ເຊັນສັນຍາຮ່ວມທຸລະກິດ ເພື່ອສົ່ງຜະລິດຕະພັນເຫຼົ້າລາວດີ ໄປຈຳໜ່າຍຢູ່ ສປ ຈີນ

0
2922

ບໍລິສັດ ອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວເຊັນສັນຍາ ສະໜອງເຫລົ້າ ໄປຈຳໜ່າຍຢູ່ ສປ ຈີນ

ວັນທີ 3 ມີນາ 2022 ນີ້, ບໍລິສັດອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວ ເຊັນສັນຍາຮ່ວມທຸລະກິດ ກັບ ບໍລິສັດປັກກິ່ງສີຊຽງ ຢູ້ຍຫລົງ ການຄ້າຈຳກັດ ເພື່ອສົ່ງຜະລິດຕະພັນເຫລົ້າລາວດີ ໄປຈຳໜ່າຍຢູ່ ສປ ຈີນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີຫັດຖະ ຣາຊະພົນ ຜູ້ອຳນວຍການບໍລິສັດ ອຸດສາຫະກຳ ກະເສດອິນຊີ ຈຳກັດຜູ້ດຽວ, ທ່ານ ທັງສຸພາ ລາວທັງ ຜູ້ຈັດການບໍລິສັດປັກກິ່ງ ສີຊຽງຢູ້ຍຫລົງ ການຄ້າຈຳກັດ ປະຈຳລາວ ເຊິ່ງການຈຳໜ່າຍຜະລິດຕະພັນເຫລົ້າລາວດີ ແມ່ນຈະໄດ້ຈຳໜ່າຍໃນຮູບແບບອອນລາຍ ຂອງບໍລິສັດ ປັກກິ່ງສີຊຽງ ຢູ້ຍຫລົງ ການຄ້າຈຳກັດ.

ທ່ານ ສີຫັດຖະ ຣາຊະພົນ ໄດ້ໃຫ້ຮູ້ວ່າ: ໂຮງງານຜະລິດຕະພັນເຫລົ້າລາວດີ ໄດ້ສ້າງຕັ້ງມາແຕ່ປີ 2005 ແລະ ໄດ້ຈໍາໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະແມ່ນສົ່ງອອກໄປປະເທດຍີປຸ່ນ ແລະ ປະເທດເອຣົບ, ການເຊັນສັນຍາຮ່ວມທຸລະກິດໃນຄັ້ງນີ້, ກໍເປັນນິມິດໜາຍທີ່ດີ ເນື່ອງຈາກການຂົນສົ່ງມີຄວາມສະກວດສະບາຍ ພາຍຫລັງເປີດ ນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ເຊິ່ງເປັນທ່າແຮງໜຶ່ງ ເພື່ອນໍາເອົາຜະລິດຕະພັນທີ່ຜະລິດຢູ່ລາວເຂົ້າໄປຈຳໜ່າຍຢູ່ຕ່າງປະເທດໃຫ້ຫລາຍຂຶ້ນ ໂດຍສະເພາະຢູ່ ສປ ຈີນ ແລະ ໜຶ່ງໃນນັ້ນ ຜະລິດຕະພັນເຫລົ້າລາວດີ ຂອງພວກເຮົາ ກໍຈະໄດ້ນໍາໄປຈໍາໜ່າຍຢູ່ ສປ ຈີນ ໃນຕົ້ນປີ 2022 ເບື້ອງຕົ້ນຈະສົ່ງອອກໃຫ້ໄດ້ປະມານ 10.000 ກວ່າແກ້ວ ເຊິ່ງກຳລັງການຜະລິດຢູ່ໂຮງງານຂອງພວກເຮົາໃນປັດຈຸບັນແມ່ນ ຜະລິດໄດ້ປະມານ 30.000-40.000 ລິດຕໍ່ປີ.

ທ່ານ ທັງສຸພາ ລາວທັງ ໄດ້ກ່າວວ່າ: ປັດຈຸບັນ, ການນຳເອົາສິນຄ້າຂອງລາວ ເຂົ້າໄປຈຳໜ່າຍຢູ່ ສປ ຈີນ ຖືວ່າມີຄວາມສະກວດສະບາຍ ແລະ ບໍລິສັດພວກເຮົາກໍໄດ້ລົງສຳຫລວດແຕ່ລະໂຮງງານ ແຕ່ລະວິສາຫະກິດ ເພື່ອຮ່ວມມືກ່ຽວກັບການສົ່ງອອກສິ້ນຄ້າຂອງລາວໃນນັ້ນ, ໂຮງງານເຫລົ້າລາວດີ ເປັນໂຮງງານໜຶ່ງ ທີ່ມີຄຸນນະພາບ ແລະ ໄດ້ມາດ ຕາມມາດຕະຖານສາກົນ ເຊິ່ງເປົ້າໜາຍຂອງພວກເຮົາແມ່ນຢາກເອົາສິນຄ້າໃນລາວໄປຈຳໜ່າຍໃນຕະຫລາດຊັ້ນສູງ ຫລື ຊັ້ນກາງໃນປະເທດຈີນໄດ້ ແລະ ຜະລິດຕະພັນເຫລົ້າລາວດີ ກໍເປັນຄຳຕອບທີ່ດີ ທີ່ເຮົາຈະເອົາໄປນໍາສະເໜີຕໍ່ລູກຄ້າຢູ່ໃນປະເທດຈີນ ເພາະເຫລົ້າລາວດີນີ້ ຜູ້ຜະລິດຈະເນັ້ນຄວາມເປັນທຳມະຊາດ ແລະ ຈະເປັນເອກະລັກໜຶ່ງຂອງຜະລິດ ຕະພັນລາວ ທີ່ນຳໄປຈໍາໜ່າຍຢູ່ ສປ ຈີນ, ຄາດວ່າຍອດຂາຍປີໜຶ່ງ ຈະໄດ້ປະມານ10.000-20.000 ແກ້ວ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here