ໃນປີ 2021 ລາວມີຜູ້ວ່າງງານຫຼາຍກວ່າ 1 ແສນຄົນ

0
1061

ດັ່ງທີ່ເຮົາຮູ້ກ່ນລະບາດຂອງໂຄວິດ-19 ໄດ້ແຜ່ກະຈາຍເປັນວົງກ້ວາງ ອາດໄດ້ເວົ້າວ່າທົ່ວໂລກກະວ່າໄດ້ ແລະ ຖືເປັນອີກຫນຶ່ງບັນຫາໃຫຍ່ທີ່ເກີດຈາກຜົນກະທົບຂອງສະພາບລະບາດພະຍາດໂຄວິດ-19, ຊຶ່ງ ອັດຕາການຫວ່າງງານຢູ່ ສປປ ລາວ ໄດ້ເພີ່ມຂຶ້ນຈາກ 9,24% ເມື່ອ ປີ 2020 ມາເປັນ 21,8% ໃນປີ 2021 ດ້ວຍຈໍານວນຜູ້ວ່າງງານຫຼາຍກວ່າ 1 ແສນຄົນ.

ນັບເປັນຄວາມກັງວົນຂອງທຸກຝ່າຍ, ໂດຍສະເພາະກໍແມ່ນອົງການກໍາມະບານລາວ ໃນນາມເປັນຕົວແທນປົກປ້ອງຜູ້ອອກແຮງງານ, ທັງນີ້, ທ່ານ ນາງ ຈັນເພັນ ມະນີແສງ ຫົວຫນ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກໍາມະບານລາວ ກໍໄດ້ກ່າວໃນວາລະຖະແຫຼງຂ່າວກ່ຽວກັບການຈັດງານມະຫາກໍາສົ່ງເສີມແຮງງານ ລາວ 2022 ທີ່ນະຄອນຫຼວງວຽງຈັນ ເມື່ອບໍ່ດົນມານີ້.

ຫົວຫນ້າກົມປົກປ້ອງແຮງງານ, ໄດ້ລະບຸວ່າ: ເຖິງແມ່ນລັດຖະບານ ໄດ້ມີມາດຕະການຜ່ອນຜັນເລື່ອງການປ້ອງກັນພະຍາດໂຄວິດ-19, ແຕ່ຫຼາຍໂຮງງານກໍ່ຍັງບໍ່ສາ ມາດເປີດດໍາເນີນກິດຈະການໄດ້ເຕັມຮ້ອຍ; ສ່ວນການຈ້າງງານໃນຂົງເຂດກະສິກໍາ ແລະ ບໍລິການ ກໍຖືວ່າຍັງຢູ່ໃນໄລຍະຟື້ນຕົວ, ຈິ່ງເຮັດໃຫ້ຜູ້ຜະລິດ ແລະ ຜູ້ ປະກອບການ ຍັງຄົງມີຄວາມກົງວົນເລື່ອງຕົ້ນທຶນ ແລະ ຕະຫຼາດ ເຮັດໃຫ້ ການນໍາໃຊ້ແຮງງານຍັງມີຈໍານວນຈໍາກັດ.

ຢ່າງໃດກໍຕາມ, ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ກໍເຄີຍຊີ້ແຈງຕໍ່ກອງປະຊຸມສະໄຫມສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ວ່າ: ການລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ແຮງງານລາວຖືກເລີກຈ້າງ ແລະ ໂຈະການເຮັດວຽກ ຈໍານວນ 439.082 ຄົນ, ສ່ວນ ຂໍ້ມູນແຮງງານລາວທີ່ກັບມາຈາກຕ່າງປະເທດຊຶ່ງຖືເປັນຜູ້ຫວ່າງງານ ແລະ ຜູ້ຫວ່າງງານພາຍໃນປະເທດ ກໍລະບຸຈໍານວນ 496.000 ຄົນ, ໃນນີ້ ກັບມາຈາກຕ່າງ ປະເທດ 56.918 ຄົນ ແລະ ຫວ່າງງານພາຍໃນປະເທດຈໍານວນ 439.082 ຄົນ, ຊຶ່ງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກໍໄດ້ວາງຄາດຫມາຍໂດຍຮ່ວມ ກັບພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂໃຫ້ຫຼຸດລົງເຫຼືອ 19,4% ພາຍໃນປີນີ້.

ແຫຼ່ງຂ່າວ: ເສດຖະກິດສັງຄົມ

LEAVE A REPLY

Please enter your comment!
Please enter your name here