ລາວ ກວດພົບສາຍພັນໂອໄມຄຣອນ 1 ກໍລະນີ ຈາກແຂວງບໍລິຄຳໄຊ

0
1215

ຕາມການລາຍງານຈາກຄະນະສະເພາະປະຈຳວັນທີ 23/02/2022 ໂດຍ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ໃຫ້ຮູ້ວ່າ:

ສປປ ລາວເຮົາ ໄດ້ກວດພົບສາຍພັນໂອໄມຄຣອນ ທັງໝົດ 27 ກໍລະນີ ນັບແຕ່ເດືອນມັງກອນ 2022 ເປັນຕົ້ນມາ, ໃນນັ້ນ 26 ກໍລະນີແມ່ນກວດພົບຈາກ ຜູ້ທີ່ເດີນທາງມາຈາກຕ່າງປະເທດ ແລະ 1 ກໍລະນີ ແມ່ນກວດພົບຈາກ ເພດຍິງ, ອາຍຸ 60 ປີ ຈາກແຂວງບໍລິຄຳໄຊ, ຜູ້ກ່ຽວຮູ້ສຶກບໍ່ສະບາຍ ຈຶ່ງໄດ້ມາກວດຢູ່ໂຮງໝໍແຂວງ ພ້ອມທັງ ຖືກເກັບຕົວຢ່າງ ແລະ ກວດພົບເຊື້ອໂຄວິດ-19, ພ້ອມດຽວກັນນັ້ນ ກໍ່ໄດ້ກວດພົບສາຍພັນໂອໄມຄຣອນ BA.1, ສິ່ງທ້າທາຍ ແມ່ນ ຜູ້ກ່ຽວບໍ່ມີປະຫວັດເດີນທາງມາຈາກຕ່າງປະເທດ.

ປັດຈຸບັນ ທີມງານເຝົ້າລະວັງ ກຳລັງລົງສອບສວນ ແລະ ຕິດຕາມຜູ້ສຳຜັດໃກ້ຊິດ.

ເພື່ອສະກັດກັ້ນ ບໍ່ໃຫ້ເກີດການລະບາດຂອງສາຍພັນໂອໄມຄຣອນ ໃນປະເທດຂອງພວກເຮົາ ຫຼື ຖ້າເກີດ ກໍ່ໃຫ້ມີຕົວເລກຜູ້ຕິດເຊື້ອໜ້ອຍທີ່ສຸດ, ບໍ່ໃຫ້ການລະບາດແກ່ຍາວ.

ສະນັ້ນ ພວກເຮົາທຸກຄົນ ບໍ່ຄວນປະໝາດ ຕ້ອງມີສະຕິປ້ອງກັນຕົນເອງຢ່າງເຂັ້ມງວດ ແລະ ຕະຫຼອດເວລາ ພ້ອມດຽວກັນນັ້ນ ກໍ່ຕ້ອງໄປຮັບການສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ລວມທັງ ເຂັມກະຕຸ້ນ ເພື່ອສ້າງພູມຄຸ້ມກັນໃຫ້ໂຕເອງ ກໍ່ຄື ຄົນອ້ອມຂ້າງ ແລະ ຊຸມຊົນ.

ພ້ອມດຽວກັນນີ້ ຖ້າຫາກທ່ານ ຮູ້ວ່າຕົນເອງເປັນຜູ້ສຳພັດໃກ້ຊິດ ກັບ ຜູ້ທີ່ຕິດເຊື້ອ ຫຼື ໄດ້ເດີນທາງໄປຍັງສະຖານທີ່ ທີ່ມີຄວາມສ່ຽງ ຈົ່ງຮີບຮ້ອນໄປພົບແພດໝໍ ເພື່ອເກັບຕົວຢ່າງກວດຫາເຊື້ອພະຍາດ, ສຳລັບຜູ້ທີ່ບໍ່ສະບາຍ ມີອາການຄ້າຍຄືໄຂ້ຫວັດ ກໍ່ໃຫ້ຮີບຮ້ອນໄປກວດ, ບໍ່ຄວນໄປຊື້ຢາມາກິນເອງ ແລະ ໃນໄລຍະລໍຖ້າຜົນກວດ ກໍ່ໃຫ້ຈຳກັດໂຕເອງ ແຍກໂຕອອກຈາກຄອບຄົວ ແລະ ຄົນໃກ້ຊິດ, ເຖິງແມ່ນວ່າຜົນກວດ ຈະອອກມາເປັນລົບກໍ່ຕາມ ກໍ່ໃຫ້ສືບຕໍ່ຈຳກັດບໍລິເວນຕົນເອງ ຈົນຄົບກຳນົດ 7 ວັນ ຈຶ່ງອອກມາເຄື່ອນໄຫວປົກກະຕິ ເພື່ອຕັດວົງຈອນການສົ່ງເຊື້ອພະຍາດໄປຫາຄົນອ້ອມຂ້າງ ແລະ ສູ່ສັງຄົມ.

LEAVE A REPLY

Please enter your comment!
Please enter your name here