25 ກຸມພານີ້! ເປີດບໍລິການຂາຍປີ້ລົດໄຟ ທີ່ສູນການຄ້າວຽງຈັນເຊັນຕີ

0
1629

ຕາມການລາຍງານຈາກ ບໍລິສັດທາງລົດໄຟລາວຈີນໄດ້ປະກາດໃຫ້ຮູ້ວ່າ:

ບໍລິສັດທາງລົດໄຟລາວ-ຈີນຈ ະເປີດຈຸດຂາຍປີ້ຢູ່ວຽງຈັນເຊັນເຕີ ຢ່າງເປັນທາງການໃນວັນທີ 25 ກຸມພາ 2022 ກົງກັບວັນສຸກ ເວລາ 10:00 ໂມງ

ອີງຕາມການລາຍງານຂອງເພສຂ່າວ CRI ໃນວັນທີ 16 ກຸມພາ ທີ່ຜ່ານມາ ໃຫ້ຮູ້ວ່າ: ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ຊັ້ນໜຶ່ງຂອງອາຄານສູນການຄ້າວຽງຈັນເຊັນເຕີ, ຂາຍປີ້ລົດໄຟ 3 ວັນລ່ວງໜ້າ ມີແຜນຈະຂາຍປີ້ລົດໄຟຈາກວຽງຈັນຫາບໍ່ເຕັນ, ເມືອງໄຊ ແລະ ຫຼວງພະບາງ. ເວລາຂາຍປີ້ໃນເບື້ອງຕົ້ນຈະເລີ່ມແຕ່ 10 ໂມງເຊົ້າ ຫາ 15 ໂມງ 30 ນາທີ.
ສ່ວນວິທີຊື້ປີ້ສາມາດຈ່າຍຜ່ານການຮູບບັດທະນາຄານ ຫຼື ສະແກນ QR code, ໃນເບື້ອງຕົ້ນຂອງການຊື້ປີ້ຍັງບໍ່ຮັບເງິນສົດ.

LEAVE A REPLY

Please enter your comment!
Please enter your name here