ຍົກເລີກການໃສ່ອຸປະກອນ ຕິດຕາມທາງການແພດ ສຳລັບທຸກກຸ່ມເປົ້າໝາຍ ທີ່ຈະເດີນທາງມາ ສປປ ລາວ

0
5456

ທິດຊີ້ນໍາໃນການດັດປັບບາງມາດຕະການ ເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19, ນັບແຕ່ວັນທີ 2 ມີນາ  ເປັນຕົ້ນໄປ.

ຕາມການຖະແຫຼງຂ່າວໃນວັນທີ 2 ມີນາ 2022 ຂອງ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ ໄດ້ມາລາຍງານໃຫ້ຮູ້ວ່າ:

ປັດຈຸບັນ, ສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແມ່ນມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ໃນຂອບເຂດທົ່ວປະເທດ, ສະນັ້ນ ເພື່ອຮັບປະກັນການອຳນວຍຄວາມສະດວກໃຫ້ແກ່ນັກການທູດ, ນັກລົງທຶນ, ນັກທຸລະ ກິດ, ຊ່ຽວຊານ, ວິຊາການ, ແຮງງານ, ນັກທ່ອງທ່ຽວຕາມແຜນທ່ອງທ່ຽວສີຂຽວ ແລະ ຄົນລາວທີ່ຈະກັບຄືນປະເທດ ໃຫ້ມີຄວາມວ່ອງໄວ, ແຕ່ຮັດກຸມ ແລະ ຂໍ້ມູນຊັດເຈນ, ລັດຖະບານ ຈຶ່ງໄດ້ຄົ້ນຄວ້າປັບມາດຕະການ ໃຫ້ສອດຄ່ອງກັບສະພາບຕົວຈິງໃນໄລຍະໃໝ່ ດັ່ງທີ່ໄດ້ກຳນົດແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ….., ລົງວັນທີ …. ມີນາ 2022 ຊຶ່ງເນື້ອໃນຂອງແຈ້ງການ ສ່ວນໃຫຍ່ແມ່ນຜ່ອນຜັນບັນດາຂໍ້ຈຳກັດ ໃນການເດີນທາງເຂົ້າ-ອອກປະເທດ ໂດຍແນະນຳບາງເງື່ອນໄຂ, ບາງຂັ້ນຕອນ ແລະ ວິທີການ ໃນການຈັດຕັ້ງປະຕິບັດ ເພື່ອໃຫ້ມີຄວາມເປັນເອກະພາບ. ລາຍລະອຽດ ຂ້າພະເຈົ້າ ຂໍອະນຸຍາດ ແຈ້ງເນື້ອໃນ ຂອງແຈ້ງການ ດັ່ງນີ້:

1.ເຫັນດີອະນຸຍາດ ໃຫ້ກະຊວງການຕ່າງປະເທດ ອອກວີຊາໃຫ້ບັນດາກຸ່ມເປົ້າໝາຍ ທີ່ໄດ້ລົງທະບຽນ QR-Code (Vaccine ID) ໃນເວັບໄຊ laogreenpass.gov.la ໂດຍບໍ່ຜ່ານຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ດັ່ງນີ້:

  • ນັກການທູດ ແລະ ພະນັກງານສະຖານທູດຕ່າງປະເທດ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ນອນໃນເຄືອຂ່າຍ ຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ ໄດ້ຮັບເອກະສິດ ແລະ ອະພິສິດທາງການທູດ.
  • ກຸ່ມນັກທຸລະກິດ ແລະ ນັກລົງທຶນ.
  • ຄົນຕ່າງປະເທດ ທີ່ເປັນ ຊ່ຽວຊານ, ວິຊາການ, ແຮງງານ, ພໍ່ຄ້າຊາວຂາຍ, ນັກສຶກສາ, ຄົນເຊື້ອຊາດລາວ ແລະ ຄອບຄົວຂອງພົນລະເມືອງລາວ.
  • ພາຍຫຼັງອະນຸມັດອອກວີຊາແລ້ວ ໃຫ້ມີກົນໄກສະຫຼຸບລາຍງານປະຈຳວັນ ໃຫ້ຄະນະສະເພາະກິດຂັ້ນສູນກາງ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ຄະນະສະເພາະກິດນະຄອນຫຼວງ ແລະ ບັນດາແຂວງ ຊາບ ເພື່ອຮັບປະກັນຄວາມພ້ອມຂອງການກວດຫາເຊື້ອພະຍາດໂຄວິດ-19, ການຈອງໂຮງແຮມຈຳກັດບໍລິເວນ ໄລຍະລໍຖ້າຜົນກວດ, ການມາສືບຕໍ່ຈຳກັດບໍລິເວນຢູ່ເຮືືອນ ຫຼື ທີ່ຢູ່ອາໃສຂອງຕົນ.

