ລັດຖະບານຍີ່ປຸ່ນ ມອບທຶນ 365.516 ໂດລາ ຊ່ວຍພັດທະນາໂຮງໝໍແຂວງຈຳປາສັກ

0
1350

ໃນວັນທີ 1 ມີນາ 2022 ນີ້, ຢູ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ, ໄດ້ມີພິທີເຊັນສັນຍາ ມອບ-ຮັບທຶນຊ່ວຍເຫລືອ ເພື່ອການພັດທະນາ ເຂົ້າໃນໂຄງການກໍ່ສ້າງຕໍ່ເຕີມຕຶກຊຶມເຊື້ອ ໂຮງໝໍແຂວງຈຳປາສັກ ໃນມູນຄ່າ 365.516 ໂດລາສະຫະລັດ ຈາກ ລັດຖະບານ ຍີ່ປຸ່ນ, ຕາງໜ້າໃຫ້ລັດຖະບານ ຍີ່ປຸ່ນ ເຊັນມອບທຶນ ໂດຍ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ແລະ ຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງຈຳປາສັກ ເຊັນໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີ ຜູ້ອຳນວຍການໂຮງໝໍແຂວງຈຳປາສັກ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ ເປັນສັກຂີພິຍານ.

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງຍິ່ງ ຕໍ່ການຊ່ວຍເຫລືອອັນລ້ຳຄ່າ ຂອງລັດຖະບານຍີ່ປຸ່ນ ທີ່ມີຕໍ່ແຂວງຈຳປາສັກ ຕະຫລອດໄລຍະຜ່ານມາ ກໍຄື ປັດຈຸບັນ ທີ່ໄດ້ອະນຸມັດໃຫ້ການຊ່ວຍເຫລືອ ເພື່ອກໍ່ສ້າງຕໍ່ເຕີມຕຶກຊຶມເຊື້ອ ໂຮງໝໍແຂວງຈຳປາສັກ ໃນຄັ້ງນີ້ ໂດຍໄດ້ເຫັນເຖິງຄວາມຈຳເປັນ ແລະ ຄວາມຕ້ອງການອັນຮີບດ່ວນ ໃນວຽກງານສາທາລະນະສຸກ ເປັນຕົ້ນ ຫ້ອງນອນຄົນເຈັບ ໃນໂຮງໝໍແຂວງຈຳປາສັກ ທີ່ບໍ່ພຽງພໍກັບຄວາມຕ້ອງການຂອງຜູ້ພັກເຊົາປິ່ນປົວ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາການຊ່ວຍເຫລືອດັ່ງກ່າວ ນຳໃຊ້ເຂົ້າໃນໂຄງການດັ່ງກ່າວ ເພື່ອຮັບປະກັນ ການເຂົ້າເຖິງການບໍລິການປິ່ນປົວຂອງປະຊາຊົນ ຢ່າງທົ່ວເຖິງ, ໃຫ້ມີສະ ຖານທີ່ຮັບຮອງປິ່ນປົວ ຢ່າງພຽງພໍ, ຫລຸດຜ່ອນຄວາມແອອັດ ເພື່ອອຳນວຍຄວາມສະດວກ ແກ່ຄົນເຈັບ ແລະ ຫວັງຢ່າງຍິ່ງວ່າ ລັດຖະບານຍີ່ປຸ່ນ ກໍຄື ສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແລະ ສ້າງສາຍພົວພັນມິດຕະພາບອັນດີງາມ ແລະ ການຮ່ວມມື ເຊິ່ງກັນ ແລະ ກັນ ຕະຫລອດໄປ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here