ອົງການພະລັງງານສາກົນເຫັນດີລະບາຍນ້ຳມັນເຊື້ອໄຟໃນຄັງສຳຮອງ

0
928

ວັນທີ 1 ມີນາ ຜ່ານມາ, ສະພາບໍລິຫານງານຂອງອົງການພະລັງງານສາກົນໄດ້ອອກຖະແຫຼງການໂດຍລະບຸວ່າ:

31 ປະເທດສະມາຊິກຂອງຕົນໄດ້ເຫັນດີລະບາຍນ້ຳມັນເຊື້ອໄຟໃນຄັງສຳຮອງ 60.000.000 ບາເຣວ ຈາກຄັງສຳຮອງສຸກເສີນ, ເພື່ອສົ່ງສັນຍານໃຫ້ຕະຫຼາດນ້ຳມັນເຊື້ອໄຟທົ່ວໂລກຮູ້ວ່າ: ຈະບໍ່ເກີດມີສະພາບການຂາດແຄນການສະໜອງນ້ຳມັນເຊື້ອໄຟຍ້ອນສະຖານະການຄວາມເຄັ່ງຕຶງລະຫວ່າງຣັດເຊຍ ແລະ ອູແກຣນ. 31 ປະເທດສະມາຊິກສະພາບໍລິຫານງານອົງການພະລັງງານສາກົນມີນ້ຳມັນເຊື້ອໄຟໃນຄັງສຳຮອງສຸກເສີນ 1.500.000.000 ບາເຣວ.

ເທື່ອນີ້, ສະພາບໍລິຫານງານ ໄດ້ປະກາດວ່າ ຈະລະບາຍນ້ຳມັນເຊື້ອໄຟ 60.000.000 ບາເຣວ ຊຶ່ງເທົ່າກັບ 4% ຂອງປະລິມານນ້ຳມັນໃນຄັງສຳຮອງ, ແຕ່ລະມື້ຈະລະບາຍອອກ 2.000.000 ບາເຣວ ແລະ ຈະລະບາຍອອກເປັນເວລາ 30 ວັນ.

ຂ່າວຈາກ CRI

LEAVE A REPLY

Please enter your comment!
Please enter your name here