ຂົວຂ້າມນ້ຳຂອງ ກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ມີຄວາມຄືບໜ້າ ຫຼາຍກ່ວາ 79,73 %

0
2068

ໂຄງການກໍ່ສ້າງຂົວ ຂ້າມນ້ຳຂອງ ກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ມີຄວາມຄືບໜ້າ ຫຼາຍກ່ວາ 79,73 %.

ວັນທີ 2 ມີນາ 2022 ຜ່ານມານີ້, ທ່ານ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ, ໂດຍມີທ່ານ ໄມເທບ ວົງວິໄລ ຮອງຫົວໜ້າໂຄງການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.ທ່ານ ໄມເທບ ວົງວິໄລໃຫ້ຮູ້ວ່າ:

ມາຮອດປັດຈຸບັນການກໍ່ສ້າງປະຕິບັດໄດ້ 79,73% ເປັນໂຄງການທີ່ນຳໃຊ້ງົບປະມານການລົງທືນພາຍໃນຂອງລັດຖະບານ ສປປ ລາວ 100% ເຊິ່ງແມ່ນ ກົມຂົວທາງ ກະຊວງໂຍທາທິການ ເເລະ ຂົນສົ່ງ ( MPWT) ເປັນເຈົ້າຂອງໂຄງການ ແລະ ລັດວິສະຫາກິດ ວິສາວະກຳ ຄົມມະນາຄົມ ( LTEC) ເປັນວິສະວະກອນທີ່ປືກສາຕິດຕາມກໍ່ສ້າງ ແລະ ບໍລິສັດ ລັດວິສາຫາກິດ ກໍ່ສ້າງ ຄົມມະນາຄົມ (SECC) ເປັນຜູ້ຮັບເໝົາກໍ່ສ້າງ, ປະເພດຂອງຂົວ ເປັນຂົວແບບປະສົມ, ພາກສ່ວນເທິງເປັນຂົວໂຄງສ້າງເຫຼັກ, ພາກສ່ວນລຸ່ມເປັນເສົາເບຕົງເສີມເຫຼັກ, ໂຄງສ້າງພາກສ່ວນເທິງ ເປັນຂົວເສີມເຫຼັກ, ລວງຍາວ 505 ແມັດ, ມີທັງໝົດ 7 ຊ່ວງ, ຄວາມກ້ວາງທັງໝົດຂອງຂົວ 12,12 ແມັດ, ຄວາມກວ້າງໜ້າຂົວ 7,90 ແມັດ, ມີ 2 ຄອງລົດແລ່ນ, ມີທາງຄົນຍ່າງ 2 ເບື້ອງ, ເບື້ອງລະ 1,825 ເເມັດ, ແຜ່ນພື້ນໜ້າຂົວປູດ້ວບເບຕົງເສີມເຫຼັກ ຄວາມໜາສະເລ່ຍ 25 ຊມ, ປັດຈຸບັນການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ວຽກກໍ່ສ້າງພາກສ່ວນລຸ່ມຈຳນວນ 8 ເສົາລວມມີ: ເສົາຫົວຂົວ A, ເສົາກາງ p1, p2, p3, p4, p5 ແລະ p6, ສຳເລັດ 100% ແລະ ເສົາຫົວຂົວ B ກໍ່ສ້າງສຳເລັດ 90%.

ໃນນີ້ ແມ່ນເລີມບຸກເບີກອະນາໄມ, ດຸດລອກໜ້າດິນທຳມະຊາດ ແລະ ເຮັດວຽກດິນຕັດທາງເຂົ້າຂົວເບື້ອງບ້ານກ້ອນຕື່ນ ແລະ ສຳລັບສັນຍາຈັດຊື້ເຫຼັກຂາງຂົວ ຊ່ວງກາງນ້ຳ 110 ເເມັດ ໄດ້ເຊັ່ນສັນຍາສັ່ງຊື້ກັບໂຮງງານຜູ້ຜະລິດ ຈາກ ສປ ຈີນ, ປະຈຸບັນແມ່ນຢູ່ໃນຂັ້ນຕອນດຳເນີນການຜະລິດ, ຕາມແຜນຄາດວ່າ ຊີ້ນສ່ວນເຫຼັກຂາງຂົວຈະຜະລິດສຳເລັດ ແລະ ຂົນສົ່ງມາຮອດສະໜາມປະມານເດືອນ 6 ປີ 2022ນີ້. ທ່ານຍັງໃຫ້ຮູ້ຕືມວ່າ: ຕໍ່ກັບການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວຄັງນີ້ ຍັງພົບບັນຫາຂໍ້ຫຍຸ້ງຍາກຫຼາຍສົມຄວນເປັນຕົ້ນກໍ່ແມ່ນ: ຍ້ອນໂຄງການຕັ້ງຢູ່ເຂດພູດອຍ ຫ່າງໄກຈາກຕົວເມືອງ ເຮັດໃຫ້ການຂົນສົ່ງວັດສະດຸເຂົ້າມາກໍ່ສ້າງມີຄວາມຫຍຸ້ງຍາກ, ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ການສັນຈອນໄປມາຂອງພະນັກງານພົບຄວາມຫຍຸ້ງຍາກ, ລະດັບນ້ຳຂອງຂື້ນລົງບໍ່ປົກກະຕິ ເຮັດໃຫ້ການກໍ່ສ້າງຂົວພົບຄວາມຫຍຸ້ງຍາກສົມຄວນ.

ພາບ-ຂ່າວ: ໜັງສືພິມບໍ່ແກ້ວ

LEAVE A REPLY

Please enter your comment!
Please enter your name here