2.ມອບໃຫ້ ກະຊວງການຕ່າງປະເທດ ສົມທົບກັບພາກສ່ວນກ່ຽວຂ້ອງ ປັບ​ປຸງ​ຄຳ​ແນະ​ນຳ​ກ່ຽວ​ກັບ​ລາຍ​ລະ​ອຽດ​ການ​ປະ​ກອບ​ເອ​ກະ​ສານ​ເຂົ້າ​-ອອກ ສ​ປ​ປ ລາວ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ. ພ້ອມກັນນີ້, ໃຫ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຜີຍແຜ່ຄຳແນະນຳສະບັບປັບປຸງດັ່ງກ່າວນີ້ ຜ່ານທຸກຊ່ອງທາງ ລວມທັງສື່ອີເລັກໂຕຣນິກ ເພື່ອໃຫ້ທຸກຄົນທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດ ຢ່າງເປັນເອກະພາບ.

3. ເຫັນດີໃຫ້ຍົກເລີກການໃສ່ອຸປະກອນ ຕິດຕາມທາງການແພດ ສຳລັບທຸກກຸ່ມເປົ້າໝາຍ ທີ່ຈະເດີນທາງ ເຂົ້າມາ ສປປ ລາວ ໂດຍໃຫ້ຫັນໄປນຳໃຊ້ລະບົບ QR Code ຂອງ Lao KYC.

4.ເຫັນດີໃຫ້ສືບຕໍ່ການຜ່ອນຜັນ ໄລຍະເວລາໃນການຈໍາກັດບໍລິເວນ ສຳລັບຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ  ຄື:

  • ສໍາລັບຄະນະຜູ້ແທນ ຫຼື ພະນັກງານລັດ ທີ່ໄປເຄື່ອນໄຫວເຮັດວຽກ ແລະ ສໍາມະນາຢູ່ຕ່າງປະເທດ ແລະ ພົນລະເມືອງລາວ ທີ່ ມາຈາກຕ່າງປະເທດ ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກກັກຕົວຢູ່ສະຖານທີ່ ທີ່ຄະນະສະເພາະກິດອະນຸມັດ ໃນໄລຍະລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ) ແລະ ຖ້າຜົນກວດບໍ່ພົບເຊື້ອ ແມ່ນໃຫ້ສືບຕໍ່ຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ ພ້ອມທັງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດ;
  • ສຳລັບນັກການທູດ ແລະ ພະນັກງານສະຖານທູດຕ່າງປະເທດ, ພະນັກງານຜູ້ຕາງໜ້າອົງການຈັດຕັ້ງສາກົນ ທີ່ນອນໃນເຄືອຂ່າຍ ຂອງອົງການສະຫະປະຊາຊາດ, ອົງການຈັດຕັ້ງສາກົນທີ່ ໄດ້ຮັບເອກະສິດ ແລະ ອະພິສິດທາງການທູດ ລວມທັງສະມາຊິກຄອບຄົວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ໃຫ້ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ສະຖານທີ່ພັກເຊົາຂອງຕົນ. ຖ້າຜົນກວດບໍ່ພົບເຊື້ອ ອະນຸຍາດໃຫ້ໄປບ່ອນເຮັດວຽກໄດ້ເທົ່ານັ້ນ ໃນໄລຍະ 07 ວັນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ.
  • ສຳລັບກຸ່ມນັກທຸລະກິດ ແລະ ນັກລົງທຶນ ເມື່ອມາເຖິງ ສປປ ລາວ ແລ້ວ ຕ້ອງໄດ້ກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຄະນະສະເພາະກິດ ກຳນົດ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ), ຖ້າຜົນກວດບໍ່ພົບເຊື້ອ ສາມາດອອກໄປປະຕິບັດວຽກງານ ຕາມແຜນທີ່ກຳນົດໄວ້ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ;
  • ສໍາລັບຄົນຕ່າງປະເທດ ທີ່ເປັນ ຊ່ຽວຊານ, ວິຊາການ, ແຮງງານ ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ), ຖ້າຜົນກວດບໍ່ພົບເຊື້ອ ແມ່ນໄປສະຖານທີ່ ພັກເຊົາຂອງຕົນ ແລະ ອະນຸຍາດໃຫ້ໄປບ່ອນເຮັດວຽກໄດ້ເທົ່ານັ້ນ ໃນໄລຍະ 07 ວັນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ.
  • ສຳລັບຄົນຕ່າງປະເທດ ທີ່ເປັນ ພໍ່ຄ້າຊາວຂາຍ, ນັກສຶກສາ, ຄົນເຊື້ອຊາດລາວ ແລະ ຄອບຄົວຂອງພົນລະເມືອງລາວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR ແລະ ລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ ຢູ່ໂຮງແຮມທີ່ຄະນະສະເພາະກິດກໍານົດ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ), ຖ້າຜົນກວດບໍ່ພົບເຊື້ອ ແມ່ນໃຫ້ສືບຕໍ່ຈຳກັດບໍລິເວນ ຢູ່ສະຖານທີ່ ພັກເຊົາຂອງຕົນ ໃຫ້ຄົບ 07 ວັນ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ;
  • ສຳລັບ ນັກທ່ອງທ່ຽວເປັນກຸ່ມ ທີ່ຈະເດີນທາງເຂົ້າມາລາວ ພາຍໃຕ້ໂຄງການເສັ້ນທາງທ່ອງທ່ຽວສີ ຂຽວ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ເກັບຕົວຢ່າງ ເພື່ອກວດຫາເຊື້ອພະຍາດ COVID-19 ດ້ວຍເຄື່ອງກວດ RT-PCR, ເຂົ້າພັກຢູ່ໂຮງແຮມ ທີ່ຄະນະສະເພາະກິດໄດ້ກຳນົດໄວ້ ເພື່ອລໍຖ້າຜົນກວດບໍ່ເກີນ 48 ຊົ່ວໂມງ (ໄລຍະນີ້ຫ້າມອອກຈາກບໍລິເວນຈົນກ່ວາຈະຮູ້ຜົນ) ແລະ ຖ້າຜົນກວດບໍ່ພົບເຊື້ອ ຈຶ່ງອະນຸຍາດ ໃຫ້ອອກໄປເຄື່ອນໄຫວກິດຈະກຳຕາມແຜນທ່ອງທ່ຽວ ແລະ ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ.

