ຕ້ອນຮັບທູດຟີລິບປິນ ຍື່ນສານຕາຕັ້ງ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວໄປປະຈຳຢູ່ບຣູໄນ

0
3833

ປະທານປະເທດ ຕ້ອນຮັບທູດຟີລິບປິນ ຍື່ນສານຕາຕັ້ງ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວໄປປະຈຳຢູ່ບຣູໄນ ດາຣູຊາລາມ

ຂປລ. ໃນວັນທີ 23 ກຸມພາ 2022 ທີ່ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕ້ອນຮັບ ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ (DEENA JOY D. AMATONG) ເຂົ້າຍື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ຟີລິບປິນ ຄົນໃໝ່ ປະຈຳ ສປປ ລາວ ຊຶ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ.

ສປປ ລາວ ແລະ ສ ຟີລິບປິນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 14 ມັງກອນ 1955, ຕະຫຼອດໄລຍະຜ່ານມາການສ້າງຕັ້ງສາຍພົວພັນການທູດ ລະຫວ່າງສອງປະເທດ ເຫັນວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ໃນຊຸມປີຜ່ານມາໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ເຫັນໄດ້ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມຢ່າງເປັນປົກກະຕິ ລະຫວ່າງການນຳຂັ້ນສູງໃນລະດັບຕ່າງໆ ເພື່ອສົ່ງເສີມ ແລະ ຮັດແໜ້ນການຮ່ວມມື.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ນາງ ດີນາ ຈອຍ ດີ ອາມາຕົງ (DEENA JOY D. AMATONG) ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຟີລິບປິນ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ແຈ້ງສະພາບການ ຂອງ ສປປ ລາວ ໃຫ້ທ່ານທູດໄດ້ຮັບຊາບ ແລະ ຫວັງວ່າ ໃນຕະຫຼອດໄລຍະຂອງການປະຕິບັດໜ້າທີ່ ການທູດຢູ່ ລາວ ທ່ານທູດຈະປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ ສ ຟີລິບປິນ ໃຫ້ນັບມື້ຂະຫຍາຍຕົວຂຶ້ນເລື້ອຍໆ.

ໃນວັນດຽວກັນນີ້ ທີ່ນະຄອນຫຼວງວຽງຈັນ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ນາງ ແສງດາວັນ ວົງໄຊ ເພື່ອໄປດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ.

ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ທ່ານທູດລາວ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນເຂົ້າ ໃນການຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນການທູດ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ບຣູໄນ ດາຣູຊາລາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້, ທ່ານປະທານປະເທດ ຍັງໄດ້ອວຍພອນໃຫ້ທ່ານທູດຈົ່ງເດີນທາງ ໄປປະຕິບັດໜ້າທີ່ ຢູ່ຕ່າງປະເທດ ດ້ວຍຄວາມສະຫວັດດີພາບ.

ຂ່າວ: ສົມຫວັງ – ພາບ: ເກດສະໜາ, ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here