ເລັ່ງລົງສືບສວນຫຼັງພົບເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນຢູ່ແຂວງບໍລິຄຳໄຊ

0
3245

ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ເລັ່ງລົງສືບສວນຫຼັງພົບເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນຢູ່ແຂວງບໍລິຄຳໄຊ ທີ່ອາດສົ່ງຜົນກໍ່ໃຫ້ເກີດກໍລະນີແຜ່ເຊື້ອເປັນຈຸ້ມໄດ້ ນະຄອນຫຼວງວຽງຈັນ 26 ກຸມພາ 2022 – ພາຍຫຼັງກວດພົບກໍລະນີຕິດເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນຂອງ ສປປ ລາວ, ທີມງານຈາກ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກໄດ້ລົງດຳເນີນການສືບສວນຫາແຫຼ່ງທີ່ມາຂອງເຊື້ອ ແລະ ເກັບຕົວຢ່າງຈາກຜູ້ສໍາຜັດໃກ້ຊິດຢູ່ແຂວງບໍລິຄຳໄຊ.

ໃນວັນ​ທີ 23 ກຸມພາ, ​ໄດ້ມີການ​ເກັບ​ 27 ຕົວຢ່າງຈາກ​ບ້ານ​ທີ່ພົບ​ກໍລະນີ​ຕິດເຊື້ອທໍາອິດ ເຊິ່ງຕົວຢ່າງດັ່ງກ່າວໄດ້ຖືກສົ່ງໄປຍັງ ສະຖາບັນ ປັດສະເຕີ ລາວ ເພື່ອກວດຊອກຫາສາຍພັນ. ນອກນີ້ ຍັງໄດ້ມີການສືບສວນ ແລະ ເກັບຕົວຢ່າງຈາກໝູ່ບ້ານທີ່ຢູ່ໃກ້ຄຽງພ້ອມ.

ດຣ. ບຸນແຟງ ພູມມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວເຕືອນວ່າ “ໃນຂະນະທີ່ພວກເຮົາກໍາລັງລໍຖ້າຂໍ້ມູນການສືບສ່ວນເພີ່ມເຕີມ, ຂ້າພະເຈົ້າຢາກຈະແຈ້ງໃຫ້ບັນດາທ່ານໄດ້ຮັບຮູ້ວ່າ ສາຍພັນໂອມິຄຣອນເປັນສາຍພັນທີ່ສາມາດແຜ່ລະບາດໄດ້ງ່າຍກວ່າສາຍພັນອື່ນໆທີ່ຜ່ານມາ. ດັ່ງນັ້ນ ຈຶ່ງຕ້ອງໄດ້ມີການປະຕິບັດມາດຕະການຢ່າງເຂັ້ມງວດ ໂດຍການແຍກດ່ຽວກໍລະນີຕິດເຊື້ອ ແລະ ຜູ້ສໍາຜັດໃກ້ຊິດເພື່ອປ້ອງກັນບໍ່ໃຫ້ເກີດການແຜ່ລາມຂອງເຊື້ອໄປສູ່ຊຸມຊົນຕື່ມອີກ”.

ພາຍຫຼັງກວດພົບກໍລະນີຕິດເຊື້ອສາຍພັນໂອມິຄຣອນກໍລະນີທຳອິດໃນຊຸມຊົນ, ທີມງານຈາກ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກໄດ້ລົງດຳເນີນການສືບສວນຫາແຫຼ່ງທີ່ມາຂອງເຊື້ອ.