5.ໃຫ້ບຸກຄົນທີ່ອາໄສຢູ່ ສປປ ລາວ ແລະ ບຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ດໍາເນີນການຕິດຕັ້ງ ແລະ ລົງທະບຽນ ໂປຣແກຣມ (ແອັບ) LaoKYC ໃນໂທລະສັບມືຖືຂອງຕົນ ເພື່ອໃຊ້ບໍລິການ “ລາວ ສູ້ສູ້”  ແລະ ສະໝັກສ້າງລະຫັດວັກຊີນ (Vaccine ID) ເພື່ອໃຊ້ເປັນບັດຢັ້ງຢືນການສັກວັກຊີນ ແລະ ສະຖານະຄວາມສ່ຽງຂອງຕົນ ໃນເວລາເຄື່ອນໄຫວ, ເດີນທາງ, ເຂົ້າໄປສໍານັກງານຂອງລັດ, ໂຮງງານ, ຮ້ານຄ້າ, ຮ້ານອາຫານ ແລະ ສະຖານທີ່ຕ່າງໆ.

6.ໃຫ້ສໍານັກງານຂອງລັດ, ໂຮງງານ, ຮ້ານຄ້າ, ຮ້ານອາຫານ, ສະຖານທີ່ສາທາລະນະຕ່າງໆ ແລະ ຜູ້ໃຫ້ບໍລິການໂດຍສານ (ເຮືອບິນ, ເຮືອໂດຍສານ, ລົດໄຟ, ແລະ ລົດໂດຍສານຕ່າງໆ) ມີການຕິດຕັ້ງ QR-Code ເພື່ອໃຫ້ສະແກນ ໂດຍນໍາໃຊ້ ການບໍລິການ ລາວສູ້ສູ້ ແລະ ມີການກວດ QR-Code (Vaccine ID) ກ່ອນອະນຸຍາດໃຫ້ເຂົ້າໃຊ້ບໍລິການ.

7.ເຫັນດີອະນຸຍາດໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ພິຈາລະນາອະນຸມັດ ຖ້ຽວບິນ ເຂົ້າ-ອອກ ສປປ ລາວ ໂດຍ​ບໍ່​ຜ່ານ​ຄະ​ນະ​ສະ​ເພາະ​ກິດ ເພື່ອປ້ອງກັນ,​ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ແຕ່ຕ້ອງຮັບປະກັນໃຫ້ບັນດາຖ້ຽວບິນທີ່ໄດ້ຮັບອະນຸຍາດ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການຕິດເຊື້ອ ຢ່າງເຂັ້ມງວດ. ພ້ອມກັນນີ້ ໃຫ້ມີກົນໄກການປະສານງານ ກັບ ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງ ກ່ອນອອກອະນຸຍາດທຸກຄັ້ງ ເພື່ອການຮັບປະກັນການກວດຫາເຊື້ອພະຍາດ COVID-19 ແລະ ການຈອງໂຮງແຮມຈຳກັດບໍລິເວນ ໃນໄລຍະລໍຖ້າຜົນກວດ.      

ສໍາລັບຄ່າໃຊ້ຈ່າຍໃນການຈໍາກັດບໍລິເວນ ແລະ ຄ່າກວດ PCR ແມ່ນໃຫ້ຜູ້ເດີນທາງເຂົ້າປະເທດຮັບຜິດຊອບເອງ

ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ເວລາ 00:00 ໂມງ ຂອງວັນທີ 02 ມີນາ 2022 ເປັນຕົ້ນໄປ, ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

LEAVE A REPLY

Please enter your comment!
Please enter your name here