕູ້ຄອນເທັນເນີ້ ສ່ວນເສັ້ນທາງສາຍ2ເຮັດວຽກໜຶ່ງໄດ້ 26 ຕູ້ຄອນເທັນເນີ້. ເຊິ່ງລານບັນຈຸຕູ້ຄອນເທັນເນີ້ສະຖານີຫຼວງພະບາງສາມາດບັນຈຸໄດ້ 1.568 ຕູ້. ໃນໄລຍະເລີ່ມຕົ້ນຂອງການຂົນສົ່ງສິນຄ້າຕົ້ນຕໍແມ່ນໂລຫະ, ແຮ່ ແລະ ຊີມັງ. ສ່ວນສິນຄ້າຂສເຂົ້າສ່ວນໃຫຍ່ແມ່ນຖ່ານຫີນ ແລະ ສິນຄ້າທົ່ວໄປ.

ອ້າງອີງ: LCR, ໜັງສືພິມເສດຖະກິດການຄ້າ

LEAVE A REPLY

Please enter your comment!
Please enter your name here