ໂອມິຄຣອນ ແມ່ນສາຍພັນທີ່ກໍາລັງຖືກພົບເຫັນຫຼາຍກວ່າໝູ່ ແລະ ຖືກກວດພົບໃນເກືອບທຸກໆປະເທດໃນໂລກ. ຢ່າງໃດກໍ່ຕາມ ສໍາລັບ ສປປ ລາວ ເອງແມ່ນຍັງ​ບໍ່ສາມາດລະບຸໄດ້ວ່າມີການແຜ່ເຊື້ອຂອງສາຍພັນດັ່ງກ່າວໃນຊຸມຊົນແລ້ວ ຫຼື ບໍ່. ປັດຈຸ​ບັນ, ອຳນາດ​ການ​ປົກຄອງ​ຈາກທ້ອງ​ຖິ່ນ ​ແລະ ສູນ​ກາງ​ກໍາລັງເຮັດວຽກໜັກເພື່ອຕອບໂຕ້ກັບ​ສະພາບ​ການດັ່ງກ່າວ, ພວກເຮົາຂໍຮຽກຮ້ອງທຸກຄົນຈົ່ງໃຫ້ຄວາມຮ່ວມມືແກ່ເຈົ້າໜ້າທີ່ສາທາລະນະສຸກ ຖ້າສົງໄສວ່າຕົນເອງມີອາການ ຫຼື ໄດ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອໃຫ້ຮີບຮ້ອນກວດຫາເຊື້ອ ແລະ ໃຫ້ແຍກດ່ຽວຕົນເອງຫາກກວດພົບວ່າຜົນກວດເປັນບວກ ຫຼື ຮູ້ສຶກບໍ່ສະບາຍ ຫຼື ຈົນກວ່າຜົນກວດຈະອອກມາເປັນລົບ.

ຍ້ອນມີການກວດພົບສາຍພັນໂອມິຄຣອນໃນຊຸມຊົນກໍລະນີທໍາອິດຢູ່ ສປປ ລາວ, ການທໍາຄວາມເຂົ້າໃຈກ່ຽວກັບສາຍພັນດັ່ງກ່າວແມ່ນສິ່ງທີ່ສໍາຄັນທີ່ສຸດ. ຂໍ້ມູນປັດຈຸບັນຊີ້ວ່າ ໂອມິຄຣອນສາມາດແຜ່ເຊື້ອໄວກ່ວາສາຍພັນອື່ນໆ ແລະ ສາມາດແຜ່ເຊື້ອໄດ້ແບບບໍ່ສະແດງອາການ. ນອກນີ້ ສາຍພັນດັ່ງກ່າວຍັງມີຄວາມສາມາດໃນການຫຼົບຫຼີກພູມຕ້ານທານຫຼັງຈາກການຕິດເຊື້ອ ແລະ/ຫຼື ຫຼັງຈາກສັກວັກຊີນ – ເຊິ່ງໝາຍຄວາມວ່າ ເຖິງທ່ານຈະສັກວັກຊີນ ຫຼື ເຄີຍຕິດເຊື້ອໂຄວິດ-19 ມາກ່ອນແລ້ວກໍ່ຕາມ, ທ່ານກໍ່ຍັງມີຄວາມສ່ຽງທີ່ຈະການຕິດເຊື້ອຄືນໃໝ່ ແລະ ແຜ່ເຊື້ອໃຫ້ຜູ້ອື່ນໄດ້.

ການສືບສວນ ແລະ ເກັບຕົວຢ່າງໄດ້ຖືກດໍາເນີນທີ່ໝູ່ບ້ານທີ່ຢູ່ໃກ້ຄຽງ.

ເຖິງວ່າໂອມິຄຣອນຈະສົ່ງຜົນໃຫ້ເກີດມີການເຈັບເປັນເຖິງຂັ້ນເຂົ້າໂຮງໝໍຕໍ່າກວ່າສາຍພັນອື່ນໆເຊັ່ນ ເດວຕ້າ, ແຕ່ໂອມິຄຣອນເອງກໍ່ຍັງມີຄວາມສ່ຽງທີ່ຈະກໍ່ໃຫ້ເກີດມີການເຈັບເປັນຮຸນແຮງສໍາລັບຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາຕົວ ແລະ ຜູ້ທີ່ຍັງບໍ່ໄດ້ສັກວັກຊີນ. ຢ່າງໃດກໍ່ຕາມ, ຂໍ້ມູນຫຼ້າສຸດຊີ້ໃຫ້ເຫັນວ່າວັກຊີນທີ່ຜ່ານການອະນຸມັດຍັງມີປະສິດທິພາບໃນການປ້ອງກັນການເຈັບເປັນຮຸນແຮງ, ການເຂົ້າໂຮງໝໍ ແລະ ການເສຍຊີວິດຍ້ອນການຕິດເຊື້ອສາຍພັນໂອມິຄຣອນໄດ້.

