ສາມາດສະໜອງພະລັງງານໄຟຟ້າ ໄດ້ 95% ຂອງຈໍານວນຄົວເຮືອນ ທົ່ວປະເທດ

0
1116

ປະຈຸບັນ ລັດວິສາຫະກິດໄຟຟ້າລາວສາມາດ ຊື້ພະລັງງານໄຟຟ້າຈາກແຫຼ່ງຜະລິດພາຍໃນ 89 ແຫ່ງ, ມີສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີລະບົບສາຍສົ່ງ ໄຟຟ້າແຮງສູງ 115 ກວ ແລະ 230 ກວ ຍາວປະມານ 9.974 Km, ມີລະບົບຕາຂ່າຍຈໍາຫນ່າຍໄຟຟ້າ ພາກແຮງດັນກາງ ແລະ ແຮງດັນຕໍ່າ) ຍາວປະມານ 55.600 Km ສາມາດສະຫນອງພະລັງງານໄຟຟ້າ ໄດ້ 95% ຂອງຈໍານວນຄົວເຮືອນ ທົ່ວປະເທດ, ຊຶ່ງຕົວເລກຕາຂ່າຍຈໍາຫນ່າຍໄຟຟ້າ ນີ້ ແມ່ນໄດ້ຖືກລາຍງານໃນກອງປະຊຸມເຜີຍແຜ່ກ່ຽວກັບການດໍາເນີນທຸລະກິດຂອງ ລັດວິສາຫະກິດໄຟຟ້າລາວ ທີ່ໄດ້ຈັດຂຶ້ນໃນວັນທີ 1 ມີນາ 2022 ຜ່ານມານີ້ ທີ່ແຂວງບໍລິຄໍາໄຊ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ໄຟຟ້າລາວ ໄດ້ໃຫ້ຮູ້ວ່າ: ໄຟຟ້າລາວ ເປັນວິສາຫະກິດ ທີ່ມີປະຫວັດອັນຍາວນານ ຢູ່ຄຽງຄູ່ກັບການເຕີບໃຫຍ່ ຂະຫຍາຍຕົວຂອງປະເທດຊາດ ນັບແຕ່ ສະໄຫມກ່ອນປົດປ່ອຍຈົນເຖິງປະຈຸບັນ ແລະ ເວົ້າໄດ້ວ່າເປັນວິສາຫະກິດ ທີ່ມີມູນຄ່າຊັບສິນສູງທີ່ສຸດໃນປະເທດ, ຊຶ່ງມີຫນ້າທີ່ຍຸດທະສາດທີ່ພັກ-ລັດມອບຫມາຍໃຫ້ ຄື: ຮັບຜິດຊອບຫນ້າທີ່ການເມືອງ ກໍ່ຄື ການປະຕິບັດຫນ້າທີ່ສະຫນັບສະຫນູນ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ ໃຫ້ເປັນຮູບປະທໍາ, ໂດຍສະເພາະແມ່ນຮັບປະກັນການສະຫນອງໄຟຟ້າໃຫ້ ປະຊາຊົນລາວບັນດາເຜົ່າ ສາມາດມີໄຟຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍ ທີ່ລັດຖະບານກໍານົດໄວ້.

ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວຕື່ມອີກວ່າ: ເພື່ອຮັບປະກັນການດໍາເນີນທຸລະກິດໃຫ້ມີປະສິດທິຜົນ, ລັດວິສາຫະກິດໄຟຟ້າລາວ ກໍາລັງດໍາເນີນການປະຕິຮູບຮອບດ້ານ ເພື່ອສະຫນອງນະໂຍບາຍ ຂອງລັດຖະບານໃນການຫັນເອົາພະລັງງານໄຟຟ້າ ໃຫ້ກາຍເປັນກະດູກສັນຫຼັງຂອງການພັດທະນາປະເທດ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄຫມ, ຕອບສະຫນອງການປະຕິບັດວາລະ ແຫ່ງຊາດ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ມີປະສິດທິຜົນ ແລະ ປະກົດຜົນເປັນຈິງ.

ແຫຼ່ງຂ່າວ: ວຽງຈັນທາຍ

LEAVE A REPLY

Please enter your comment!
Please enter your name here