“ຕອນນີ້ແມ່ນ​ເວລາ​ສຳຄັນ​ສໍາລັບ ສປປ ລາວ. ພວກເຮົາຕ້ອງສືບຕໍ່ເຂົ້າເຖິງທຸກຊຸມຊົນດ້ວຍວັກຊີນເພື່ອປົກປ້ອງກຸ່ມບັນດາບຸລິມະສິດໃຫ້ໄວທີ່ສຸດ – ໂດຍສະເພາະແມ່ນບຸກຄະລາກອນທາງການແພດ ແລະ ບຸກຄະລາກອນອື່ນທີ່ມີຄວາມສ່ຽງສູງ, ຜູ້ສູງອາຍຸ ແລະ ຜູ້ທີ່ມີພູມຄຸ້ມກັນບົກຜ່ອງ, ຜູ້ພະຍາດປະຈໍາຕົວ, ຜູ້ທີ່ອາໄສຢູ່ຈຸດສ່ຽງ ແລະ ປະຊາກອນທີ່ຢູ່ຫ່າງໄກສອກຫຼີກ. ພວກເຮົາຂໍຮຽກຮ້ອງມາຍັງປະຊາຊົນທຸກຄົນຈົ່ງສືບຕໍ່ຟັງຄໍາແນະນໍາດ້ານສຸຂະພາບ ແລະ ປະຕິບັດຕາມມາດຕະການຕ່າງໆເພື່ອປົກປ້ອງຕົວທ່ານເອງ, ຄົນທີ່ທ່ານຮັກ ແລະ ຊຸມຊົນຂອງທ່ານໃຫ້ປອດໄພ. ມາດຕະການດັ່ງກ່າວລວມມີ: ການສັກວັກຊີນ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ, ຫຼີກລ່ຽງຜູ້ຄົນແອອັດ; ລະບາຍອາກາດໃນສະຖານຮົ່ມ; ປິດປາກດັງເວລາໄອ ແລະ ຈາມ; ໝັ່ນລ້າງມືເລື້ອຍໆ; ແລະ, ຖ້າທ່ານມີອາການ ຫຼື ກວດພົບວ່າຕິດເຊື້ອ, ໃຫ້ແຍກດ່ຽວຈົນກວ່າທ່ານຈະເຊົາຫາຍດີ”, ກ່າວໂດຍ ທ່ານ ດຣ ຢິງ-ຣູ ແຈັກກາຣີນ ໂລ, ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ.

“ມາດຕະການເຫຼົ່ານີ້ຍັງມີຄວາມສໍາຄັນອີກດ້ານໜຶ່ງກໍ່ຄື ເພື່ອປົກປ້ອງບໍ່ໃຫ້ລະບົບສາທາລະນະສຸກຂອງພວກເຮົາລົ້ນ. ຍ້ອນມີຕົວເລກກໍລະນີຕິດເຊື້ອທີ່ສູງ ໃນບາງປະເທດທີ່ປະເຊີນກັບການລະບາດຂອງສາຍພັນໂອມິຄຣອນ ຈໍານວນຄົນທີ່ຕ້ອງການປິ່ນປົວໃນໂຮງໝໍກໍ່ຍິ່ງເພີ່ມຂຶ້ນ, ສ້າງຄວາມໜັກໜ່ວງຕໍ່ລະບົບການປິ່ນປົວສຸຂະພາບ. ຮຽກຮ້ອງໃຫ້ປະຊາຊົນປະຕິບັດມາດຕະການປ້ອງກັນ, ໂດຍສະເພາະຜູ້ທີ່ຢູ່ໃນກຸ່ມສ່ຽງສູງ, ພວກເຮົາຂໍໃຫ້ຜູ້ທີ່ມີອາການເບົາບາງ ຫຼື ບໍ່ມີອາການໃຫ້ແຍກດ່ຽວຢູ່ເຮືອນ, ເພື່ອຕັດຕ່ອງໂສ້ບໍ່ໃຫ້ເກີດການແຜ່ລະບາດໃນຊຸມຊົນຢ່າງເປັນວົງກວ້າງ, ພ້ອມທັງສະຫງວນຕຽງໂຮງໝໍ ແລະ ຕຽງ ICU ໄວ້ສຳລັບໃຫ້ຄົນເຈັບທີ່ຕ້ອງການແທ້ໆ,” ທ່ານ ດຣ ໂລ ກ່າວເສີມ.

LEAVE A REPLY

Please enter your comment!
Please enter your name here